Ad

Ad

6 February 2013

ສ.ສະຫງົບ ຍັງມີຊ່ອງຫວ່າງ ໃນເມືອງສີສັດຕະນາກ



         ທ່ານ ພັນໂທ ຄຳເກິ່ງ ຈັນ ສຸລິມາດ ຮອງກອງບັນຊາການ ປກສ ເມືອງ ສີສັດຕະນາກ ໄດ້ໃຫ້ ສຳພາດຕໍ່ນັກ ຂ່າວ ລາວພັດທະ ນາ ໃນວັນທີ 5 ກຸມພາ ນີ້ ວ່າ: ເມືອງ ສີສັດຕະນາກ ຍັງມີປາກົດ ການຫຍໍ້ທໍ້ ທີ່ເກີດຂຶ້ນ ໂດຍສະ ເພາະແມ່ນບັນຫາປຸ້ນຈີ້-ຊີງຊັບ ແລະ ລັກຊັບພົນລະ ເມືອງ ສະເລ່ຍ ມື້ໜຶ່ງຈະເກີດຂຶ້ນ 2​-3 ເລື່ອງ, ນອກນັ້ນ ກໍຍັງມີປາກົດ ການຫຍໍ້ທໍ້ ທາງດ້ານສັງຄົມເຊັ່ນ: ບັນຫາລັກ ລົດຈັກ,ມົ້ວສຸມຢາເສບຕິດ, ຊາວ ໜຸ່ມຫຼິ້ນກິນຟູມ ເຟືອຍ, ຂີ່ລົດເປັນ ພຶງແພ ກໍ່ໃຫ້ເກີດອຸປະຕິເຫດ ແລະ ອື່ນໆໂດຍມີການຍຸຍົງຂອງກຸ່ມ ຄົນບໍ່ດີ ໃຫ້ມີການນຳໃຊ້ ອາວຸດ ປືນ, ມີດ, ງ້າວ ເປັນການຂົ່ມຂູ່ ປະ ຊາຊົນ,ຕອບໂຕ້ເຈົ້າໜ້າທີ່ ເຊິ່ງໄດ້ ນຳຜົນເສຍຫາຍໃຫ້ແກ່ຊີວິດແລະ ຊັບສິນຂອງພົນລະເມືອງກາຍ ເປັນໄພ ຂົ່ມຂູ່ບັນຍາກາດແຫ່ງ ຄວາມສະຫງົບສຸກຂອງພົນລະ ເມືອງ,ເປັນໜໍ່ແໜງ ກໍ່ຄວາມບໍ່ສະ ຫງົບ ແລະ ຄວາມບໍ່ເປັນລະບຽບ ຮຽບຮ້ອຍທາງສັງຄົມ ແລະ ເຮັດ ໃຫ້ການຈັດຕັ້ງປະຕິບັດນະໂຍ ບາຍ 6 ສ ໂດຍສະເພາະ ສ ສະ ຫງົບ ຍັງພົບຄວາມຫຍໍ້ທໍ້.
        ທ່ານ ພັນໂທ ຄຳເກິ່ງ ໃຫ້ຮູ້ ວ່າ:ປີ 2012 ຜ່ານມາ,ມີລາຍ ຄະດີເກີດຂຶ້ນທັງໝົດ 256 ເລື່ອງ, ທຽບໃສ່ປີ 2011 ຫຼຸດລົງ 6,9%, ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 158 ເລື່ອງ,ກັກຜູ້ກະທຳຜິດມາດຳ ເນີນຄະດີໄດ້ 121 ຄົນ, ພົ້ນເດັ່ນ ກວ່າໝູ່ແມ່ນການແກ້ໄຂກຸ່ມແກ໊ງ ປຸ້ນຈີ້-ຊີງຊັບ ທີ່ເປັນຫົວໂປ່ໂຕ ການ ໄດ້ 11 ກຸ່ມ,
ການແກ້ໄຂປາ ກົດການຫຍໍ້ທໍ້ເຖີງວ່າໄດ້ເຮັດ ຢ່າງຕໍ່ເນື່ອງ, ແຕ່ກໍຍັງມີລັກສະ ນະເພີ່ມຂື້ນ ແລະ ມີບາງກໍລະນີ ມັນເປັນການກະ ທຳຜິດເປັນອັນ ຕະລາຍເຊັ່ນ:ການເຄື່ອນໄຫວ ປຸ້ນຊັບ-ຊີງຊັບ ຍ້ອນການຄຸ້ມ ຄອງບັນດາເປົ້າໝາຍເຄື່ອນໄຫວ ກະທຳຜິດຍັງບໍ່ເກັບກຳໄດ້ຢ່າງ ລະອຽດຖີ່ຖ້ວນ,ເຮັດໃຫ້ເປົ້າ ໝາຍສາມາດເຄື່ອນໄຫວຢ່າງຕໍ່ເນື່ອງ, ການສອບ ສວນຍັງບໍ່ ທັນສາມາດລົງເລີກໄປຫາຫົວ ໂປ່ໂຕການ ແລະ ນຳມາລົງໂທດ ຕາມກົດໝາຍໄດ້ ແລະ  ເມືອງຍັງ ມີຈຸດຫຼໍ່ແຫຼມ ເປັນຕົ້ນ ເຂດເສັ້ນ ທາງຖະໜົນຄູວຽງ, ແຄມຂອງ ແລະ ເສັ້ນທາງບ້ານໂພນປ່າເປົ້າ ຊຶ່ງຈຸດດັ່ງກ່າວ ແມ່ນມັກເກີດອາ ຊະຍາກຳເປັນປະຈຳ.ຕໍ່ບັນຫານີ້, ກອງບັນຊາການ ປກສ ເມືອງ ສີສັດຕະນາກ ຈະໄດ້ເລັ່ງມືສືບ ຕໍ່ແກ້ໄຂປາກົດການຫຍໍ້ທໍ້ໂດຍ ຈະເນັ້ນໃສ່ບັນຫາທີ່ພົ້ນເດັ່ນຄື ປຸ້ນຈີ້-ຊີງຊັບຊຶ່ງໄດ້ແຕ່ງຕັ້ງໜ່ວຍ ສະເພາະກິດປະ ສານສົມທົບກັບ ພາກສ່ວນກ່ຽວຂ້ອງເປັນຕົ້ນ ປກສ ກຸ່ມ ບ້ານ,ປກສ ບ້ານ ໃຫ້ ເພີ່ມທະວີການກວດກາ, ປະຈຳ ການ ແລະ ອອກເຄື່ອນໄຫວ ປ້ອງ ກັນຈຸດຫຼໍ່ແຫຼມດັ່ງກ່າວ.ພ້ອມ ດຽວກັນກໍຫັນລົງກໍ່ສ້າງຮາກ ຖານໃຫ້ຕິດແທດ ກັບຕາມວຽກ ງານ 3 ສ້າງ. ໃນນີ້ເລັ່ງໃສ່ສ້າງ ບ້ານໃຫ້ເປັນບ້ານພັດທະນາ, ສ້າງໃຫ້ເປັນບ້ານປ້ອງກັນ ຄວາມສະ ຫງົບສຸກດີ ຊຶ່ງປັດຈຸ ບັນປະຕິບັດໄດ້ ແລ້ວ 34 ບ້ານໃນ ທົ່ວເມືອງຂອງຕົນ.

No comments:

Post a Comment