Ad

Ad

6 February 2013

ເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ເນັ້ນໃຫ້ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ



        ​ໃນ​ໂອກາດ​ເຂົ້າຮ່ວມ​ປິດ​ກອງ​ປະຊຸມ​ຕີ​ລາຄາ​ການຈັດຕັ້ງປະຕິບັດ​ວຽກ​ງານ 3 ສ້າງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4-5 ກຸມພາ​ນີ້ ຢູ່​ສູນ​ເຝິກອົບຮົມ ICTC ​​ນະຄອນຫລວງ​ວຽງ​ຈັນ, ​ໃນ​ບ່າຍ​ວານ​ນີ້,ສະຫາຍ ​ເລຂາທິການ​ໃຫຍ່ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ແນະນຳ​ຕື່ມ​ຫລາຍ​ບັນຫາ​ທີ່​ສຳຄັນ ເພື່ອ​ກະຕຸກ​ຊຸກຍູ້​ໃຫ້ການ​ຈັດຕັ້ງ ປະຕິບັດ​ວຽກ​ງານ​ດັ່ງກ່າວ​ເຂົ້າສູ່​ລວງ​ເລິກ ​ເຊິ່ງບັນຫາ​ທຳ​ອິດ ສະ ຫາຍ​ເລຂາທິການ​ໃຫຍ່ ​ໄດ້​ອະທິ ບາຍ ​ແລະ ​ເນັ້ນຄືນ​ກ່ຽວ​ກັບ​ວຽກ​ງານ 3 ສ້າງ​ແມ່ນ​ຫຍັງ ? ມັນ​ແມ່ນ​ການ​ເອົາ​ມະຕິ IX ​ເຂົ້າສູ່​ການ​ປະຕິບັດ​ຕົວ​ຈິງ ​ໂດຍ​ສະ​ເພາະ​ທິດ​ນຳ​ຍຸດ​ທະ​ສາດ​ສ້າງ​ຄວາມ​ໝັ້ນຄົງ​ໃຫ້​ແກ່​ລັດ​ປະຊາ ທິປະ​ໄຕປະຊາຊົນ ​ແລະ ທິດ​ນຳ​ກ່ຽວ​ກັບ 4 ບຸກທະ ລຸໃຫ້​ເປັນ​ຈິງ. ສະນັ້ນ ຂ້າພະ​ເຈົ້າ ຈຶ່ງ​ຂໍ​ເນັ້ນຄືນ​ວ່າ: “3 ສ້າງ​ແມ່ນ​ການ​ປະຕິບັດ​ອັນ​ເລິກ​ເຊິ່ງ​ເຖິງ​ຖອງ​ໃນ​ເງື່ອນ​ໄຂ​ໃໝ່”.
      ​ເວົ້າວ່າການ​ປະຕິບັດ ກໍ​ຍ້ອນ​ວ່າ 3 ສ້າງ​ແມ່ນ​ວຽກ​ຍຸດ​ທະ​ສາດ​ຍາວ​ນານ ​ເພື່ອ​ບັນລຸ​ຈຸດໝາຍ ​ເຮັດ​ໃຫ້​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ​ຂອງ​ພວກ​ເຮົາ​ມີ​ຄວາມ​ໝັ້ນຄົງ. ລະບອບ​ປະຊາທິປະ​ໄຕ​ປະຊາຊົນ​ມີ​ຄວາມ​ໝັ້ນຄົງ ພວກ​ເຮົາ​ຈຶ່ງ​ບັນລຸ​ອຸດົມ​ການ​ທີ່​ວ່າ: “ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ”. ອຸດົມ​ການ​ດັ່ງກ່າວ​ນັ້ນ​ ​ໃນ​ເນື້ອ​ແທ້​ມັນ​ກໍ​ແມ່ນ “ສັງຄົມ​ນິ ຍົມ”. ສະນັ້ນ
​ເວົ້າວ່າ 3 ສ້າງ ​ແມ່ນ​ການ​ປະຕິບັດ​ອັນ​ເລິກ​ເຊິ່ງ​ເຖິງ​ຖອງ​ໃນ​ເງື່ອນ​ໄຂ​ໃໝ່ ​ແມ່ນ​ໝາຍ​ເຖິງ​ການ​ສ້າງ​ບັນດາ​ປະຖົມ​ປັດ​ໄຈ ​ແລະ ​ເງື່ອນ​ໄຂ​ຕ່າງໆ​ໃຫ້​ແກ່​ການ​ບັນລຸ​ຈຸດໝາຍ​ສັງຄົມ​ນິ ຍົມ ​ໂດຍ​ເລີ່​ມ​ແຕ່​ຮາກ​ຖານ​ຂຶ້ນມາ ​ແລະ 3 ສ້າງ ​ແມ່ນ​ການ​ເສີມ​ຂະ ຫຍາຍ​ສິດ​ເປັນ​ເຈົ້າ​ໃຫ້​ແກ່​ທ້ອງ​ຖິ່ນ​ຮາກ​ຖານ. ຂ້າພະ​ເຈົ້າ​ເວົ້າອັນ​ນີ້ກໍ​ເພື່ອ​​ໃຫ້​ເຂົ້າ​ໃຈ​ນຳ​ກັນ​ວ່າ: 3 ສ້າງ ​ແມ່ນ​ສິ່ງ​ທີ່​ຕ້ອງ​ເປັນ​ໄປ ​ເພື່ອ​ເພີ່ມ​ທະວີ​ບົດບາດນຳ​ພາ ​ແລະ ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ​ນຳພາ​ຂອງ​ພັກ. ພ້ອມ​ກັນນັ້ນ ກໍ​ເພີ່ມ​ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ-ບໍລິຫານ​ຂອງ​ລັດ​ເຮົາ. ອັນ​ສຳຄັນ​ໃນ​ນັ້ນ​ແມ່ນ​ໃຫ້​ທ້ອງ​ຖິ່ນ​ຮາກ​ຖານ​ມີ​ສິດ​ເປັນ​ເຈົ້າ ຫລາຍ​ຂຶ້ນ ​ແລະ ມີ​ຄວາມ​ຮັບຜິດ ຊອບ​ເພີ່ມ​ຂຶ້ນ ຕິດ​ພັນ​ກັບ​ການ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ເໝາະ​ສົມ. ຖ້າ​ເຮັດ​ຄື​ແນວ​ນັ້ນ ​ໃນ​ທີ່​ສຸດ​ທ້ອງ​ຖິ່ນ​ຮາກ​ຖານ​ກໍ​ຈະ​ມີ​ຄວາມ​ເຂັ້ມ​ແຂງ, ຖ້າ​ຫາກ​ທຸກ​ທ້ອງ​ຖິ່ນ​ຮາກ​ຖານ ​​ໂດຍ​ສະ​ເພາະ​ແມ່ນ 51 ​ເມືອງ ​ແລະ 108 ບ້ານ​ເປົ້າໝາຍ ມີ​ຄວາມ​ເຂັ້ມ​ແຂງ, ພື້ນຖານ​ຂອງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ​ກໍ​ຈະ​ມີ​ຄວາມ​ແໜ້ນ​ແກ່ນ, ປະ​ເທດ​ຊາດ​ກໍ​ຈະ​ມີ​ຄວາມ​ໝັ້ນຄົງ.
       ສະຫາຍ ​ເລຂາທິການ​ໃຫຍ່ ​ເນັ້ນຕື່ມ​ວ່າ: ​ເຮັດ 3 ສ້າງ ​ແມ່ນ​ການ​ຊຸກຍູ້​ການ​ພັດທະນາ​ເຂົ້າສູ່​ບາດ​ລ້ຽວ​ໃໝ່ ​ໂດຍ​ສະ​ເພາະ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ຄອບ ຄົວ​ໃຫ້​ຍັງ​ເຫລືອ​ບໍ່​ເກີນ 10% ​ແລະ ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ໃນ​ປີ 2015. ຈາກ​ນັ້ນ ​ເມື່ອ​ຮອດ​ປີ 2020 ປະ​ເທດ​ເຮົາ​ຕ້ອງ​ຫລຸດ​ພົ້ນຈາກ​ຄວາມ​ດ້ອຍ​ພັດທະນາ. ບາດ​ລ້ຽວ​ໃໝ່​ອັນ​ນີ້ ມັນ​ມີ​ລັກສະນະ​ປະຫວັດ ສາດ​ສຳລັບ​ປະ​ເທດ​ເຮົາ ​ເພາະວ່າ​ປະ​ເທດ​ເຮົາ​ໄດ້​ຕົກ​ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​ຫລ້າຫລັງ​ມາ​ເປັນ​ເວລາ​ຍາ​ວນານ​ຫລາຍ​ປີ. ​ແຕ່​ວ່າ​ອີກ​ບໍ່​ທໍ່​ໃດ​ປີ​ຕໍ່ໜ້າ​ນີ້ ພວກ​ເຮົາ​ຈະ​ພ້ອມ​ກັນ​ເປີດ​ສັງກາດ​ໃໝ່, ສັງກາດ​ແຫ່ງ​ຄວາມ​ພາກພູມ​ໃຈ​ທີ່​ປະ​ເທດ​ເຮົາ​ຈະ​ມີ​ຖານະ​ອັນ​ສົມ​ກຽດ​ໃນ​ເວທີ​ປະຊາ​ຄົມ​ໂລກ ນັ້ນຄື​ການ​ຫລຸດ​ພົ້ນຈາກ​ກຸ່ມ​ປະ​ເທດ​ດ້ອຍ​ພັດທະນາ. ​ແຕ່​ວ່າ ການ​ກ້າວ​ສູ່​ບາດ​ລ້ຽວ​ໃໝ່​ທີ່​ວ່າ​ນັ້ນ ມັນ​ມີ​ລັກສະນະ​ທ້າ​ທາຍ ​ແລະ ບໍ່​ງ່າຍ​ປານ​ໃດ. ພວກ​ເຮົາ​ຕ້ອງ​ມີ​ມານະ​ຈິດ ​ແລະ ຕ້ອງ​ບຸກບືນ​ສຸດ​ຂີດ ຈຶ່ງ​ຈະ​ບັນລຸ​ໄດ້. ສະນັ້ນ ຕ້ອງ​ເອົາ 3 ສ້າງ​ເປັນ​ປັດ​ໄຈ​ຕັດສິນ, ຕ້ອງ​ປະຕິບັດ 3 ສ້າງ​ຢ່າງ​ຕັ້ງໜ້າ, ​ເຮັດ​ໃຫ້​ຖືກ​ທິດ ​ແລະ ​ເຮັດ​ໃຫ້​ມີ​ຜົນສຳ​ເລັດ, ​ເຮັດ​ຄື​ແນວ​ນັ້ນ ​ເຊື່ອ​ວ່າ​ຈະ​ເຮັດ​ໃຫ້ການ​ພັດທະນາ​ເຂົ້າສູ່​ບາດ​ລ້ຽວ​ໃໝ່​ອັນ​ເປັນ​ປະຫວັດສາດ​ໄດ້. ການ​ເຮັດ​ໃຫ້ 3 ສ້າງ​ເປັນ​ປັດ​ໄຈ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ​ສູ່​ບາດ​ລ້ຽວ​ໃໝ່ ຕ້ອງ​ມີ​ແຜນການ, ມີ​ໂຄງການ​ລະອຽດ​ຕົວ​ຈິງ ​ເຊິ່ງ​ໃນ​ນີ້ຕົ້ນຕໍ​ແມ່ນ​ໂຄງການ​ຢູ່​ເມືອງ ​ແລະ ຢູ່​ບ້ານ. ​ໂຄງການ​ຢູ່​ເມືອງ ​ແລະ ​ເຮັດ​ຢູ່​ບ້ານ​ມີ​ຄວາມ​ສຳຄັນ​ກໍ​ຍ້ອນ​ວ່າ​ບັນຫາ​ທີ່​ຕ້ອງ​ແກ້​ຕົວ​ຈິງ​ມັນ​ຢູ່​ບ່ອນ​ນັ້ນ. ບັນຫາ​ຄວາມ ທຸກ​ຍາກ​ຂອງ​ຄອບຄົວ-ບັນຫາ​ການ​ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ກໍ​ແມ່ນ​ຢູ່​ເມືອງ ​ແລະ ຢູ່​ບ້ານ. ດຽວນີ້ ພວກ​ເຮົາ​ໄດ້​ເລືອກ​ເມືອງ​ເປົ້າໝາຍ ​ແລະ ບ້ານ​ເປົ້າໝາຍ​ຮຽບຮ້ອຍ​ແລ້ວ (​ແຂວງ​ໜຶ່ງ 3 ​ເມືອງ, ​ເມືອງ​ໜຶ່ງ 2 ບ້ານ), ທົ່ວ​ປະ​ເທດ​ມີ 51 ​ເມືອງ ​ແລະ 108 ບ້ານ​ເປົ້າໝາຍ​. ຖ້າ​ຫາກ​ພວກ​ເຮົາ​ຍູ້​ການ​ພັດທະນາ​ສູ່​ບາດ​ລ້ຽວ​ໃໝ່​ໄດ້​ສຳ​ເລັດ​ໝົດ​ທຸກ​ເມືອງ ​ແລະ ທຸກ​ບ້ານ​ເປົ້າໝາຍ, ຂ້າພະ​ເຈົ້າ​ເຊື່ອ​ວ່າ​ປະ​ເທດ​ເຮົາ​ຈະ​ມີ​ພື້ນຖານ​ເສດຖະກິດ​ດີ​ພໍ​ສົມຄວນ, ປະຊາຊົນ​ສ່ວນ​ຫລາຍ​ຈະ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ, ມີ​ພໍ​ກິນ​ພໍ​ໃຊ້. ສະນັ້ນ ຈຶ່ງ​ບໍ່​ໃຫ້​ເພີ່ມ​ຈຳນວນ​ເມືອງ ​ແລະ ບ້ານ​ເປົ້າໝາຍ​ຕື່ມ​ອີກ, ຖ້າ​ຫາກ​ວ່າ​ຢູ່​ແຂວງ​ໃດ ເລືອກ​ເອົາ​ເມືອງ ​ແລະ ບ້ານ​ເປົ້າ ໝາຍ​ບໍ່​ຖືກ​ຕາມ​ເງື່ອນ​ໄຂ​ສ້າງ​ເປັນ​ເມືອງ​ເຂັ້ມ​ແຂງ​ຮອບດ້ານ ​ແລະ ​ເປັນ​ບ້ານ​ພັດທະນາ ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ​ແມ່ນ​ໃຫ້​ເລືອກ​ໃໝ່​ປ່ຽນ​ແທນ, ​ແຕ່​ວ່າ​ບໍ່​ໃຫ້​ເພີ່ມ​ຈຳນວນ. ໝາຍ​ຄວາມ​ວ່າ: ​ໃຫ້​ສຸມ​ໃສ່​ສ້າງ​ເມືອງ ​ແລະ ບ້ານ​ເປົ້າໝາຍ​ທີ່​ໄດ້​ຮັບຮອງ​ເອົາ​ແລ້ວນັ້ນ​ໃຫ້​ໄດ້​ຕາມ​ຄາດໝາຍ. ​ເມືອງ​ໃດ, ບ້ານ​ໃດ​ມີ​ເງື່ອນ​ໄຂ​ສະ ດວກ​ກວ່າ, ມີ​ຄວາມ​ສາມາດ​ເຮັດ​ໄດ້​ໄວ ກໍ​ໃຫ້​ສຸມ​ໃສ່​ເຮັດ​ໃຫ້​ສຳ​ເລັດ​ກ່ອນ, ສ່ວນ​ເມືອງ​ໃດ, ບ່ອນ​ໃດ​ມີ​ເງື່ອນ​ໄຂ​ສະດວກ​ໜ້ອຍ​ກວ່າ​ ກໍ​ໃຫ້​ສຸມ​ໃສ່​ຢ່າງ​ຕັ້ງໜ້າ ​ເຖິງ​ວ່າ​ຈະ​ໃຊ້​ເວລາ​ຫລາຍ​ກວ່າ​ກໍ​ຕາມ, ​ແຕ່​ໃນ​ທີ່​ສຸດ​ຕ້ອງ​ໃຫ້​ເປັນ​ເມືອງ​ເຂັ້ມ​ແຂງ​ຮອບດ້ານ.
