Ad

Ad

2 January 2013

ປີທ່ອງທ່ຽວລາວ 2012 ມີບັນຍາກາດຄຶກຄື້ນສາມາດດຶງດູດນັກທ່ອງທ່ຽວເຂົ້າປະເທດເກືອບ 3 ລ້ານຄົນ


      ຂະ​ແໜງ​ການທ່ອງທ່ຽວ​ລາວ​ນັບ​ວ່າ​ປະສົບ​ຜົນສຳ​ເລັດ​ສູງ​ສົມຄວນ​ໃນ​ການ​ສົ່ງ​ເສີມ​ປີ​ທ່ອງ​ທ່ຽວ​ລາວ 2012 ​ໂດຍ​ສະ​ເພາະ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ ມາ​ ສປປ ລາວ ​ເກືອບ 3 ລ້ານ​ຄົນ ​ແລະ ສ້າງ​ລາຍ​ຮັບ​ເຂົ້າປະ​ເທດ​ໄດ້​ຫລາຍ​ຮ້ອຍ​ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ​ເປັນ​ຈຳນວນ​ຫລາຍ ​ເມື່ອ​ທຽບ​ໃສ່​ຊຸມ​ປີ ຜ່ານມາ ​ເຊິ່ງພິທີ​ສະຫລຸບ​ປີ​ທ່ອງ​ທ່ຽວ 2012 ກໍ​ໄດ້​ຈັດ​ຂຶ້ນຢ່າງ​ຍິ່ງ​ໃຫຍ່​ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 31 ທັນວາ 2012 ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ ​ເຊິ່ງ​ເປັນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ 2013 ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ອາຊາ​ງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ​ ​ແຫ່ງ ສປປ ລາວ, ມີ​ບັນດາ​ແຂກພາຍ​ໃນ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລວງຫລາຍພາຍ​ໃຕ້​ບັນຍາກາດ​ອັນ​ເບີກບານ​ມ່ວນ​ຊື່ນ ​ແລະ ຟົດຟື້ນ.

     ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ການທ່ອງ ທ່ຽວ​ລາວ​ປີ 2012 ​ແມ່ນ​ໄດ້​ປະກອບສ່ວນສຳຄັນ​ເຂົ້າ​ໃນ​ຂະ​ບວນການ​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ​ລາວ​ໃຫ້​ມີ​ຄຸນ​ນະພາ​ບ​ເຊັ່ນ: ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ບໍລິການ, ການສົ່ງ​ເສີມທ່ອງທ່ຽວ​ທຳ​ມະ​ຊາດ, ວັດທະນະທຳ ​ແລະ ປະຫວັດສາດມີ​ການ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າປະ​ເທດ​ໄດ້​ເກືອບ 3 ລ້ານ​ຄົນ ​ແລະ ສ້າງ​ລາຍ​ຮັບ​ເຂົ້າ ງົບປະມານ​ລັດ​ຫລາຍ​ກວ່າ 420 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ໄດ້​ເລັ່ງ​ໃສ່​ດຶງ​ດູດ​ການທ່ອ ງທ່ຽວ​ຈາກ​ການ​ຈັດ​ກິດຈະກຳ​ເທສະ​ການ ​ແລະ ບຸນ​ປະ​ເພນີ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເຊັ່ນ: ​ເທສະ​ການ​ອາຫານ, ບຸນ​ວັດ​ພູ​ຈຳປາ​ສັກ, ສະຫລອງ​ພະທາດ​ສີ​ໂຄດ​ຕະບອງ, ບຸນ​ຊ້າງ, ບຸນ​ພະ​ເຫວ​ດຢູ່​ບັນດາ​ບ້ານ​ຕ່າງໆ, ​ເທສະ​ການ​ສົງການ​ປີ​ໃໝ່​ລາວ, ບຸນ​ບັ້ງ​ໄຟ, ບຸນ​ເຂົ້າພັນ​ສາ​ຊ່ວງ​ເຮືອ, ບຸນ ທາດຫລວງ, ບຸນ​ກິນ​ຈຽງ​ຂອງ​ຊາວ​ເຜົ່າ​ມົ້ງ ​ແລະ ບຸນທາດ​ອີງ​ຮັງ ​ເຊິ່ງ​ເທສະ​ການ​ດັ່ງກ່າວ​ໄດ້​ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ອະນຸລັກ​ປົກ​ປັກ​ຮັກສາ​ຮີດຄອງ​ປະ​ເພນີ​ ​ແລະ ວັດທະນະທຳອັນ​ດີງາມ​ຂອງ​ປະຊາຊົນ​ລາວ​ບັນ ດາ​ເຜົ່າ, ອະນຸລັກ​​ຮັກສາ​ປ່າ​ໄມ້, ສັດປ່າ ​ແລະ ສິ່ງ​ແວດ​ລ້ອມ​ທາງ​ທຳ​ມະ​ຊາດ, ຊຸກຍູ້​ການ​ຜະລິດ​ຂອງ​ປະຊາຊົນ​ເຊັ່ນ: ການ​ຜະລິດ​ກະສິກຳ, ຫັດຖະກຳ, ​ເຄື່ອງ​ໃຊ້ ສອຍ​ຕ່າງໆ ອັນ​ເປັນ​ການ​ຍົກ​ລະ ດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ ຊົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ​ໃນ​ປີ 2013 ນີ້ ຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວ ສປປ ລາວ ຫລາຍ​ກວ່າ 3 ລ້ານ​ຄົນ ແລະ ຈະສ້າງ​ລາຍ​ຮັບ​ເຂົ້າງົບປະ ມານ​​ໄດ້​ຫລາຍ​ກວ່າ​ປີ​ເກົ່າ.

No comments:

Post a Comment