Ad

Ad

6 February 2013

ສຳນັກຂ່າວສານຫວຽດນາມປະຈຳລາວສະຫລອງປີໃຫມ່ຫວຽດນາມ ຢູ່ວຽງຈັນດ້ວຍບັນຍາກາດມ່ວນຊື່ນ



        ທ່ານ ຮ່ວງ ແທັງ ເຈືອງ ຜູ້ຕາງ ຫນ້າຂ່າວສານຫວຽດນາມ ປະຈຳ ລາວ ພ້ອມດ້ວຍ ພັນລະຍາ ໄດ້ຈັດງານ ລ້ຽງສະຫລອງປີໃຫມ່ ຫວຽດນາມ (ບຸນ ເຕັດ) ໃນຕອນຄ່ຳຂອງວັນທີ 4 ກຸມພາ 2013 ຢູ່ສຳນັກ ງານຂ່າວສານຫວຽດນາມ ປະຈຳລາວ ບ້ານຫນອງບອນ ເມືອງໄຊເສດ ຖານະຄອນຫລວງວຽງຈັນ ໂດຍມີທ່ານ ສະຫວັນຄອນ ຣາຊະ ມຸນຕຣີ ລັດຖະມົນຕີຊ່ວຍວ່າການກະ ຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫງວຽນ ແມັງ ຮຸ່ງ, ເອກ ອັກຄະລັດຖະທູດ ວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສ.ສ. ຫວຽດນາມ ປະຈຳ ລາວ, ມີບັນດາທ່ານ ຫົວ ຫນ້າກົມ, ຮອງກົມ, ຜູ້ຕາງຫນ້າ ສະຫະສະມາຄົມ, ສະມາຄົມຊາວ ຫວຽດນາມ ປະຈຳ ລາວ, ແຂກ ຖືກເຊີນ ແລະ ບັນດາພະນັກງານ ທີ່ກ່ຽວຂ້ອງ ທັງລາວ ແລະ ຫວຽດນາມເຂົ້າຮ່ວມ.
     ທ່ານ ຮ່ວງ ແທັງ ເຈືອງ ກ່າວ ວ່າ, ການຈັດງານລ້ຽງອາຫານ ໃນຄ່ຳຄືນນີ້  ເພື່ອເປັນການຕ້ອນ ຮັບປີໃຫມ່; ພ້ອມກັນນັ້ນ ກໍເພື່ອເປັນການສະແດງຄວາມຮູ້ ບຸນ ຄຸນ ຕໍ່ການນຳຂອງກະຊວງ, ພະ ແນກ ແລະ ຂະແຫນງການ ຕ່າງໆ ຂອງລາວ; ສະຖານທູດຫວຽດ ນາມ ປະຈຳລາວ, ບັນດາວິ ສາ ຫະກິດ ແລະມວນຊົນຊາວຫວຽດ ນາມຢູ່ ລາວ, ລວມເຖິງເພື່ອນຮ່ວມ ງານທີ່ໄດ້ ໃຫ້ການຊ່ວຍເຫລືອ
ສາຂາຂ່າວສານຫວຽດນາມຕະຫລອດໄລຍະທີ່ຜ່ານ ມາ. ໃນປີ 2012 ຜ່ານມານີ້ ເປັນປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ຊຶ່ງໄດ້ມີເຫດ ການ ເກີດຂຶ້ນຢູ່ໃນ ທົ່ວປະເທດ ລາວ. ຄຽງຄູ່ກັນນັ້ນລາວກໍໄດ້ ເປັນເຈົ້າ ພາບຈັດຕັ້ງຫລາຍໆ ເຫດການໃຫຍ່ ເຊັ່ນ: ກອງປະຊຸມ ອາເຊັບ 7, ອາເຊັມ 9, ເວທີຮ່ວມມື ການທ່ອງທ່ຽວ,ລາວເຂົ້າເປັນສະ ມາຊິກ ອົງການການຄ້າໂລກ ແລະ ອື່ນໆ. ສາຂາຂ່າວສານ ຫວຽດນາມ ປະຈຳລາວ ເຖິງ ແມ່ນວ່າ ຈະມີຜູ້ປະຈຳການ ພຽງ 1 ຄົນກໍຕາມ ແຕ່ກໍ ໄດ້ນຳສະເຫນີ ຂ່າວ, ຮູບພາບ, ໂທລະພາບ ຢ່າງ ຄົບຖ້ວນ ແລະ ທັນການ ກ່ຽວກັບ ທຸກໆເຫດການ ໂດຍໄດ້ມີ ການຕີ ລາຄາສູງ ຈາກການນຳຂ່າວ ສານຫວຽດນາມ.ໃນປີ 2012 ສາ ຂາຂ່າວສານ ຫວຽດນາມ ສືບຕໍ່ ໄດ້ຮັບ ການຢັ້ງຢືນວ່າເປັນຫນ່ວຍງານທີ່ດີເດັ່ນ ພ້ອມກັບສາ ຂາຂ່າວປະຈຳນິວ ຢອກ ແລະ ມົສກູ, ນີ້ເປັນປີທີສາມຕິດ ຕໍ່ກັນ ທີ່ສາຂາຂ່າວສານຫວຽດນາມ ຖືເປັນກຽດໄດ້ຮັບນາມມະຍົດດັ່ງ ກ່າວ.ພິເສດ ໃນປີ 2012 ນີ້ ທ່ານ ຮ່ວງ ແທັງ ເຈືອງກໍໄດ້ຮັບນາມມະຍົດນັກຮົບແຂ່ງຂັນໃນທົ່ວຂະ ແໜງການ;  ຜົນງານທີ່ ໄດ້ມາ ນັ້ນ, ສ່ວນຫນຶ່ງເປັນ ຍ້ອນຄວາມ ພະຍາຍາມຂອງຕົນເອງ, ແຕ່ອີກສ່ວນໃຫຍ່ອັນຫນຶ່ງ ແມ່ນຍ້ອນ ໄດ້ຮັບ ຄວາມຊ່ວຍເຫລືອ ຈາກ ບັນ ດາສະຫາຍ ແລະ ເພື່ອນມິດ ທັງຫລາຍ.ໃນໂອກາດ ອັນເປັນ ສິລິມຸງຄຸນນີ້ ທ່ານ ຮ່ວງ ແທັງ ເຈືອງຍັງໄດ້ສະແດງ ຄວາມຮູ້ບຸນ ຄຸນ ແລະ ຂອບອົກຂອບໃຈຜ່ານ ສື່ມວນຊົນລາວ ໄປຍັງການນຳ ຂັ້ນສູງຂອງລາວ ເວົ້າລວມ, ໂດຍ ສະເພາະ ແມ່ນການຈັດຕັ້ງ ທຸກພາກສ່ວນ ທີ່ໄດ້ໃຫ້ການອູ້ມ ຊູຊ່ວຍເຫລືອ, ອຳນວຍຄວາມສະດວກ ໃນການ ເຄື່ອນໄຫວວຽກ ງານ ຂອງ ທ່ານ ໃນຕະຫຼອດໄລ ຍະທີ່ທ່ານມາເປັນຜູ້ຕາງໜ້າ ສາ ຂາຂ່າວສານຫວຽດ ນາມ ປະຈຳ ລາວ ອັນໄດ້ ເຮັດໃຫ້ ວຽກງານ ສຳເລັດຜົນເປັນຢ່າງດີ, ພ້ອມທັງ ອວຍພອນໃຫ້ທຸກທ່ານ ຈົ່ງມີສຸຂະ ພາບ ແຂງແຮງ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ ຂອງ ສອງປະເທດ ຫວຽດນາມ-ລາວ ເວົ້າລວມ ໂດຍສະ ເພາະແມ່ນສອງສຳນັກ ຂ່າວສານຫວຽດນາມ-ລາວ ຈົ່ງນັບມື້ສວຍສົດງົດ ງາມ ເຕີບໃຫຍ່ຂະຫຍາຍຕົວໝັ້ນ ຄົງທະນົງແກ່ນຕະຫລອດໄປ.

No comments:

Post a Comment