Ad

Ad

2 January 2013

ສົກປີໃຫມ່ກະຊວງສາທາຈະເອົາໃຈໃສ່ 5 ບັນຫາສຳຄັນເພື່ອພັດທະນາຂະແຫນງການກ້າວຂຶ້ນ


          ທ່ານ ສາ​ສະ​ດາ​ຈານ ດຣ. ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​​ເມື່ອ​ບໍ່​ດົນ​ມານີ້ວ່າ: ​ໃນ​ສົກ​ປີ 2013 ນີ້, ກະຊວງ​ສາທາ ລະນະ​ສຸກ​ຈະ​ເລັ່ງປະຕິບັດ​ແຜນ​ປະຕິ​ຮູບ​ຍຸດ​ທະ​ສາດ​ສຳຄັນ​ດ້ານ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ເງິນ​ສາທາລະນະ​ສຸກ, ການ ຈັດຕັ້ງ, ຄຸ້ມ​ຄອງ​ບໍລິຫານ ​ແລະ ​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ, ການ​ບໍລິການ ​ແລະ ຂໍ້​ມູນ​ຂ່າວ ສານ, ຕິດຕາມ ​ແລະ ປະ​ເມີນ​ຜົນ.
     ທ່ານ​ລັດຖະມົນຕີ​ວ່າການ​ກະ ຊວງ​ສາທາລະນະ​ສຸກ ກ່າວ​ວ່າ: ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຖື​ວ່າ​ປັດຈຸບັນ​ໃນ​ທົ່ວ​ຂະ​ແໜງ​ການ​ມີ​ພະນັກງານ​ລັດຖະ ກອນ 14 ພັນ​ກວ່າ​ຄົນ, ​ໃນ​ນັ້ນ ມີ​ປະມານ 11 ພັນ​ກວ່າ​ຄົນ ​ເຮັດ​ວຽກ​ວິຊາ​ສະ​ເພາະ​ໃນ​ສະຖານ​ບໍລິການ. ສະນັ້ນ ຍັງ​ເຫັນ​ວ່າ​ມີ​ຄວາມ​ຂາດ​ເຂີນ​ຫລາຍ ​ໂດຍ​ສະ​ເພາະ​ຢູ່​ຮາກ​
ຖານ. ດັ່ງນັ້ນ ຈຶ່ງ​ເຮັດ​ໃຫ້ການ​ບໍລິການ​ສຸຂະພາບ​ແກ່​ປະຊາຊົນ​ຍັງ​ບໍ່​ທັນ​ຮັບປະກັນ​ດ້ານ​ຄຸນ​ນະພາ​ບ ​ແລະ ທົ່ວ​ເຖິງ ​ໂດຍ​ໃນ​ປີ 2013 ຈຶ່ງ​ຂໍ​ໂກ​ຕາ​ລັດ ຖະກອນ​ໃນ​ຈຳນວນ 5.982 ຄົນ ​ເພື່ອ​ປະກອບ​ໃຫ້​ໂຮງໝໍ​ເມືອງ, ສຸກສາລາ ​ແລະ ບ້ານ.
        ດ້ານ​ການ​ເງິນ​ໃນ​ປັດຈຸບັນ ຄວາມ​ຕ້ອງການຕອບ​ສະໜອງ​ງົບປະມານ​ຍັງ​ຈຳກັດ, ຍັງ​ອາ​ໄສ​ການ​ຊ່ວຍ​ເຫລືອ​ສາກົນ. ​ໂຮງໝໍ​ບໍ່​ມີ​ງົບປະມານ​ບໍລິຫານ​ພຽງພໍ ​ເຊິ່ງ ຜ່ານ​ມາ​ນຳ​ໃຊ້​ເງິນ​ຈາກ​ທຶນ​ໝູນ ວຽນ​ຢາ. ການ​ລົງທຶນ​ເອກະ​ຊົນ​ຫາ​ກໍ​ຢູ່​ໃນ​ຂັ້ນ​ເລີ່​ມຕົ້ນ ​ເພື່ອ​ປະຕິ ບັດ​ທິດ​ນຳ​ໃນ​ການ​ຮັບປະກັນ​ໃຫ້​ປະຊາຊົນ ​ໂດຍ​ສະ​ເພາະ​ຜູ້​ທຸກ​ຍາກສາມາດ​ເຂົ້າ​ເຖິງ​ການ​ບໍລິ ການ​ສຸຂະພາບ, ຈຳ​ເປັນ​ຕ້ອງ​ໄດ້​ສ້າງ​ການ​ປະກັນ​ສຸຂະພາບ​ທຸກ​ຖ້ວນ​ໜ້າ. ປັດຈຸບັນ, ລະບົບ​ປະ ກັນ​ສຸຂະພາບ​ຢູ່ ສປປ ລາວ ​ໄດ້​ແບ່ງ​ອອກ​ເປັນ 4 ລະບົບຄື 1. ອົງ ການ​ປະກັນ​ພາກ​ລັດຖະກອນ (ອປລ). 