Ad

Ad

7 February 2013

ທະນາຄານນະໂຍບາຍສາຂາແຂວງຜົ້ງສາລີ ເປີດການບໍລິການຢ່າງເປັນທາງການ



     ໂດຍສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ຊົນນະບົດເຂດຫ່າງໄກສອກ ຫລີກໃຫ້ ປາກົດຜົນເປັນຈິງເທື່ອ ລະກ້າວນັ້ນ, ມາໃນຕອນເຊົ້າວັນ ທີ 5 ກຸມພານີ້, ທະນາຄານນະໂຍ ບາຍ ສາຂາແຂວງຜົ້ງສາລີ ໄດ້ ຈັດພິທີເປີດການບໍລິການຢ່າງ ເປັນທາງການ ໂດຍໃຫ້ກຽດເຂົ້າ ຮ່ວມຂອງທ່ານ ອັງຟູ ອາລີ ຄະ ນະປະຈຳພັກແຂວງ, ຮອງເຈົ້າແຂວງຜົ້ງສາລີ ທັງເປັນປະທານ ຄະນະກຳມະການຄຸ້ມຄອງສິນ ເຊື່ອຂັ້ນແຂວງ, ທ່ານ ອໍ້ ວິລະພັນ ຜູ້ຊ່ວຍວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ບົວລອງ ໄຊຍະ ວົງ ອຳນວຍການໃຫຍ່ທະນາ ຄານນະໂຍບາຍ ພ້ອມດ້ວຍພະນັກ ງານວິຊາການເຂົ້າຮ່ວມ.
    ທະນາຄານນະໂຍບາຍເປັນສະຖາບັນການເງິນຂອງລັດຖະບານ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007, ມີພາລະບົດບາດຕົ້ນຕໍນຳເອົາແຫລ່ງທຶນສິນເຊື່ອດອກເບັ້ຍນະໂຍບາຍຂອງລັດຖະບານ ເພື່ອເປັນທຶນຮອນໃນ ການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ 64 ເມືອງ ເປົ້າໝາຍ, 64 ຈຸດສຸມ ແລະ
ບັນດາບ້ານທົດລອງ 3 ສ້າງທົ່ວປະເທດໃນນີ້ ສຳລັບຢູ່ແຂວງຜົ້ງສາ ລີມີ 7 ໜ່ວຍບໍລິການທີ່ຂຶ້ນກັບ, ຈຸດ ປະສົງຕົ້ນຕໍຂອງສາຂາແມ່ນຄວບຄຸມບັນຊາໜ່ວຍບໍລິການ ແລະ ເປັນຂົວຕໍ່ສຳນັກງານໃຫຍ່ ເພື່ອນຳເອົາ ແຫລ່ງທຶນຂອງລັດຖະບານໂດຍຮູບການປ່ອຍສິນເຊື່ອໃນອັດຕາດອກເບັ້ຍຂອງລັດຖະບານ ໂດຍສຸມໃສ່ພາກ ການຜະລິດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າໃນ 7 ເມືອງເປົ້າໝາຍ ຄືເມືອງຜົ້ງສາລີ, ບຸນເໜືອ, ຍອດອູ, ບຸນໃຕ້, ເມືອງໃໝ່, ເມືອງຂວາ ແລະ ເມືອງສຳພັນ. ເງື່ອນໄຂການໃຫ້ສິນເຊື່ອຂອງທະ ນາຄານມີ 3 ລັກສະນະ ຄືໃຫ້ສິນເຊື່ອເພື່ອຕອບສະໜອງທຶນຕາມລະດູການຜະລິດ, ໃຫ້ສິນ ເຊື່ອຕາມໂຄງ ການບູລິມະສິດຂອງລັດຖະບານ, ໃຫ້ສິນເຊື່ອເພື່ອແກ້ໄຂຄວາມທຸກຍາກ ແລະ ຈັດສັນອາຊີບຄົງທີ່. ຮູບ ແບບການກູ້ ມີ 3 ໄລຍະຄືໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໃນນີ້ໄລຍະ 12 ເດືອນ ອັດຕາດອກເບັ້ຍ 5% ຕໍ່ປີ, ເງິນກູ້ໄລຍະກາງ 12 ເດືອນຫາ 36 ເດືອນ 6% ຕໍ່ປີ ແລະ ເງິນກູ້ໄລຍະຍາວ 3 ປີຂຶ້ນໄປ 7% ຕໍ່ປີ.

No comments:

Post a Comment