Ad

Ad

23 April 2013

ກະຊວງສາທາລະນະສຸກອອກຄຳສັ່ງໃຫ້ເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກ



         ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ໄດ້​ອອກ​ຄຳ​ສັ່ງແນະນຳ ເຖິງຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເລື່ອງ​ໃຫ້​ຮີບ​ຮ້ອນ​​ເອົາ​ໃຈ​ໃສ່​ປ້ອງ​ກັນ ​ແລະ ສະກັດ​ກັ້ນການລະບາດ ພະຍາດ​ໄຂ້​ເລືອດ​ອອກ ​ໃນ​ປີ 2013 ຊຶ່ງ​ມີ​ລາຍ​ລະອຽດ​ດັ່ງນີ້:
         ໃຫ້​ພະ​ແນ​ກສາທາລະນະ​ສຸກ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພີ່ມ​ຄວາມ​ຮັບຜິດຊອບ ​ແລະ ​ເອົາ​ໃຈ​ໃສ່ຈັດຕັ້ງ ປະຕິບັດ​​ການ​ກັນ ​ແລະ ຄວບ​ຄຸມພະ​ຍາດໄຂ້​ເລືອດ​ອອກ ​ໂດຍ​ລະດົມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ພາກສ່ວນ, ທຸກ​ອົງການ​ຈັດຕັ້ງ ລວມ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ແລະ ປະຊ​າ ຊົນ​ທຸກໆ​ຊຸມ​ຊົນ​ໃນ​ແຕ່ລະ​ແຂວງ, ​ເມືອງ ​ແລະ ບ້ານ​ ດ້ວຍ​ການ​ກຳ ຈັດ​ແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ຢ່າງ​ເປັນ​ປະຈຳ ​ແລະ ຕໍ່​ເນື່ອງ ​ເພື່ອ​ຫລີກ​ເວັ້ນຈາກ​ການ​ເປັນ​ພະ ຍາດ​ດັ່ງກ່າວ; ​​ໃຫ້ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ຕໍ່​ກ​ານ​ໂຄສະນາ​ປະ ຊາສຳພັນ ​ແລະ ລະດົມ​ທຸກ​ພະ​ແນ​ການ​ພາຍ​ໃນ​ແຂວງ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ແລະ ພໍ່​ແມ່​ປະຊາ ຊົນ​ບັນດາ​ເຜົ່າ​ຢູ່​ແຕ່​ລະ​ບ້ານ ປະ ກອບສ່ວນ​ປະຕິບັດ​ວຽກ​ງານ​ກຳຈັດ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ ​ແລະ ຜັນ​ຂະຫຍາຍ​ເອົາ​ວຽກ​ດັ່ງ ກ່າວ​ໃຫ້​ກາຍ​ເປັນ​ວຽກ​ຂອງ​ໝົດ​ທຸກ​ຄົນ​ໃນ​ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ໂຮງຮຽນ​ອະນຸ ບານ, ​ໂຮງຮຽນ​ປະຖົມ, ມັດ ທະ​ຍົມ​ພາຍ​ໃນ​ແຂວງ​ ໃຫ້​ມີ​ການ​ເປີດ​ຂະ​ບວນ​ອະນາ​ໄມກຳ​ຈັດຍຸງ​ລາຍ​ທຸກ​ສັບ​ປະດາ ​ເພື່ອ​ຫລີກ​ເວັ້ນບໍ່​ໃຫ້​ມີ​ການລະບາດ​ໃນ​ໂຮງຮຽນ; ​ໃຫ້​ຈັດຕັ້ງກັນ​ລົງ​ກວດກາ ​ແລະ ຊີ້ນຳ​ຫ້ອງການ​ສາທາລະນະ​ສຸກ​ເມືອງ, ໜ່ວຍ​ງານ​ອະນາ​ໄມ​ຢູ່​ຂັ້ນ​ເມືອງ, ສຸກສາລາ, ຈັດຕັ້ງ​ເປີດ​ຂະ​ບວນອະນາ​ໄມທຳລາຍ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍ, ເອົາ​ໃຈ​ໃສ່​ແນະນຳ​ປະຊາຊົນ ​ແລະ ​ເປີດ​ຂະ​ບວນອະນາ​ໄມ ​ໂດຍ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ເມືອງ, ຂະ​ແໜງ​ການ​ອື່ນ​ໆພາຍ​ໃນ​ເມືອງ, ອຳນາດ​ການ​ປົກຄອງ​ບ້ານ ​ແລະ ອາສາ​ສະໝັກ​
ສາທາລະນະ​ສຸກ​ບ້ານ​ ໃຫ້​ແໜ້ນ​ຢ່າງ​ເປັນ​ປົກກະຕິ; ​ໃຫ້​ຮີບ​ຮ້ອນ​ຈັດຕັ້ງ ຫລື ປັບປຸງ​ຄືນ​ໃໝ່ໜ່ວຍ​ງານ​ຕອບ​ໂຕ້​ໄວ​ຂອງ​ແຂວງ ​ແລະ ເມືອງ ​ໃຫ້​ມີ​ປະສິດທິພາບ​ໃນ​ການ​ຕອບ​ໂຕ້​ການລະບາດ​ຂອງ​ພະຍາດ; ​ໃຫ້​ກະກຽມ​ການ​ຍົກ​ລະດັບ​ການ​ບົ່ງ​ມະຕິ ​ແລະ ການ​ປິ່ນປົວ​ຂອງ​ແພດ​ໝໍ​ຢູ່​ໂຮງ​ໝໍ​ແຂວງ, ​ເມືອງ ​ແລະ ສຸກສາລາ​ໃຫ້​ມີ​ຄຸນ​ນະພາ​ບ ​ແລະ ຊຳນິ​ຊຳນານ ເພື່ອ​ຮັບປະ ກັນ​ບໍ່ໃຫ້​ມີ​ການ​ເສຍ​ຊີວິດ ​ໂດຍ​ບໍ່​ສົມ​ເຫດ​ສົມ​ຜົນ; ​ໃຫ້​ກວດກາ​ເບິ່ງ​ຄືນ​ຢາ​ປິ່ນປົວ ​ແລະ ອຸປະ​ກອນ​ຮັບ​ໃຊ້​ໃນ​ການ​ຄວບ​ຄຸມ​ພາຫະນະ​ນຳ​ເຊື້ອ ທີ່​ຈຳ​ເປັນ​ໄວ້​ໃຫ້​ພ້ອມ ​ເພື່ອ​ຮັບປະກັນ​ໃຫ້​ສາມາດ​ປິ່ນປົວ ແລະ ສະກັດ​ກັ້ນການແຜ່​ຂະຫຍາຍ​ຂອງ​ພະຍາດ​ໄຂ້​ເລືອດ​ອອກ​ໄດ້​ຢ່າງ​ທັນ​ການ ​ແລະ ຖືກຕ້ອງ​ຕາມ​ຫລັກ​ວິຊາ​ການຖ້າ​ຫາກ​ມີ​ການ​ເກີດ​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ​ຢູ່​ພາຍ​ໃນ​ແຂວງ​ຂອງ​ຕົນ.
         ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ສະບັບ​ນີ້​ ແລ້ວ, ​ໃຫ້​ຮີບ​ຮ້ອນ​ຜັນ​ຂະຫຍາຍ ​ແລະ ​ເປີດ​ກອງ​ປະຊຸມ​ປຶກສາ​ຫາ ລື, ​ໄຈ້​ແຍກ​ຂໍ້​ຄົງ​ຄ້າງ ​ເພື່ອ​ເຮັດ​ໃຫ້ການ​ບັນຊາ​ ການ​ປ້ອງ​ກັນ​ການລະບາດ​ໄຂ້​ເລືອດ​ອອກ​ຢູ່​ຂັ້ນ​ແຂວງ, ​ເມືອງ ​ແລະ ສຸກສາລາ​ຢ່າງ​ທັນ​ການ. ​ໃນ​ກໍລະນີ​ຈຳ​ເປັນ ​ໃຫ້​ພົວພັນ ​ແລະ ລາຍ​ງານ​ການ ຈັດຕັ້ງປະຕິບັດ​ແຕ່ລະ​ໄລຍະ ມາ​ໃຫ້​ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່ ​ແລະ ການ​ນຳ​ກະຊວງ​ສາທາລະ ນະ​ສຸກ​ຊາບ.

No comments:

Post a Comment