Ad

Ad

2 January 2013

ໜຶ່ງ​ປີຜ່ານມາວິທະຍຸ​ແຫ່ງ​ຊາດ​ລາວ​ມີ​ຜົນສຳ​ເລັດ​ຫລາຍ​ດ້ານ


    ທ່ານ ສີພາ ນົງ​ລາດ ອຳນວຍ​ການ​ສະຖານີ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດທະນາ ​ເມື່ອ​ບໍ່​ດົນ​ມານີ້ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ສະ ຖານີ​ວິທະຍຸ​​ແຫ່ງ​ຊາດ​ໃນ​ໜຶ່ງ​ປີ ຜ່ານມາ​ວ່າ: ​ໜຶ່ງ​ປີຜ່ານມາ ​ເຖິງ​ວ່າ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ໄດ້​ຜັນ​ແປ​ຢ່າງ​ສະຫລັບ​ສັບ​ຊ້ອນ ​ແລະ ມີ​ຜົນ​ກະທົບ​ຮ້າຍ​ແຮງ​ໃນ​ຫລາຍ​ດ້ານ, ສ່ວນ​ຢູ່​ພາຍ​ໃນ​ປະ​ເທດ​ພວກ​ເຮົາ​ກໍ​ໄດ້​ປະສົບ​ກັບ​ໄພ​ທຳ​ມະ​ຊາດ ​ແລະ ບັນຫາ​ທ້າ​ທາຍ​ຫລາຍ​ປະການ, ​ແຕ່​ພະນັກງານ​, ປະຊາຊົນ​ບັນດາ​ເຜົ່າ​ມີ​ຄວາມ​ພາກພູມ​ໃຈ​ທີ່​ເຫັນ​ວ່າ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ-ລັດ ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ, ລະ ບອບ​ການ​ເມືອງ​ມີ​ສະຖຽນ​ລະ​ພາບ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ມີ​ຄວາມ​ເປັນ​ລະ ບຽບ​ຮຽບຮ້ອຍ, ທົ່ວ​ພັກ, ທົ່ວ​ປວງ​ຊົນ​ພວມ​ສຸມ​ໃສ່​ການຈັດຕັ້ງ ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX, ຈັດຕັ້ງປະຕິບັດ 4 ບຸກ ທະລຸ ​ແລະ 3 ສ້າງ
​ເພື່ອ​ແນ​ໃສ່​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ໄດ້​ໂດຍ​ພື້ນຖານ ​ໃນ​ປີ 2015 ​ແລະ ນຳ​ເອົາ​ປະ​ເທດ​ຊາດ​ໃຫ້​ຫລຸດ​ພົ້ນອອກ​ຈາກ​ສະ ຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະ ນາ ​ໃນ​ປີ 2020.
       ທ່ານ​ອຳນວຍ​ການ​ສະຖານີ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ກ່າວ​ວ່າ: ສຳລັບ​ວຽກ​ງານ​ພາຍ​ໃນ​ວິທະຍຸ​ໃນ​ໜຶ່ງ​ປີຜ່ານມາ​ນີ້ ​ແມ່ນ​ໄດ້​​ເຮັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ-ລັດ ​ແລະ ປະຊາ ຊົນ​ມອບ​ໝາຍ​ໃຫ້​ ​ໂດຍ​ການ​ໂຄ ສະນາ​ເຜີຍ​ແຜ່​ແຜນ​ຍຸດ​ທະ​ສາດ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ ທັງ​ເຜີຍ​ແຜ່​ມະຕິ​ຄຳ​ສັ່ງ, ລະບຽບ​ກົດໝາຍ, ​ແນວ ທາງ​ນະ​ໂຍບາຍ​ຂອງ​ພັກ​ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ສຶກສາ, ສາທາ, ວັດທະນະທຳ ​ແລະ ການທ່ອງທ່ຽວ, ການ​ພົວ ພັນ ​ແລະ ການ​ຮ່ວມ​ມື​ກັບ​ຕ່າງ ປະ​ເທດ. ພິ​ເສດ​ແມ່ນ​ໂຄສະນາ​ໃຫ້​ແກ່​ 2 ວັນ​ປະຫວັດສາດການ​ຮ່ວມ​ມື ລາວ-ຫວຽດນາມ, ກອງ​ປະຊຸມ​ທຸລະ​ກິດ, ກອງ​ປະຊຸມ​ພາກ​ປະຊາຊົນ, ກອງ​ປະຊຸມ​ອາ​ແຊັບ 7 - ອາ​ເຊັມ 9, ງານ​ມະຫະ ກຳ​ກິລາ​ມະຫາວິທະ ຍາ​ໄລ​ອາ​ຊຽນ ​ແລະ ດ້ານ​ອື່ນໆ​ຕາມ​ທິດ​ຊີ້ນຳ​ຂອງ​ພັກ ​ແລະ ລັດ. ນອກ ຈາກ​ນີ້ ​ໃນ​ດ້ານ​ວິຊາ​ສະ​ເພາະ ລະບົບ​ເຕັກນິກ ​ແລະ ການ​ຍົກ​ລະດັບ​ຊັບພະຍາກອນ​ແມ່ນ​ໄດ້​ມີ​ການວາງ​ແຜນ​ຍຸດ​ທະ​ສາດ​ພັດ ທະນາ​ລະບົບ​ເຕັກນິກ​ສຽງ IT, ​ເຄື່ອງ​ສົ່ງ​ຢູ່​ສູນ​ກາງ, ຂະຫຍາຍ​ສະຖານີ​ເຄືອ​ຂ່າຍ​ສັນຍານ​ຕໍ່​ໄປ​ສູ່​ເຂດ​ຈຸດ​ສຸມ​ບູລິ​ມະ​ສິດ​ເປົ້າໝາຍ​ແຂວງ-​ເມືອງ​ທີ່​ທຸກ​ຍາກ ​ໂດຍ​ສະ​ເພາະ​ເຂດ​ຈຸດ​ບອດ​ສັນຍານ​ວິທະ ຍຸ​​ໄປ​ບໍ່​ຮອດ​ບໍ່​ເຖິງ, ຈັດຕັ້ງ​ເຝິກ ອົບຮົມ​ເພື່ອ​ຍົກ​ລະດັບ​ການ​ນຳ​ໃຊ້​ເຄື່ອງ​ເຕັກນິກ, ຄອມ​ພິວ​ເຕີ ​ແລະ ​ເຄື່ອງຮັບ​ໃຊ້​ໃນ​ການ​ຜະລິດ​ລາຍ ການ. ພ້ອມ​ກັນນີ້ ​ໄດ້​ຮັບ​ຜົນສຳ​ເລັດ​ຫລາຍ​ປະການ​ໃນ​ການຈັດ ຕັ້ງປະຕິບັດ​ວຽກ​ງານ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ຕາມ​ແນວ ທາງ​ນະ​ໂຍບາຍ​ຂອງ​ພັກ ​ໂດຍ​ສະ​ເພາະ​ການ​ແລກປ່ຽນ​ບົດຮຽນ​ຂໍ້​ມູນ​ຂ່າວສານ, ການ​ເຝິກອົບຮົມ​ວິຊາ​ການ​ໃຫ້​ທຶນ​ຊ່ວຍ​ເຫລືອ​ອຸ ປະກອນ​ເຕັກນິກ​ຕ່າງໆ ​ໂດຍ​ສະ​ເພາະ​ການ​ຮ່ວມ​ມື​ແບບ​ພິ​ເສດ​ກັບ​ວິທະຍຸ​ ສສ ຫວຽດນາມ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ຝຣັ່ງ, ອົດ​ສະຕຣາລີ, ວິທະຍຸ​ກຸ່ມ​ອາ​ຊຽນ, ອົງການ​ອຸຍ​ນີ​ເຊັບ ​ແລະ ອົງການ​ຈັດຕັ້ງສາກົນ​ອື່ນໆ.

No comments:

Post a Comment