2. ອົງການ​ປະກັນ​ສັງຄົມ (ອປສ). 3. ລະບົບ​ປະກັນ​ສຸຂະ ພາບ​ຊຸມ​ຊົນ (ກປສຊ) ​ແລະ 4. ກອງ​ທຶນ​ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ​ດ້ານ​ສຸຂະພາບ (ກສທ). ປັດຈຸບັນ ອປລ ​ແລະ ອປສ ​ແມ່ນ​ຢູ່​ພາຍ​ໃຕ້​ການ​ບໍລິຫານ​ຄຸ້ມ​ຄອງ​ໂດຍ​ກະ ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ. ສ່ວນ ກປສຊ ​ແລະ ກທສ ​ແມ່ນ​ຂຶ້ນກັບ​ກະຊວງ​ສາ ທາລະນະ​ສຸກ. ລະບົບ​ປະກັນ​ສຸຂະ ພາບ​ທັງ​ໝົດ ປັດຈຸບັນ​ກວມ​ໄດ້ 22% ຂອງ​ພົນລະ​ເມືອງ ​ເນື່ອງ​ຈາກ​ວ່າ​ລະບົບ​ການ​ປະກັນ​ສຸຂະ ພາບ​ໃນ​ປັດຈຸບັນ​ຍັງ​ມີ​ລັກສະນະ​ກະ​ແຈກ​ກະຈາຍ, ບໍ່​ມີ​ກຳລັງ​ແຮງ​ໃຫ້ການ​ຂະຫຍາຍຕົວ ​ແລະ ຍັງ​ບໍ່​ທັນ​ສາມາດ​ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ໃຫ້​ແກ່​ສະມາຊິກ​ເມື່ອ​ມາ​ຮັບ​ບໍລິ ການ. ດັ່ງນັ້ນ ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ໄດ້​ໂຮມ​ບັນດາ​ລະບົບ​ປະກັນ​ສຸຂະພາບ​ເຂົ້າກັນ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຫ້ອງ ການ​ກອງ​ທຶນ​ປະກັນ​ສຸຂະພາບ​ແຫ່ງ​ຊາດ ​ເພື່ອ​ສ້າງ​ກຳລັງ​ແຮງ, ​ແກ້​ໄຂ​ບັນດາ​ຂໍ້​ຫຍຸ້ງຍາກ ​ແລະ ສຸມ​ໃສ່​ສ້າງ​ລະບົບ​ປະກັນ​ສຸຂະ ພາບ​ທຸກ​ຖ້ວນໜ້າ.
    ການ​ປະຕິ​ຮູບ​ດ້ານ​ການຈັດຕັ້ງ, ການ​ຄຸ້ມ​ຄອງ​ບໍລິຫານ​ ​ເຫັນ​ວ່າ​ຕ້ອງ​ແກ້​ໄຂ​ບັນຫາ​ແບບ​ແຜນ​ວິທີ​ເຮັດ​ວຽກ ​ແລະ ການ​ບໍລິຫານ​ທີ່​ມີ​ຫລາຍ​ຂັ້ນຕອນ, ຊັກ​ຊ້າ​ໃຫ້​ສະ ດວກ​ວ່ອງ​ໄວ ​ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ຜ່ານ​ປະຕູ​ດຽວ. ການ​ປະຕິ​ຮູບ​ດ້ານ​ການ​ບໍລິການ ຕາໜ່າງສາທາລະນະ​ສຸກ ​ເຖິງ​ວ່າ​ທົ່ວ​ເຖິງ, ​ແຕ່​ຄຸນ​ນະພາ​ບບໍລິການ​ຍັງ​ຈຳກັດ ​ແລະ ບໍ່​ໄດ້​ມາດຕະ ຖານ ​ເປັນຕົ້ນລະດັບ​ພະນັກງານ ​ແລະ ອຸປະກອນ​ການ​ແພດ​ໃນ​ເຂດ​ຫ່າງ​ໄກ​ສອກຫລີກ​ຍັງ​ຈຳກັດ​ຫລາຍ. ສະນັ້ນ ​ເຫັນ​ວ່າການ​ປະຕິ​ຮູບ​ດ້ານ​ການ​ບໍລິການ​ຕ້ອງ​ໄດ້​ເຮັດ 2 ດ້ານ​ໄປ​ຄຽງ​ຄູ່​ກັນ ຄື​ດ້ານ​ຕາໜ່າງການ​ບໍລິການ ​ແລະ ດ້ານ​ຄຸນ​ນະພາ​ບການ​ບໍລິການ, ຕັດສິນ​ໃຈ​ລະດົມ​ທຶນ​ຈາກ​ລັດ ​ແລະ ​ເອ ກະຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ກໍ່ສ້າງ-ສ້ອມ​ແປງ​ຕຶກ​ອາຄານ​ສະຖານ​ທີ່ ​ແລະ ຈັດ​ຊື້​ເຄື່ອງມື​ອຸປະກອນ​ການ​ວິ​ໄຈ ​ແລະ ປິ່ນປົວ ​ເພື່ອ​ຫັນ​ບັນດາ​ໂຮງໝໍ​ລັດ​ໃຫ້​ທັນ​ສະ​ໄໝ ​ໂດຍ​ເລີ່​ມຈາກ​ໂຮງ ໝໍ​ສູນ​ກາງ, ສົ່ງ​ເສີມ​ພາກສ່ວນ​ເອກະ​ຊົນ​ລົງທຶນ​ສ້າງ​ໂຮງໝໍ​ເອ ກະ​ຊົນ​ທັງ​ໝົດ​ເຫລົ່ານັ້ນ ​ເພື່ອ​ໃຫ້​ປະຊາຊົນ​ມີ​ທາງ​ເລືອກ ​ແລະ ​ເພື່ອ​ແກ້​ໄຂ​ການ​ອອກ​ໄປ​ປິ່ນປົວ​ຂອງ​ປະຊາຊົນ​ຢູ່​ຕ່າງປະ​ເທດ.
       ດ້ານ​ຂໍ້​ມູນ​ຂ່າວສານ, ການ​ຕິດຕາມ ​ແລະ ການ​ປະ​ເມີນ​ຜົນ. ປັດຈຸບັນ ການ​ປະສານ​ວິຊາ​ການ, ການຈັດ ຕັ້ງປະຕິບັດ ​ແລະ ຄຸ້ມ​ຄອງ​ບາງ​ໂຄງການ​ຍັງ​ຊັກ​ຊ້າ, ລະບົບ​ຂໍ້​ມູນ​ຂ່າວສານ​ຍັງ​ບໍ່​ທັນ​ຈະ​ແຈ້ງ ​ແລະ ​ເຊື່ອ​ຖື​ໄດ້. ດັ່ງນັ້ນ ກະຊວງ​ສາທາລະນະ​ສຸກ ​ເຫັນ​ວ່າ​ຕ້ອງ​ໄດ້​ປະຕິ​ຮູບ​ດ້ານ​ລະບົບ​ຂໍ້​ມູນ​ຂ່າວສານ, ການ​ຕິດຕາມ ​ແລະ ປະ​ເມີນ​ຜົນ ນັບ​ແຕ່​ບ້ານ​ຂຶ້ນມາ ​ໂດຍ​ສະ​ເພາະ​ການ​ເກັບ​ກຳ​ສະຖິຕິ​ການ​ເກີດ, ການ​ຕາຍ, ນ້ຳໜັກ ​ແລະ ລວງ​ສູງ​ທີ່​ຕິດ​ພັນ​​ເປົ້າໝາຍ​ສະຫັດ​ສະ​ວັດ. ຕ້ອງ​ກຳນົດ​ໃຫ້​ມີ​ການ​ຕິດຕາມ ​ແລະ ການ​ປະ​ເມີນ​ຜົນ​ປະສິດທິພາບ​ບັນດາ​ໂຄງການ​ລົງທຶນ​ລັດ ​ແລະ ​ໂຄງການ​ຊ່ວຍ​ເຫລືອ​ຕ່າງໆ. ​ໃນ​ປີ 2014 ຕ້ອງ​ມີ​ການ​ປະ​ເມີນ​ຜົນ​ການຈັດຕັ້ງປະ ຕິບັດ​ເປົ້າໝາຍ​ສະຫັດ​ສະ​ວັດ ​ເພື່ອ​ລາຍ​ງານ​ຕໍ່​ລັດຖະບານ.

No comments:

Post a Comment