Ad

Ad

6 February 2013

ເປີດຕົວແທນຈຳໜ່າຍຟິມກອງແສງ V​-kooL



         ໃນວັນທີ 31 ມັງກອນຜ່ານມາ ໄດ້ເປີດຮ້ານ V-Kool ລາວ T2 ເມືອງ ສີໂຄດຕະບອງນະຄອນຫຼວງວຽງ ຈັນ ໂດຍການເຂົ້າ ຮ່ວມ ຂອງທ່ານ ປີເຕີ້ ຫວ່ອງ ຜູ້ບໍລິຫານແຣນທົ່ວໂລກ, ທ່ານ ນາງ ຈິດຕາ ເຈີມປຣະຢົງ ກຳມະ ການຜູ້ຈັດການ V-KooL ລາວ ແລະ ທ່ານ ນາງ ຄັ່ງ ສິ່ວ ເຄັ່ງ ເອກອັກ ຄະລາຊະ ທູດ ສິງກະໂປ ປະຈຳລາວ ພ້ອມ ດ້ວຍແຂກຖືກເຊີນເຂົ້າຮ່ວມ.
           ທ່ານນາງ ຈິດຕາ ກ່າວ ວ່າ:  ຮ້ານ V-Kool ລາວ T2 ໄດ້ ເປີດໃຫ້ບໍລິການມາເປັນເວລາ 3 ເດືອນແລ້ວ ແລະ ໃນມື້ນີ້,ພວກ ເຮົາ ຈິ່ງໄດ້ຈັດພິທີເປີດຢ່າງເປັນ ທາງການ.ຟິມກອງແສງ V-Kool ເປັນ ຟິມທີ່ພິເສດ ແລະ ແຕກຕ່າງ ຈາກຟິມຕິດລົດທົ່ວໆໄປກໍຄື ມັນ ພ້ອມກັບລະບົບຄວບຄຸມໂຊ່ລ້າ ຂອງ V-Kool 70 ແລະ ລະບົບ ຟິມ ປ້ອງກັນຄວາມປອດໄພໜາ 4 ມິລ ແລະ ຄວາມພິເສດອີກຢ່າງ ໜຶ່ງແມ່ນຄວາມສາມາດໃນການ ຮັບແສງ, ມັນ ສາມາດເຮັດໃຫ້ ການເບິ່ງທາງ ແລະ ສິ່ງກີດ ຂວາງໃນເວລາລົດແລ່ນໄດ້ຢ່າງ ຊັດເຈນຍິ່ງຂື້ນ.ຮ້ານ VKool ທີ່ T2 ນີ້ຈະ​ເປັນ​ບ່ອນ​ທຳ​ອິດ​ທີ່​ຟີມ​ກອງ​ແສງ​ລົດຍົນ​ຄຸນ​ນະພາ​ບສູງ​ຈະ​ຖືກ​ຕິດຕັ້ງຢ່າງ​ເປັນ​ມື​ອາຊີບ​ໃນ​ສະພາບ​ແວດ​ລ້ອມ​ທີ່​ປາສະ ຈາກ​ຝຸ່ນ.

         ໃນໂອກາດດັ່ງກ່າວ,ທ່ານ ປີເຕີ ຫວ່ອງ ໄດ້ກ່າວວ່າ: ປີ 2013 ນີ້ ເປັນປີທີ່ສຳຄັນຂອງ V-Kool ທັງໃນລະດັບ ສາກົນ ແລະ ໃນ ສປປ ລາວ ເພາະປີນີ້ເປັນປີທີ 21 ທີ່ທາງ V-Kool ໄດ້ດຳເນີນກິດ ຈະການມາ ແລະ ໃນມື້ນີ້ ພວກເຮົາກໍໄດ້ຮ່ວມເປັນສັກຂີພະຍານ ໃນງານເປີດຮ້ານ V-Kool ເປັນ ຄັ້ງທຳອິດຢູ່ປະເທດລາວ. ໃນໄລ ຍະ 20 ປີຜ່່ານມານີ້,ສິນຄ້າ ຫຼາຍ ຍີ່ຫໍ້ກໍໄດ້ຄ່ອຍໆສູນຫາຍໄປ, ແຕ່ ສຳລັບ V-Kool ຂອງພວກເຮົາ ແລ້ວນັບມື້ນັບເຕີບ ໃຫຍ່ຂະຫຍາຍຕົວ ແລະ ມີຄວາມເຂັ້ມ ແຂງຂຶ້ນກວ່າເກົ່າ. ຂ້າະເຈົ້າເຊື່ອ ວ່າ V-Kool ຈະສືບຕໍ່ຈະເລີນກ້າວ ໜ້າຍິ່ງໆຂື້ນໄປເລື້ອຍໆ.
       ປັດຈຸບັນນີ້ V-Kool ໄດ້ຂະ ຫຍາຍກິດຈະການໄປຫຼາຍກວ່າ 30 ປະເທດທົ່ວໂລກ ໂດຍພວກ ເຮົາ ມີຮ້ານ ກວ່າ 1.500 ຮ້ານ ແລະ ເພີ່ມຂຶ້ນເລື້ອຍໆ. ນອກຈາກ ນີ້,ອັດຕາການເຕີບໃຫຍ່ປີຕໍ່ປີ ຂອງ V-KooL ໃນປີ 2012 ແມ່ນ 25% ແລະ ຄາດວ່າຈະເຕີບໃຫຍ່ ຂຶ້ນຕື່ມອີກໃນປີ 2013 ນີ້. ຍັງ ບໍພຽງແຕ່ ເທົ່ານີ້,ພວກເຮົາຍັງຂະ ຫຍາຍ ອານາເຂດໄປຫາປະເທດ ໃໝ່ໆ ແລະ ຫຼ້າສຸດ.ສະມາຊິກໃໝ່ ຂອງພວກເຮົາ ກໍມີປະເທດສ.ເກົາ ຫຼີ, ກຳປູເຈຍ, ມຽນມາ, ບຣາ ຊິລ,ໂຮນລັງ, ຟິລິບປິນ ແລະ ແນ່ນອນ ປະເທດ ລາວ ກໍໄດ້ເຂົ້າ ຮ່ວມເຄືອຂ່າຍຂອງ V-Kool, ຂ້າພະເຈົ້າ ຂໍຂອບໃຈສຳລັບການ ສະໜັບສະໜູນດັ່ງກ່າວ.
        ທ່ານ ປີເຕີ ຫວ່ອງ ກ່າວອີກ ວ່າ: ຕະຫຼາດຟິມກອງແສງ ໃນ ລາວຕອນນີ້ຍັງຢູ່ໃນໄລຍະເລີ່ມ ຕົ້ນ ໂດຍລູກ ຄ້າຍັງເຫັນວ່າຟິມ ກອງແສງເປັນພຽງຜະລິດຕະພັນ ສ່ວນໂຕ, ການເຂົ້າມາຂອງ V-Kool ໃນລາວແມ່ນຄວາມຕັ້ງ ໃຈທີ່ຈະປະຕິວັດອຸດສາຫະກຳ ຟີມກອງແສງໃນປະເທດລາວ, ໂດຍການນຳສະເໜີ ຟີມກອງ ແສງຢ່າງເຕັມຮູບ ແບບ ແລະ ຫຼາຍປະເພດ ເພື່ອປ້ອງກັນ ຄວາມຮ້ອນໃຫ້ໄດ້ສູງສຸດເພື່ອຄວາມສະດວກສະບາຍຕໍ່ເຈົ້າຂອງລົດ.

No comments:

Post a Comment