Ad

Ad

6 February 2013

ຍທຂ ນະຄອນຫລວງຈະ​ບໍ່​ອະນຸຍາດໃຫ້​ມີ​ການເກັບ​ເງິນ​ຄ່າ​ຜ່ານ​ເຂົ້າສະຖານີ​ຂົນ​ສົ່ງ​ໂດຍສານ​ໃດໆ



        ພາຍຫລັງ​ໜັງສືພິມ ລາວ​ພັດທະນາ ​ໄດ້​ຂຽນ​ຂ່າວ​ກ່ຽວ​ກັບ​ຫົວ​ຂໍ້ “ຄວນ​ເບິ່ງ​ຄືນການ​ເກັບ​ເງິນ​ເຂົ້າສະຖານີ​ຂົນ​ສົ່ງ​ໂດຍ​ສາຍ​ສາຍ​ເໜືອ-ໃຕ້” ຢູ່​ນະ ຄອນຫລວງ​ວຽງ​ຈັນ ທີ່​ໄດ້ລົງ​ພິມ​ໃນ​ວັນ​ທີ 5 ກຸມພາ 2013 ປາກົດ​ວ່າ​ມີ​ປະ ຊາຊົນ​ຈຳນວນ​ບໍ່​ໜ້ອຍ​ໃຫ້​ຄວາມ​ສົນ​ໃຈ ​ແລະ ​ໂທ​ເຂົ້າມາ​ຫາ​ສຳນັກງານ​ໜັງສືພິມ​ລາວ​ພັດທະນາເພື່ອ​ໃຫ້​ສືບຕໍ່​ສອບ​ຖາມ​ໄປ​ຍັງ​ພາກ​ລັດ​ກ່ຽວ​ຂ້ອ​ງ​ເພື່ອ​ແກ້​ໄຂ ​ໂດຍ​ນັກ​ຂ່າວ​ພວກ​ເຮົາ​ໄດ້​ສອບ​ຖາມ​ໄປ​ຫາ​ທ່ານ ​ເດດ​ສົງຄາມ ທຳ​ມະ​ວົງ ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງນະຄອນ ຫລວງ​ວຽງ​ຈັນ ​ແລະ ​ໄດ້​ຮັບ​ຄຳ​ຕອບ​ວ່າ: ຖ້າ​ມີ​ກໍລະນີ​ຄື​ດັ່ງກ່າວ​​ແທ້ ກໍ​ເຫັນ​ວ່າ​ແມ່ນ​ການ​ກະທຳ​ທີ່​ຜິດ ​ແລະ ພ້ອມ​ທີ່​ຈະ​ປະສານ​ໄປ​​ສະຖານີ​ຂົນ​ສົ່ງ​ໂດຍສານ​ໄດ້​ກະທຳ​ແນວ​ນັ້ນ​ໃຫ້​ຢຸດ​ການ​ເກັບ​ເງິນດັ່ງ​ກ່າວ​ທັນທີ.
        ​ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນ ຫລວງ​ວຽງ​ຈັນ ກ່າວ​ວ່າ: ສະຖາ ນີ​ຂົນ​ສົ່ງ​ໂດຍ ສານແມ່ນ​ບ່ອນ​ບໍລິ ການ​ສາທາລະນະ​ທີ່​ທຸກ​ຄົນ​ໃນ​ສັງຄົມ​ສາມາດ​ໃຊ້​ບໍລິການ​ເຂົ້າ- ອອກ​ໄດ້​ຢ່າງ​ສະດວກ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ຈະ​ເຂົ້າ​ໄປ​ຮັບ-ສົ່ງ​ຍາດ​ພີ່ນ້ອງ ຫລື ​ເຄື່ອງ​ຂອງ​ຕ່າງໆ​ທີ່​ເປັນ​ການ​ໃຊ້​ບໍລິການ​ຢູ່​ສະຖານີ​​ແຫ່ງ​ນັ້ນ​ໃຫ້​ສະດວກ​ສະ ບາຍ ​ແລະ ​ຖ້າ​ຫາກ​ວ່າ​ສະຖານີ​ໃດ​ທີ່​ມີ​ການ​ເກັບ​ເງິນ​ຈາກ​ຜູ້​ໃຊ້​ບໍລິການ​ທີ່​ຈະ​ນຳ​ລົດ​ເຂົ້າ​ໄປ​ພາຍ​
ໃນ​ສະຖານີ​ຄື​ດັ່ງ​ສັງຄົມ​ສະ​ເໜີ​ມານັ້ນ ກໍ​ຖື​ວ່າ​ແມ່ນ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ ​ແລະ ຖື​ວ່າ​ແມ່ນ​ການ ບີບ​ບັງຄັບ​ຜູ້​ມາ​ໃຊ້​ບໍລິການ​ໂດຍ​ກົງ. ສະນັ້ນ ​ໃນ​ຖານະ​ເປັນສ່ວນ ໜຶ່ງ​ທີ່​ຄຸ້ມ​ຄອງ​​ຂົງ​ເຂດ​ການ​ຂົນ​ສົ່ງ​ຢູ່​ນະຄອນຫລວງ​ວຽງ​ຈັນ ຂໍ​ໃຫ້​ຜູ້​ປະກອບ​ການ​​ທີ່​ມີ​ການ​ເກັບ​ຄ່າ​ຜ່ານ​ເຂົ້າສະຖານີ​ໂດຍສານ​ຂອງ​ຕົນ​ຄວນ​ຢຸດ​ເຊົາ​ການ​ປະພຶດ​ຄື​ດັ່ງກ່າວ, ຖ້າ​ບໍ່​ດັ່ງນັ້ນ ທາງ​ພະ​ແນ​ກຈະ​ໄດ້​ປະສານ​ຫາ​ກົມ​ກ່ຽວຂ້ອງ​ ​ເພື່ອ​ອອກ​ແຈ້ງ​ການ​ໃຫ້​ຢຸດ​ເຊົາທັນທີ ​ເພາະ​ ເປັນ​ການ​ລະ​ເມີດ​ລະບຽບ​ການ​ກຳນ​ົດ​ໄວ້ ​ໂດຍ​ບໍ່​ໃຫ້​ຜູ້​ປະກອບ​ການ​ໃດ​​ສ້າງ​ບາ​ລີ​ແຍ​ຂຶ້ນ ​ເພື່ອ​ຫາ​ຜົນ​ປະ​ໂຫຍ​ດ​ໃດ​ໜຶ່ງ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ແຕ່​ຢ່າງ​ໃດ.

No comments:

Post a Comment