Ad

Ad

23 April 2013

ຄະນະຜູ້ແທນພັກກອມມູນິດຈີນຢ້ຽມຢາມ ແລະ ເຮັດວຽກຢູ່ລາວ



          ໂດຍ​ປະຕິບັດ​ຕາມ​ການ​ຮ່ວມ​ມື​ລະຫວ່າງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ແລະ ພັກ​ກອ​ມມູນິດ​ຈີນ, ຄະນະ​ຜູ້​ແທນ​ຊ່ຽວ ຊານ​ປາຖະກະຖາ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ ນຳ​ໂດຍ ສະຫາຍ ກາວ ຢົງ​ຈົງ ຮອງ​ຫົວໜ້າ​ຫ້ອງການ​ຄົ້ນ​ຄ້ວາ​ປະຫວັດສາດ​ພັກສູນ​ກາງ​ພັກ​ກອມ​ມູນິດ​ຈີນ ພ້ອມ​ຄະນະ​ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ ​ແລະ ​ຢ້ຽມ ຢາມ ສປປ ລາວ​ ແຕ່​ວັນ​ທີ 21-24 ເມສາ 2013 ນີ້.
         ​ໃນ​ຕອນ​ເຊົ້າວັນ​ທີ 22 ເມສາ 2013 ຢູ່​ທີ່​ຫ້ອງ​ວ່າການ​ສູນ​ກາງ​ພັກ, ຄະນະ​ຜູ້​ແທນ​ຊ່ຽວຊານ​ປາຖະກະຖາ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ພິທີປາຖະກະຖາ​ໃຫ້ ບັນດາ​ການ​ນຳ​ພັກ-ລັດ​ຂອງ​ລາວ ​ເຊິ່ງ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 18 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ບົດຮຽນ​ການ​ກໍ່ສ້າງ​ຕົວ​ເມືອງ​ນ້ອຍ​ແລະການ​ພັດທະນາ​ເສດຖະ ກິດ​ຂັ້ນ​ເມືອງ​ຂອງ​ຈີນ, ບົດຮຽນ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ກໍ່ສ້າງ​ພັກຂັ້ນຮາກ​ຖານ, ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ແບບ​ປຶກສາ​ຫາລື​ພາຍ​ໃນ​ພັກ, ບັນຫາ​ພົ້ນ​ເດັ່ນ​ໃນ​ສາກົນ ແລະ ພາກພື້ນ​ໃນ​ປັດຈຸ​ບັນ ຊຶ່ງ​ການ​ຢ້ຽມຢາມ ​ແລະ ປາຖະກະຖາ​ຄັ້ງນີ້ຂອງ​ຄະນະ​ຜຸ​້​ແທນ​ຊ່ຽວ ຊານ​ຂອງ​ພັກ​ກອມ​ມູນິດ​ຈີນ​ຈະ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ການ​ແລກປ່ຽນ​ບົດ ຮຽນ​ທາງ​ດ້ານ​ຕ່າງໆ​ຂອງ​ສອງ​ພັກ-ລັດ  ທັງ​ເປັນ​ການ​ປະກອບ ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນມິດຕະພາບ ອັນ​ເປັນ​ມູນ​ເຊື້ອ​ແລະການ​ຮ່ວມ​ມື​ຮອບດ້ານລະຫວ່າງ​ສອງ​ພັກ-ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ- ຈີນ ​ໃຫ້​ນັບ​ມື້ຂະຫຍາຍ ຕົວຍິ່ງໆ​ຂຶ້ນ.

No comments:

Post a Comment