Ad

Ad

16 September 2016

ເອັສທີ-ເມືອງໄທ ປະກັນໄພ ມີຫລາຍຜະລິດຕະພັນບໍລິການສັງຄົມ

          ທ່ານ ຊານໄຊ ພົມສຸວັນ ອຳນວຍການໃຫຍ່ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ໄດ້ໃຫ້ສຳພາດນັກຂ່າວພວກເຮົາໃນວັນທີ 15 ກັນຍານີ້ວ່າ: ບໍລິສັດຂອງຕົນ ສ້າງຕັ້ງຂຶ້ນດ້ວຍການຮ່ວມທຶນລະ ຫວ່າງບໍລິສັດ ເອັສທີກຣຸບ ຈຳກັດ ແລະ ບໍລິສັດ ເມືອງໄທ ປະກັນໄພ ຈຳກັດ (ມະຫາຊົນ), ບໍລິສັດ ເມືອງໄທ ປະກັນຊີວິດ ຈຳກັດ (ມະຫາຊົນ) ແລະ ບໍລິສັດ ເມືອງໄທໂຮດິ້ງ ຈຳກັດ, ໂດຍບໍລິສັດ ເອັສທີກຣຸບ ຈຳກັດ ເປັນຜູ້ຖືຮຸ້ນ 70% ແລະ ອີກ 30% ເປັນຂອງກຸ່ມບໍລິສັດ ເມືອງໄທ, ດ້ວຍທຶນຈົດທະບຽນ 32 ຕື້ກີບ ແລະ ໄດ້ຕັ້ງຊື່ວິສາຫະກິດວ່າ: ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈຳກັດ (ST-Muang Thai Insurance Co.,Ltd), ເມື່ອວັນທີ 12 ພະຈິກ 2015 ແລະ ໄດ້ຮັບໃບອະນຸຍາດຈົດທະບຽນລົງທຶນເມືອວັນທີ 9 ກຸມພາ 2016, ບໍລິສັດທີ່ເຂົ້າມາຮ່ວມທຶນນີ້ເປັນທີ່ຍອມຮັບໃນລະດັບສາກົນ, ມີຄວາມເຂັ້ມແຂງ
ທາງດ້ານການເງິນ, ມີສັກກະຍະພາບສູງ ແລະ ມີມາດຕະຖານສາກົນຮອບດ້ານ, ສະນັ້ນ ຈຶ່ງເປັນສິ່ງຢັ້ງຢືນຕໍ່ສັງຄົມ ກໍຄືປະຊາຊົນ, ນັກທຸລະກິດທັງພາຍໃນລາວ ແລະ ຕ່າງປະເທດ ໄດ້ມີຄວາມເຊື່ອໝັ້ນສູງ. ທ່ານອຳນວຍການໃຫຍ່ ກ່າວຕື່ມວ່າ: ປັດຈຸບັນ ສປປ ລາວ ພວມເປີດກ້ວາງການລົງທຶນຂອງຕ່າງປະເທດ ແລະ ມີຄວາມຈະເລີນເຕີບໂຕທາງດ້ານເສດຖະກິດຢ່າງໄວວາ ແລະ ທຸລະກິດປະກັນໄພ ຫລື ປະກັນຊີວິດ ເປັນທຸລະກິດໜຶ່ງ ທີ່ມີຄວາມຕ້ອງການຂອງປະຊາຊົນ-ນັກທຸລະກິດພາຍໃນລາວ ແລະ ຕ່າງປະເທດ ທີ່ສາມາດຫລຸດຜ່ອນຄວາມສ່ຽງ, ການຄຸ້ມຄອງຊີວິດ ແລະ ຊັບສິນຕ່າງໆຂອງສັງຄົມ, ບໍລິສັດ ຈຶ່ງໃຫ້ຄວາມສຳຄັນໃນການດຳເນີນທຸລະກິດໃນດ້ານນີ້ ແລະ ມີຜະລິດຕະພັນທີ່ຫລາກຫລາຍເຊັ່ນ: ປະກັນໄພລົດ, ປະກັນອັກຄີໄພ, ປະກັນຊີວິດ, ປະ ກັນສຸຂະພາບ, ປະກັນການຂົນສົ່ງ, ປະກັນການກໍ່ສ້າງ ແລະ ອື່ນໆທີ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດປະກັນໄພໄດ້ເປັນຢ່າງດີ. ນອກນີ້ ຍັງມີປະກັນໄພລົດ ທີ່ສາມາດຄຸ້ມຄອງໄດ້ 2 ປະເທດ ກໍຄືລາວ ແລະ ໄທ. ສຳລັບແຜນການດຳເນີນງານຂອງບໍລິສັດໃນຕໍ່ໜ້າ, ແມ່ນຈະສຸມໃສ່ການພັດທະນາຄວາມຫລາກຫລາຍຂອງຜະລິດຕະພັນປະກັນໄພ ການບໍລິການທີ່ວ່ອງໄວ ແລະ ດີເລີດ, ພ້ອມບໍລິການຫລັງການຂາຍຄວບຄຸມທົ່ວ ສປປ ລາວ, ຜ່ານຊ່ອງລະບົບທະນາຄານເອັສທີ ທີ່ມີສຳນັກງານໃຫຍ່ ແລະ ໜ່ວຍບໍລິການໃນເຂດນະຄອນຫລວງວຽງຈັນ ແລະ ສາຂາຕ່າງແຂວງນຳອີກໄປພ້ອມກັບການພັດທະນາບຸກຄະລາກອນໃຫ້ມີຄຸນນະພາບເພື່ອຮອງຮັບການເຕີບໃຫຍ່ຂະ ຫຍາຍຕົວຂອງທຸລະກິດ ແລະ ກາຍເປັນບໍລິສັດປະກັນໄພແຫ່ງໜຶ່ງທີ່ມີຄຸນນະພາບສູງໃນລາວ.

No comments:

Post a Comment