Ad

Ad

7 February 2013

ມາຮູ້ຈັກກັບຊົນເຜ່ົາເບຣົາ



    ​ແນ່ນອນ​ວ່າ ການ​ບ່ອງ​ຫູ​ໃຫຍ່ ໃສ່​ຕ້າງ​ງາ ສັກ​ໜ້າລາຍ ຄາບ​ກອກຢາ​ໃຫຍ່ ຕັດ​ແຂ້​ວ​ເບື້ອງ​ເທິງ​ສັ້ນ ຂອງ​ເຜົ່າ​ເບຣົາ ລ້ວນ​ເຮັດ​ໃຫ້​ຜູ້​ພົບ​ເຫັນ​ຮູ້ສຶກ​ແປກ​ປະ ຫລາດ ​ແລະ ​ເກີດ​ຄວາມ​ສົນ​ໃຈ​ວ່າ: ​ເປັນ​ຫຍັງ ​ເຂົາ​ເຈົ້າຈຶ່ງ​ເຮັດ​ແນວ​ນັ້ນ ? ອ່ານ​ເບິ່ງ​ຂໍ້​ມູນ​ຕໍ່​ໄປ​ນີ້​ແລ້ວທ່ານ​ອາດ​ຈະ​ສົນ​ໃຈ​ເຜົ່າ​ເບຣົາຍິ່ງ​ກວ່າ​ເກົ່າ.
    ​ເຜົ່າ​ເບຣົາຕັ້ງຖິ່ນ​ຖານ​ຢູ່​ລາວ​ມາ​ແຕ່​ດົນ​ນານ​ປານ​ໃດ ? ມີ​ປະ ຫວັດ​ຄວາມ​ເປັນ​ມາມີ​ກົກ​ເຄົ້າ​ເຫງົ້າກໍ​ມາ​ແຕ່​ໃສ ? ອັນ​ນີ້ບໍ່​ມີ​ຫລັກ​ຖານ​ຈະ​ແຈ້ງ ຕາມ​ການ​ເລົ່າ​ຂອງ​ຜູ້​ເຖົ້າ​ເຜົ່າ​ເບຣົາທີ່ຢູ່​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ຊົນ​​ເຜົ່າ​ເບຣົາ​ເຄື່ອນ​ຍ້າຍ​ມາ​ຈາກ​ພາກ​ເໜືອ​ຂອງ​ລາວ​ຜ່ານ​ທົ່ງ​ໄຫ​ຫີນ ແລະ ​ເຂດ​ອື່ນໆ ​ແລ້ວ​ມາຕັ້ງຖິ່ນ​ຖານ​ຢາຍ​ລຽບ​ໄປ​ຕາມ​ລຳ​ເຊ​ກອງ, ​ເຊ​ກະ​ໝານ, ​ເຊ​ຊຸ ​ເຂດ​ພູ​ຮາ​ລາງ​ຫ້ວຍ​ກາ​ໂດດ, ຫ້ວຍ​ຕາ​ເງົາ, ພູ​ລີງ ​ແລະ ທົ່ງ​ສັກ​ຊຸ່ມ (​ເຂດ​ສາມຫລ່ຽມລາວ-ຫວຽດນາມ- ກຳປູ​ເຈຍ) ​ເຊິ່ງຢູ່​ໃນ​ເຂດ​ເມືອງ​ໄຊ​ເສດ​ຖາ, ​ເມືອງ​ສາມັກຄີ​ໄຊ, ເມືອງ​ສະໜາມ​ໄຊ, ​ເມືອງ​ພູ​ວົງ ແຂວງ​ອັດ​ຕະປື.