    ສະຫລາຍ ​ເລຂາທິການ​ໃຫຍ່ ​ເນັ້ນຕື່ມ​ວ່າ: ອັນ​ສຳຄັນ​ທີ່​ຢາກ​ໃຫ້​ເອົາ​ໃຈ​ໃສ່​ໃນ​ສະ​ເພາະ​ໜ້ານີ້ແມ່ນ ​ການ​ຂຶ້ນ​ແຜນການ​ກຳນົດ​ໂຄງ ການ​ຈຸດ​ສຸມ​ພັດທະນາ​ສຳລັບ​ສົກ​ປີ 2013-2014 ​ແລະ ຕ້ອງ​​ເຮັດຕິດ​ພັນ​ກັບ​ຂະ​ບວນການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ຢູ່​ແຕ່ລະ​ທ້ອງ​ຖິ່ນ ​ແລະ ຮາກ​ຖານ. ໝາຍ​ຄວາມ​ວ່າ: ​ເອົາ​ຂະ​ບວນ ການ 3 ສ້າງ​ເປັນ​ບ່ອນ​ອີງ​ສຳລັບ​ການ​ສ້າງ​ບົດ​ລາຍ​ງານ​ການ​ເມືອງ, ​ເອົາ 3 ສ້າງ​ເປັນ​ໂຮງຮຽນ ​ເພື່ອ​ເຝິກຝົນ​ທົດ​ສອບ ​ແລະ ບຳ ລຸງ​ສ້າງ​ພະນັກງານ. ຈາກ​ນັ້ນ ຈຶ່ງ​ເອົາ​ພະນັກງານ​ກັບ​ທີ່​ຍູ້​ຂະ​ບວນການ 3 ສ້າງ ກໍ​ຄື​ການ​ພັດ ທະນາ​ຢູ່​ທ້ອງ​ຖິ່ນ​ຮາກ​ຖານ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ຄວາມ​ຍືນ​ຍົງ.
