ຫ້ອງການສາທາລະນະສຸກເມືອງ ແລະ
ແຂວງສາລະວັນ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ,
ສະພາບໄຂ້ເລືອດອອກໄດ້ສືບຕໍ່ແຜ່ລະບາດອອກສູ່ຫລາຍບ້ານໃນເມືອງຂອງຕົນ
ຄືບ້ານບຶງຂາມ, ໜອງໃສ, ກະຊະ ແລະ ສອງຄອນຕື່ມອີກແລ້ວ ຈາກ 8
ບ້ານໃນເທສະບານເມືອງທີ່ມີການລະບາດມາກ່ອນແລ້ວ ຄືບ້ານກົກໂພ,ນາຫລັກ,
ວັດກາງ, ໂພນຈັກ, ໂພນແກ້ວ, ນາບອງ ແລະ ຫລັກສອງ ໄດ້ເຮັດໃຫ້ຈຳ
ນວນໂຕເລກຜູ້ຕິດເຊື້ອເພີ່ມຂຶ້ນເປັນ 900 ກວ່າຄົນແລ້ວ,
ເຖິງວ່າສາທາລະນະສຸກເມືອງ ແລະ
ອຳນາດການປົກຄອງທ້ອງຖິ່ນໄດ້ສຸມໃສ່ປິ່ນປົວ ແລະ
ໂຄສະນາປຸກລະດົມມວນຊົນເຮັດວຽກງານອະນາໄມສິ່ງແວດລ້ອມ, ບ້ານເຮືອນ,
ທຳລາຍແຫລ່ງແຜ່ພັນຂອງຍຸງລາຍ
ເຊິ່ງແມ່ນໂຕນຳເຊື້ອຂອງພະຍາດດັ່ງກ່າວໂດຍການເອົາໃຈໃສ່ປະ ຕິບັດຄຳຂວັນ
5ປ ໃຫ້ເປັນປົກກະ ຕິຄືໜຶ່ງແມ່ນເອົາໃຈໃສ່ປິດພາ ຊະນະເກັບນ້ຳໃນເຮືອນ ຫລື
ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍໄຂ່ໃສ່,
ສອງເອົາໃຈໃສ່ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳ ຮອງຕີນຕູ້,
ຖ້ານຮອງຈານນ້ຳ ແລະ ອື່ນໆ, ສາມແມ່ນປຸກລະດົມປ່ອຍປາຫາງນົກຍຸງ
ເພື່ອກິນໜອນນ້ຳ,ສີ່ແມ່ນປັບປຸງອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ,ກະປ໋ອງ,ຢາງຕີນລົດເກົ່າທີ່
ມີນ້ຳອັ່ງ
ແລະ ຫ້າແມ່ນປະຕິ ບັດວຽກເຫລົ່ານັ້ນໃຫ້ເປັນນິໄສປະຈຳທຸກໆອາທິດ ແລະ
ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ.
ສະເພາະຢູ່ແຂວງເຊກອງ
ເຖິງວ່າມີລາຍງານວ່າ:ການລະບາດຂອງໄຂ້ເລືອດອອກຢູ່ແຂວງດັ່ງ ກ່າວມີທ່າອ່ຽງຫລຸດລົງ
ຄືຢູ່ເມືອງກະລຶມ, ແຕ່ກໍຍັງມີຜູ້ຕິດເຊື້ອເຖິງ 94 ກໍລະນີ ເຊິ່ງຂະແໜງການກ່ຽວ
ຂ້ອງຂອງແຂວງກໍໄດ້ສຸມໃສ່ສະກັດກັ້ນ ໂດຍມາດຕະ ການຕ່າງໆ
ໂດຍສະເພາະການປຸກລະດົມປະຊາຊົນເຮັດວຽກງານອະນາໄມສິ່ງແວດລ້ອມຕາມ 5
ມາດຖານທີ່ກະຊວງສາທາລະນະສຸກວາງອອກ.
ສ່ວນຢູ່ແຂວງຫົວພັນ ທີ່ເປັນ
ແຂວງພູດອຍ ແລະ ມີອາກາດເຢັນ ເຊິ່ງຜ່ານມາກໍບໍ່ຄ່ອຍຈະມີການ ລະບາດຂອງໄຂ້ເລືອດອອກແຕ່ຢ່າງໃດ,
ແຕ່ປີນີ້
ສະເພາະຢູ່ໂຮງໝໍແຂວງກໍສາມາດກວດພົບເຫັນຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ
22 ກໍລະນີແລະສ່ວນຫລາຍ
ຜູ້ຕິດເຊື້ອເຫລົ່ານັ້ນແມ່ນມາຈາກການໄປເຮັດວຽກຢູ່ແຂວງມີການລະບາດອື່ນໆ.
ແຕ່ເຖິງຢ່າງໃດ, ພະແນກສາທາແຂວງກໍໄດ້ອອກມາເຕືອນໃຫ້ປະຊາຊົນມີສະ
ຕິເຝົ້າລະວັງ ແລະ ເອົາໃຈໃສ່ເຮັດວຽກງານອະນາໄມສິ່ງແວດລ້ອມ ແລະ
ເຮືອນຊານໃຫ້ດີເພື່ອສາມາດກຳຈັດແຫລ່ງແຜ່ພັນຂອງຍຸງລາຍໂຕນຳເຊື້ອພະຍາດດັ່ງ
ກ່າວໃຫ້ໝົດໄປ.
No comments:
Post a Comment