    ​ເຜົ່າ​ເບຣົາຍັງ​ມີ​ຢູ່​ເມືອງ​ໂຂງ, ເມືອງ​ປະທຸມ​ພອນ, ​ເມືອງ​ປາກ​ຊ່ອງ, ​ເມືອງ​ບາ​ຈຽງ​ຈະ​ເລີ​ນສຸກ ແຂວງ​ຈຳປາ​ສັກ, ຢູ່​ແຂວງ​ກອນ​ຕູມ​ຂອງ​ຫວຽດນາມ ​ແລະ ແຂວງຣັດຕະນະ​ຄີຣີ ຂອງກຳປູ​ເຈຍ. ສະ​ເພາະ​ຢູ່​ແຂວງ​ອັດ​ຕະປື ສ່ວນ​ໃຫຍ່​ແມ່ນ​ຢູ່​ເມືອງ​ພູ​ວົງ.​ ເຜົ່າ​ເບຣົາ​ໃນ​ລາວ​ມີ 17 ພັນ​ກວ່າ​ຄົນ (ສະຖິຕິ​ສຳ​ຫລວດ​ພົນລະ​ເມືອງ 2005).
    “​ເບ​ຣົາ” ​ແມ່ນ​ຊື່​ທີ່​ເຂົາ​ເຈົ້າ​ເອີ້ນ​ເຜົ່າ​ຕົນ​ເອງ ​ແລະ ສະໝັກ​ໃຈ​ຮັບ​ເອົາ, ມີ​ຄວາມ​ໝາຍ​ເຖິງ​ສຽງ​ນົກ​ຮ້ອງ. ​ແຕ່​ກ່ອນ​ເຂົາ​ເຈົ້າຖືກ​ເຜົ່າ​ອື່ນ​ເອີ້ນຊື່ວ່າ: “ລະ​ແວ” ​ແລະ “ລຸຍ​ແວ” ອັນ​ໝາຍ​ເຖິງ​ຕະ​ແວ     (​ເຫລົ້າ) ຫລື ​ແວ່​ຫັ້ນ ​ແວ່ນີ້ (​ໄປ​ແບບ​ມີ​ຫລາຍ​ຈຸດ​ໝາຍ).
    ​ເຂົາ​ເຈົ້າມັກ​ຕັ້ງ​ເຮືອນ​ເປັນ​ຮູບ​ວົງມົນ ​ໂດຍ​ມີ​ສາລາ​ກວ້ານ​ຂອງ​ບ້ານ​ຢູ່​ເຄິ່ງກາງ, ມີ​ຮົ້ວອ້ອມ​ ເຮືອນ ​ແລະ ປູກ​ຕົ້ນກ້ວຍ ​ແລະ ຫວ້ານ​ນາໆ​ພັນ​ໄວ້​​ໃກ້​ປະຕູ​ວຽງ  (​ໂຂງ) ​ເຂົ້າບ້ານ ​ເພື່ອ​ປ້ອງ​ກັນ​ຟ້າ ຜ່າ, ຜູ້​ຄົນ ​ແລະ ​ໄພ​ອັນຕະລາຍ​ທີ່​ຈະ​ມາ​ບຽດບຽນ​ທຳລາຍ​ຄວາມ​ສະຫງົບ​ສຸກ. ​ເຮືອນ​ເຜົ່າ​ເບຣົາປຸກ​ເປັນ​ສອງ​ພັກ, ພັກ​ທີ​ໜຶ່ງ​ເປັນ​ບ່ອນ​ແຕ່ງກິນ, ກິນ​ເຂົ້າ, ພັກ ຜ່ອນ, ຕ້ອນຮັບ​ແຂກ. ພັກ​ທີ​ສອງ​ເປັນ​ບ່ອນ​ນອນ ​ແລະ ມ້ຽນ​ເຄື່ອງ​ຂອງ. ຖ້າ​ເຮືອນ​ໃດ​ມີ​ລູກ​ສາວ ຈະ​ເກາະ​ອອກ​ອີກ​ຫ້ອງ​ໜຶ່ງ ​ແລະ ​ເຮັດ​ສູງ​ຂຶ້ນກວ່າ​ສອງ​ພັກ​ທີ່​ແລ້ວ ເພື່ອ​ເປັນ​ບ່ອນ​ນອນ​ຂອງ​ລູກ​ສາວ.
