Ad

Ad

16 September 2016

ປະຊາຊົນ 15 ຄອບຄົວຢູ່ເມືອງຫີນເຫີບໄດ້ຮັບເງິນຊົດເຊີຍທີ່ດິນຮັບຜົນກະທົບຈາກໂຄງ ການຂຸດຄົ້ນຖ່ານຫີນ

           ແຫລງຂ່າວທ້ອງຖິ່ນລາຍງານໃຫ້ຮູ້ວ່າ: ພິທີມອບເງິນຊົດເຊີຍໃຫ້ເຈົ້າຂອງດິນທີ່ຖືກຜົນກະ ທົບຈາກໂຄງການຂຸດຄົ້ນແຮ່ຖ່ານຫີນຂອງບໍລິສັດລາວພັດທະນາຂຸດຄົ້ນແຮ່ຖານຫີນຈຳກັດທີ່ບ້ານນ້ຳໂທມ, ເມືອງຫີນເຫີບ, ແຂວງວຽງຈັນ ຈໍານວນ 15 ຄອບຄົວ, ໄດ້ຈັດຂຶ້ນໃນວັນທີ 14 ກັນຍານີ້, ໂດຍມີທ່ານຮອງເຈົ້າເມືອງຫີນເຫີບເປັນຜູ້ມອບເງິນດັ່ງກ່າວທັງໝົດຈໍານວນ 62 ລ້ານກວ່າກີບ.

            ທ່ານ ແສງທະວີ ສີອັກຄະຈັນ ຮອງປະທານບໍລິສັດຂຸດຄົ້ນຖ່ານຫີນດັ່ງກ່າວ ໃຫ້ຮູ້ວ່າ: ບໍລິ ສັດພວກເຮົາໄດ້ເຊັນສັນຍາກັບລັດຖະບານໃນປີ 2009 ເພື່ອສໍາປະທານເຂດຂຸດຄົ້ນໃນເນື້ອທີ 42 ກິໂລຕາແມັດ, ເຊິ່ງກວມເອົາເມືອງສັງທອງນະຄອນຫລວງວຽງຈັນ ແລະ ເມືອງຫີນເຫີບແຂວງວຽງຈັນ. ໃນປີ 2010 ບໍລິສັດສົ່ງມອບເນື້ອທີ່ຄືນໃຫ້ລັດຖະບານຈໍານວນ 14,36 ກິໂລຕາແມັດ ແລະ ເອົາເນື້ອທີ່ 33,64 ກິໂລຕາແມັດເຂົ້າສູ່ການສຳຫລວດ, ຮອດປີ 2013 ບໍລິສັດໄດ້ສຳຫລວດລະອຽດສຳ ເລັດໂດຍເອົາເນື້ອທີ່
22,54 ກິໂລຕາແມັດ, ສືບຕໍ່ສຳຫລວດ ແລະ ເອົາເນື້ອທີ່ 11 ກິໂລຕາແມັດເຂົ້າສູ່ບົດວິພາກເສດຖະກິດລະອຽດ ແລະ ມາຮອດປີ 2016 ບໍລິສັດໄດ້ຮັບອານຸຍາດຂຸດຄົ້ນໃນເນື້ອທີ່ 11 ກິໂລຕາແມັດ, ໂດຍມີປະລິມານສະສົມຂອງແຮ່ຖ່ານຫີນປະມານ 3 ລ້ານໂຕນ, ໂດຍໃນປີ 2016 ຂຸດຄົ້ນໄດ້ແລ້ວ 50 ພັນໂຕນ ແລະ ສົ່ງແຮ່ຖ່ານຫີນຂາຍໃຫ້ແກ່ໂຮງງານຊີມັງຊຽງຂວາງ, ໂຮງງງານຊີມັງໄຊຍະບູລີ ແລະ ໂຮງງານດິນຈີ່ໃນນະຄອນຫລວງວຽງຈັນ.

No comments:

Post a Comment