Ad

Ad

7 February 2013

ຫລາຍພັນຄອບຄົວຢູ່ຊົນນະບົດຕ້ອງໄດ້ຮັບການຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ

       ກອງທຶນຫລຸດຜ່ອນຄວາມທຸກຍາກໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານປັບປຸງຊີ ວິດການ ເປັນຢູ່ເພື່ອຄ້ຳປະກັນດ້ານໂພຊະນາການ ໂດຍໄດ້ມີການສ້າງຕັ້ງເປັນໂຄງການຂຶ້ນເພື່ອທົດລອງ ຮູບແບບວິທີ ການຈັດຕັ້ງປະ ຕິບັດວຽກງານປັບປຸງຊີວິດການເປັນຢູ່ໂດຍນຳໃຊ້ການພັດທະນາທີ່ປະຕິບັດ ໂດຍປະຊາຊົນ.
       ທ່ານ ບຸນ​ກວ້າງ ສຸວັນນະ​ພັນ ຜູ້ອຳນວຍການ​ບໍລິຫານ ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ) ກ່າວໃນໂອກາດເປີດຊຸດເຝິກ​ອົບຮົມ​ກ່ຽວ​ກັບ​ການ​ປຸງແຕ່ງອາ ຫານ ​ແລະ ​ແປ​ຮູບ​ຜະລິດ​ຕະພັນ​ກະສິກຳ ໃຫ້​ແກ່​ພະນັກງານ​ຂັ້ນ​ແຂວງ, ​ເມືອງຂອງ​ກອງ​ທຶນ ທລຍ ແຕ່ວັນທີ 4-5 ກຸມພານີ້ ຢູ່ວິ ທະຍາ​ໄລ​ເຕັກ​ນິກປາກ​ປ່າ​ສັກ ໂດຍທ່ານໃຫ້ຮູ້ວ່າ: ການປຸງແຕ່ງອາຫານ ແລະ ແປຮູບຜະລິດຕະ ພັນກະສິກຳແມ່ນວຽກໜຶ່ງທີ່ສຳ ຄັນຫລາຍ ເນື່ອງຈາກວ່າຈຸດ
ປະສົງຂອງໂຄງການປັບປຸງຊີວິດການເປັນຢູ່ ເພື່ອຄ້ຳປະກັນດ້ານ ໂພຊະນາການ ຂອງກອງທຶນຫລຸດຜ່ອນຄວາມທຸກຍາກ ແມ່ນເພື່ອທົດລອງຮູບແບບວິທີການຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່ໂດຍນຳໃຊ້ການພັດທະນາ ທີ່ປະຕິບັດໂດຍ ປະຊາຊົນໃນຮູບແບບໃໝ່ຢູ່ 5 ເມືອງທຸກຍາກທີ່ ເປັນບູລິມະສິດໃນການແກ້ໄຂຄວາມທຸກຍາກຢູ່ແຂວງຫົວພັນ ແລະ ແຂວງສະຫວັນນະເຂດ, ໃນ ນັ້ນ ເປົ້າໝາຍຂອງຜູ້ທີ່ໄດ້ຮັບຜົນປະໂຫຍດກວມ 28.000 ກວ່າຄອບຄົວ ຢູ່ເຂດຊົນນະບົດຈະຕ້ອງໄດ້ຮັບ ການປັບປຸງ ແລະ ຍົກ ລະດັບຊີວິດການເປັນຢູ່ດີຂຶ້ນ ໂດຍ ຜ່ານກິດຈະກຳເຮັດວຽກ ຮ່ວມກັນເປັນກຸ່ມແລະວຽກງານໂພຊະນາການແມ່ນວຽກໜຶ່ງທີ່ສຳຄັນສຳລັບໂຄງການໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ ພະນັກງານ ແລະ ປະຊາຊົນ ກໍຄືການສ້າງນັກພັດທະນາໃຫ້ແກ່ບ້ານໂດຍກົງເພື່ອຈັດຕັ້ງປະຕິບັດເປົ້າໝາຍສະ ຫັດສະວັດເຂົ້າສູ່ຊີວິດຕົວຈິງໃນບ້ານທຸກຍາກ.
      ການ​ແກ້​ໄຂ​ຄວາມທຸກ​ຍາກ​ ແມ່ນ​ກ່ຽວ​ພັນ​ກັບ​ຫລາຍ​ປັດ​ໄຈ ແລະ ຫລາຍ​ບັນຫາ ​ໂດຍ​ສະ​ເພາະ​​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່  ​ແລະ ​ໂພ​ຊະນາ​ການ, ການ​ທີ່​ຈະ​ເຮັດ​ໃຫ້​ຊີວິດ​ການ​ເປັນຢູ່​ຂອງ​ປະ ຊາຊົນ​ຜູ້​ທຸກ​ຍາກ​ດີ​ຂຶ້ນ, ມີ​ລາຍ​ຮັບ, ມີ​ອາຫານ​ໄວ້​ບໍລິ​ໂພ​ກພຽງພໍ​ ຖືກຕ້ອງ​ຕາມ​ຫລັກ​ໂພຊະ​ນາ​ການ ​ແມ່ນ​ສິ່ງ​ທ້າ​ທາຍສຳລັບ​ໂຄງການ​ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່ ​ເພື່ອ​ຄ້ຳ ປະກັນ​ດ້ານ​ໂພຊະ​ນາ​ການ. ສະ ນັ້ນ ເພື່ອເຮັດໃຫ້ວຽກງານໂພຊະ ນາການປະສົບຜົນສຳເລັດນັ້ນ ຈະ ຕ້ອງໄດ້ຕິດພັນກັບວຽກງານລາຍຮັບ ກໍຄືວຽກປັບປຸງຊີວິດການ ເປັນຢູ່ ເພື່ອສ້າງເງື່ອນໄຂໃຫ້ແກ່ ການຄ້ຳປະກັນສະບຽງອາຫານ, ການມີວຽກເຮັດງານທຳ, ມີລາຍ ຮັບຕໍ່ເນື່ອງ ຈຶ່ງຈະສາມາດແກ້ໄຂ ຄວາມທຸກຍາກໃຫ້ແກ່ປະຊາຊົນ ຢູ່ເຂດຊົນນະບົດໄດ້ ເພາະວ່າຖ້າ ບໍ່ມີວຽກເຮັດງານທຳ ຫລື ບໍ່ມີ ການຜະລິດ ກໍຈະບໍ່ມີລາຍຮັບ, ຖ້າ ບໍ່ມີການຜະລິດ ກໍຈະບໍ່ມີອາຫານ ເພື່ອບໍລິໂພກພຽງພໍ, ຖ້າບໍ່ມີອາ ຫານພຽງພໍ ກໍຈະເຮັດໃຫ້ຄົນເຮົາ ກິນອາຫານບໍ່ຄົບໝວດໝູ່ ນັ້ນກໍ ໝາຍຄວາມວ່າ ບໍ່ມີໂພຊະນາ ການ ແລະ ກໍຈະມີຜົນກະທົບຕໍ່ ຮ່າງກາຍນັ້ນເອງ.

No comments:

Post a Comment