    ​ເຜົ່າ​ເບຣົາມີ​ພາສາ​ປາກ​ເວົ້າ​ເປັນ​ຂອງ​ຕົນ​ເອງ ຈັດ​​ເຂົ້າ​ໃນ​ຕະ ກຸນ​ພາສາ​ມອນ-ຂະ​ແມ. ​ເຂົາ​ເຈົ້າ ຍັງ​ສາມາດ​ເວົ້າພາສາ​ເຜົ່າ​ເຈັ້ງ, ເຜົ່າ​ໂອຍ, ​ເຜົ່າ​ຢຣຸ, ​ເຜົ່າ​ຍະ​ເຫີ​ນ, ເຜົ່າກະຕາງ ​ແລະ ພາສາ​ລາວ​ໄດ້​ດີ. ​ເຂົາ​ເຈົ້າ​ເຊື່ອ​ຖື​ຜີ ​ແລະ ມີ​ຄວາມ​ສຳນຶກ​ເຖິງ​ສິ່ງ​ສັກສິດ​ທັງ​ປວງ​ວ່າ​ເປັນ​ຜູ້​ສ້າງ​ໂລກ​ຈັກກະ ວານຄື​ດິນ, ນ້ຳ, ລົມ, ​ໄຟ, ການ​ມີ​ຊີວິດ ​ແລະ ຄວາມ​ຕາຍ. ດິນ​ໄຮ່, ດິນ​ນາ, ຕົ້ນ​ໄມ້​ໃຫຍ່​ລ້ວນ​ມີ​ຜີ, ມີ​ໝໍ​ລ່າມ, ໝໍ​ເຢົາ ​ເປັນ​ຜູ້​ທັກ​ທ້ວງ​ໃນ​ເວລາ​ເຂົາ​ເຈົ້າ​ເຈັບ​ປ່ວຍ. ​ເຂົາ​ເຈົ້າມີ​ພິທີກຳ​ອັນ​ເປັນ​ປະ​ເພນີ ເຊິ່ງຈັດ​ຂຶ້ນ​ໃນ​ແຕ່ລະ​ໄລຍະ​ຂອງ​ການ​ຜະລິດ​ເຊັ່ນ: ພິທີ​ພະ​ວຽງ, ພະ​ດຽງ, ພະ​ມັນ, ພະ​ໄຟ (ຄົງ​ເປັນ​ພິທີ​ບູຊາ​ຟ້າ, ດິນ, ລົມ, ​ໄຟ).
    ​ເຜົ່າ​ເບຣົາມີ​ບົດ​ຮ້ອງ​ທຳນອງ​ເສບ​ເຊັ່ນ: ລຳ​ເຈືອງ​ຕໍ່ສູ້, ລຳ​ເຈືອງ ນິທານ​, ມີ​ບົດ​ຟ້ອນ, ມີ​ເຄື່ອງ​ເສບ​ເຊັ່ນ: ຄ້ອງ​ລາ, ຄ້ອງ​ຈຸ້ມ, ຄ້ອງ​ນ່ອງ​ແນ່​ງ, ກະບັ້ງ ແລະ ນິທານ​ພື້ນ​ເມືອງ​ຢ່າງ​ຫລວງຫລາຍ​ເຊັ່ນ: ​ເລື່ອງ​ຢະ ກຶນດືຍ, ​ເລື່ອງ​ຢະກຣຸງ, ຢະ​ເດົາ​ມາ​ມ​ເປັນຕົ້ນ.
    ຜູ້ຍິງ​ນຸ່ງ​ສິ້ນກາ​ໂດ ຫົ່ມ​ເສື້ອສີ​ດຳ​ລາຍ​ເຮ້ຍ ​ເກົ້າຜົມ ​ປັກ​ແຊມ​ດ້ວຍ​ຝ້າຍ​ສີ​ແດງ ​ແລະ ສີຂາວ ຫລື ໝາກ​ປັດ​ໃສ່​ກ້ອງ​ແຂນ ກ້ອງ ຂາ​ທອງ​ຜູ້​ຊາຍ​ເບຣົານຸ່ງ​ກະ​ຕ່ຽວ ທັງ​ຍິງ-ຊາຍ​ເກົ້າຜົມບ່ອງ​ຫູ​ຮູ​ໃຫຍ່ ​ໃສ່​ຕ້າງງາ​ຊ້າງ ຫລື ​ໄມ້​, ສັກ​ລາຍຕາ​ມຕົນ​ໂຕ ​ແຂ​ນຂາ ໜ້າ​ເອິກໜ້າຜາກ​ແກ້ມ... ຕັດ​ແຂ້ວ​ເບື້ອງ​ເທິງຄາບ​ກອກຢາ​ໃຫຍ່.