      ​ໃນ​ໂອກາດ​ກ່າວ​ປິດ​ກອງ​ປະ ຊຸມ​ດັ່ງກ່າວ, ສະຫາຍ ບຸນ​ຍັງ ວໍ ລະ​ຈິດ ຜູ້​ປະຈຳການ​ເລຂາທິການ​ສູນ​ກາງ​ພັກ ທັງ​ເປັນ​ຫົວໜ້າ​ຄະ ນະຊີ້ນຳ​ເຮັດ​ທົດ​ລອງ 3 ສ້າງ​ຂັ້ນສູນ​ກາງ ​ໄດ້​ເນັ້ນຕື່ມ​ວ່າ: 1. ​ໃຫ້​ຈັດຕັ້ງການ​ເຜີຍ​ແຜ່, ຄົ້ນຄວ້າ​ກຳ​ແໜ້ນ​ບົດ​ຄວາມ​ເຫັນ​ຂອງ​ສະ ຫາຍ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ​ໃຫ້​ແກ່​ພະນັກງານ-ສະ ມາຊິກ​ພັກ​ຜູ້​ເປັນ​ຫລັກ​ແຫ​ລ່ງ. ຈາກ​ນັ້ນ ກໍ​ໃຫ້​ປຶກສາ​ຫາລື​ພາຍ​ໃນ​ຄະນະ​ພັກ-ຄະນະ​ຮັບຜິດຊອບ​ຂັ້ນຂອງ​ຕົນ ​ເພື່ອ​ຜັນ​ຂະຫຍາຍ​ເຂົ້າສູ່​ຕົວ​ຈິງ​ໂດຍ​ໄວ ທັງ​ຮັບປະ ກັນ​ໃຫ້ 3 ສ້າງ​ເຂົ້າສູ່​ລວງ​ເລິກ. 2. ​ໃຫ້​ຮີບ​ຮ້ອນ​ກວດກາ​ຄືນ​ບັນດາ​ໜ້າ​ວຽກ​ທີ່​ໄດ້​ເຮັດ ​ແລະ ​ເອກະ ສານ​ນິຕິ​ກຳ​ຕ່າງໆ​ທີ່​ໄດ້​ອອກ​ໄປ​ແລ້ວ, ອັນ​ໃດ​ທີ່​ເຫັນ​ວ່າ​ມັນ​ບໍ່​ຖືກ​ຕາມ​ທິດ​ຊີ້ນຳ​ທີ່​ສະຫາຍ​ເລຂາທິ ການ​ໃຫຍ່​ມີ​ຄວາມ​ເຫັນ ກໍ​ຄື​ເອກະ ສານ​ແນະນຳ​ທີ່​ພວກ​ເຮົາ​ໄດ້​ຄົ້ນ ຄວ້າ​ນຳ​ກັນ ກໍ​ໃຫ້​ດຳ​ເນີນ​ການ​ປັບປຸງ​ແກ້​ໄຂ​ໂດຍ​ໄວ, ສິ່ງ​ສຳຄັນ​ແມ່ນ​ໃຫ້​ມີ​ການ​ປະສານ​ສົມທົບ​ປຶກສາ​ເປັນ​ເອກະ​ພາບ​ກັນ​ລະ ຫວ່າງ​ຂະ​ແໜງ​ການ​ກັບ​ທ້ອງ​ຖິ່ນ. 3. ​ໃຫ້​ບັນດາ​ສະຫາຍ​ສືບຕໍ່​ຄົ້ນ ຄວ້າ ​ແລະ ຂຽນ​ຄວາມ​ເຫັນ​ໃສ່​ບັນດາ​ເອກະສານ​ແນະນຳ​ແຕ່​ລະ​ບັນຫາ​ກ່ຽວ​ກັບ 3 ສ້າງ​ທີ່​ໄດ້​ສົ່ງ​ໃຫ້​ບັນດາ​ສະຫາຍ​ແລ້ວນັ້ນ. ຂຽນ​ແລ້ວ​ໃຫ້​ສົ່ງ​ຄືນ​ກອງ​ເລຂາ ຊ້າ​ສຸດ​ບໍ່​ໃຫ້​ກາຍ​ວັນ​ທີ 10 ກຸມພາ​ນີ້. ຈາກ​ນັ້ນ ຄະນະ​ຮັບຜິດຊອບ​ຂັ້ນ ສູນ​ກາງ​ຈະ​ສ້າງ​ເປັນ​ເອກະສານ​ແນະນຳ​ສະບັບ​ສົມບູນ​ສົ່ງ​ຄືນ​ໃຫ້​ແຕ່​ລະ​ກະຊວງ ​ແລະ ທ້ອງ​ຖິ່ນ. ສະ​ເພາະ​ເອກະສານ​ທາ​ບທາມ​ກ່ຽວ​ກັບ​ການ​ປະຕິບັດ​ລະບອບ​ອຸດ​ໜູນ​ໃຫ້​ແກ່​ນາຍບ້ານ ​ແລະ ​ເປົ້າໝາຍ​ອື່ນໆ​ໃນ​ອົງການ​ປົກ ຄອງ​ບ້ານນັ້ນ ​ໃຫ້​ແຕ່ລະ​ແຂວງ​ເບິ່ງ​ໄວ ​ແລະ ສົ່ງ​ຄືນ​ໃຫ້​ກອງ​ເລ ຂາ​ໄວ​ທໍ່​ໃດ​ຍິ່ງ​ດີ. ອັນ​ນີ້ສຳຄັນ ​ເພາະວ່າ​ຄະນະ​ຮັບຜິດຊອບ​ຈະ​ໄດ້​ສັງ​ລວມ ​ແລະ ສະ​ເໜີ​ຕໍ່​ກົມ​ການ​ເມືອງ​ພິຈາລະນາ​ໃນ​ມໍ່ໆ​ຕໍ່ໜ້າ​ນີ້. 4. ​ເນື່ອງ​ຈາກ​ວ່າ​ຂອດ​ການ​ປະ ສານ​ງານ​ຍັງ​ບໍ່​ທັນ​ດີ.ສະນັ້ນ ການ ​ລົງ​ໄປ​ທ້ອງ​ຖິ່ນ-ຮາກ​ຖານ​ຂອງ​ບັນດາ​ຂະ​ແໜງ​ການ​ສາຍຕັ້ງ ຈຶ່ງ​ສ້າງ​ພາລະ​ຮັບ​ແຂກ ​ແລະ ​ເຮັດ​ວຽກ​ຊ້ຳຊາກ​ໃຫ້​ແກ່​ທ້ອງ​ຖິ່ນ​ຫລາຍ. ຕໍ່​ໄປ​ນີ້ ​ໃຫ້​ກອງ​ເລຂາ​ຂອງ​ຄະນະ​ຮັບຜິດຊອບ​ຂັ້ນສູນ​ກາງ ​ເຮັດ​ໜ້າ​ທີ່​ປະສານ​ງານ​ກັບ​ກອງ​ເລຂາ​ຂອງ​ແຕ່​ລະ​ກະຊວງ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ​ໃຫ້​ເລິກ​ເຊິ່ງ​ເປັນ​ລະບົບ​ຕື່ມ​ອີກ, ສ່ວນ​ກອງ​ເລຂາ​ຂອງ​ແຕ່​ລະ​ກະຊວງ ​ແລະ ​ແຂວງ​ກໍ​ໃຫ້​ມີ​ຄວາມ​ເປັນ​ເຈົ້າ ການ​ລາຍ​ງານ ​ແລະ ປະສານ​ກັບ​ກອງ​ເລຂາ​ສູນ​ກາງ​ຕື່ມ.​ເປັນ​ຫຍັງ​ ຈຶ່ງ​ຢາກ​ໃຫ້​ມີ​ການ​ປະສານ​ງານ​ແໜ້ນ​ຕື່ມ ? ອັນ​ນີ້​ແມ່ນ​ຍ້ອນ​ວ່າ​ໃນ​ເດືອນ​ພຶດສະພາ 2013 ນີ້, ພວກ​ເຮົາ​ຈະ​ໄດ້​ສະຫລຸບ​ລາຍ​ງານ​ເບື້ອງຕົ້ນ​ໃຫ້​ກົມ​ການ​ເມືອງ ​ແລະ ສູນ​ກາງ​ກ່ຽວ​ກັບ 3 ສ້າງ. ສະນັ້ນ ຈຶ່ງ​ຂໍ​ການ​ຮ່ວມ​ມື​ດ້ານ​ການ​ປະສານ​ງານ​ນີ້​ໃຫ້​ດີ​ຕື່ມ.

No comments:

Post a Comment