    ບ່າວ-ສາວ​ເຜົ່າ​​ເບຣົາມີ​ເສ ລີພາບ​ໃນ​ການ​ເລືອກ​ຄູ່​ຄອງ. ຝ່າຍ​ຊາຍ​ຈະ​ເປັນ​ຜູ້​ໄປ​ສູ່ຂໍ​ຝ່າຍ​ຍິງ ການ​ແຕ່ງດອງ​ຈັດ​ຢູ່​ເຮືອນ​ຝ່າຍ​ຍິງ. ຫລັງ​ຈາກ​ແຕ່ງດອງ ຝ່າຍ​ຊາຍ​ຕ້ອງ​ຢູ່​ນຳ​ຝ່າຍ​ຍິງ​ເປັນ​ເວລາ 3 ປີ ຈຶ່ງ​ສາມາດ​ນຳ​ເອົາ​ເມຍ-ລູກ​ເມືອ​ຢູ່​ນຳ​ພໍ່​ແມ່​ຂອງ​ຕົນ. ຖ້າ​ອ້າຍ​ເສຍ​ຊີວິດ​ນ້ອງ​ຊາຍ​ສາ ມາດ​ສືບຕໍ່​ເອົາ​ເມຍ​ອ້າຍ​ໄດ້, ​ແຕ່​ຖ້າ​ນ້ອງ​ຊາຍ​ເສຍ​ຊີວິດອ້າຍ​ບໍ່​ມີ​ສິດ​ເອົາ​ເມຍ​ຂ້ອງ​ນ້ອງ​ໄດ້.
    ​ໃນ​ສັງຄົມ​ເຜົ່າ​ເບຣົາສ່ວນ​ຫລາຍ​ແມ່ນ​ສືບ​ສາຍ​ຕະກຸນ​ຕາມ​ພໍ່​. ຜູ້ຍິງ​ເບຣົາຈະ​ເກີດ​ລູກ​ຢູ່​ເຮືອນ ຫລື ກ້ອງຕະລ່າງ​ເຮືອນ ​ແລະ ຢູ່ກຳ 3-5 ມື້ ​ເມື່ອ​ມີ​ຄົນ​ເສຍ​ຊີວິດ​ແມ່ນ​ໄດ້​ເອົາ​ອອກ​ຈາກ​ເຮືອນ​ໃສ່​ໂລງ​ທີ່​ເຮັດ​ດ້ວຍ​ໄມ້​ເອົາ​ໄວ້​ຢູ່​ຫ້ອງ​ເຮືອນ​ນ້ອຍ ​ແລະ ມີ​ການ​ຄົບງັນ 2-3 ຄືນ ຈຶ່ງ​ເອົາ​ໄປ​ຝັງ.
    ​ໃນ​ເມື່ອ​ກ່ອນ​ຊົນ​ເຜົ່າ​ເບຣົາຖື​ເອົາ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ ຈ້າວ​ເປັນຕົ້ນຕໍ, ປູກ​ເຜືອກ​ມັນ, ສາລີ, ລ້ຽງສັດ, ຫາ​ປາ, ລ່າ​ເນື້ອ, ​ເກັບຜັກຫັກ, ໜໍ່​ໄມ້​ປ່າ​ຕາມ​ທຳ​ມະ​ຊາດ. ​ເຂົາ​ເຈົ້າຍັງ​ຊຳນານ​ໃນ​ການ​ຈັກສານ​ເຮັດ​ເຄື່ອງ​ໃຊ້. ໄລຍະ​ຕໍ່​ມາ​ເຂົາ​ເຈົ້າກໍ​ຫັນ​ມາ​ເຮັດ​ນາ​ປູກ​ເຂົ້າຈ້າວ, ​ເຮັດ​ສວນ, ລ້ຽງສັດ​ເປັນ​ອາຊີບ.

No comments:

Post a Comment