Ad

Ad

25 July 2013

ປກສ ​ເມືອງ ສີ​ສັດຕະ​ນາກ​ມອບ​ເຄື່ອງ​ເສຍ​​ຄືນໃຫ້​ເຈົ້າ​ຂອງ



         ໃນ​ວັນ​ທີ 24 ກໍລະກົດນີ້, ປກສ ​ເມືອງສີ​ສັດຕະ​ນາກ ນະຄອນຫຼວງວຽງຈັນ ໄດ້​ມອບສາຍ​ຄໍ​ຄຳ,​ແຫວນ ແລະ ປະຫລັກ​ແຂນ ລວມນ້ຳໜັກ 3 ບາດ ​ຄືນ​​ໃຫ້​ເຈົ້າ​ຂອງ​ເດີມຄືນາງ ພຸດ​ດາ​ວັນ ຢູ່​ບ້ານນາ​ສ້າງ​ໄພ່ ເມືອງສີ​ໂຄດ​ຕະບອງ ນະຄອນຫຼວງ ວຽງຈັນພາຍ ຫຼັງ​ເຈົ້າໜ້າທີ່​ເກັບ​ກູ້​ຊັບ​ດັ່ງກ່າວ​ຄືນ​ໄດ້ຈາກ​ທ້າວ ​ໄພສິດ ​ໄຊ​ຍະ​ວົງ ຢູ່​ບ້ານອຸບ​ມຸງ ​ເມືອງສີ​ໂຄດ​ຕະບອງ ນະຄອນຫຼວງວຽງຈັນ ຜູ້​ຕ້ອງ​ຫາ​ໃນ​ຄະດີ​ລັກ​ຊັບ​ພົນລະ​ເມືອງ.
          ​ເຈົ້າໜ້າທີ່ ​ປກສ ​ເມືອງສີ​ສັດຕະ​ນາກ ກ່າວ​ວ່າ: ຜ່ານ​ການ​ສືບສວນ-ສອບ​ສວນ, ຜູ້​ຕ້ອງ​ຫາ​ຮັບ​ສາ ລະພາບ​ວ່າ: ​ ​ໃນ​ວັນ​ທີ 10 ເມສາ  ຕົນ​ເອງ​ໄດ້​ໄປຫຼິ້ນ​ເກ​ມຢູ່​ເຂດ​ບ້ານທາດຫຼວງ ຮອດ​ຕອນ​ບ່າຍພໍດີ​ເງິນ ໝົດ ຈຶ່ງ​ໄດ້​ຢືມ​ເອົາ​ລົດ​ເວ​ບໝູ່​ເພື່ອ​ຈະ​ກັບ​ມາ​ເອົາ​ເງິນ ຫຼັງ​ໄດ້​ລົດ​​ແລ້ວ​ກໍ​ຂີ່​ອອກ​ມາ​ທາງ​ຕະຫຼາດຫົວ​ຂົວ ​​ໄດ້​ພົບ​ເຫັນ​ແມ່ຍິງ​ລົງ​
ຈາກ​ລົດ ​ໂດຍ​ຍັງ​ຕິດ​ຈັກ​ລົ​ດໄວ້ ຈຶ່ງ​ຂີ່​ລ​ົດ​ເຂົ້າ​ໄປ​ຮຽງ​ຂ້າງ​ແລ້ວ​ໄຂ​ປະຕູ​ລົດລັກ ເອົາ​ຖົງ ທີ່​ວາງ​ຢູ່​​ເບາະ​ນັ່ງ​ຂອງ​ລົດ​ແມ່ຍິງ​ຄົນນັ້ນ​ແລ້ວ​ຂີ່​ລົດຈັກ​ໜີ​ໄປ ​ເມື່ອກວດ​ເບິ່ງ​ຖົງມີ​ເງິນ 5 ລ້ານ​ກີບ, 20 ພັນ​ບາດ ​ແລະ ສາຍ​ຄໍ​ຄຳ, ສາຍ​ແຂນ ແລະ ​ແຫວນ ລວມ ນ້ຳໜັກ 6 ບາດ.ຈາກ​ນັ້ນ ຈຶ່ງ​ໄດ້​ຂີ່​ລົດ​ກັບ​ເມືອ​ບ້ານ ແລະ ​ໄດ້​ນຳ​ເອົາ​ຄຳ​ໄປ​ຂາຍ​ໃຫ້​ກັບ​ຊາຍ​ຄົນໜຶ່ງຢູ່​ຕະຫຼາດ​ເຊົ້າກ່ອນ​​ຈະ​​ຖືກ​ເຈົ້າໜ້າ ທີ່​ຈັບ​​ດຳ​ເນີນ​ຄະດີ ໃນ​​ເວລາ​ຕໍ່​ມາ.
           ​ເຈົ້າໜ້າທີ່ ປກສ ​ເມືອງສີ​ສັດຕະ​ນາກ ​ໃຫ້​ຮູ້​ວ່າ: ຈາກການ​ດຳ​ເນີນ​ຄະດີ,ປັດຈຸ​ບັນ​ທາງ​ເຈົ້າ ໜ້າທີ່ ສາມາດ​ເກັບ​ກູ້​ຊັບ​ສິນ​ທີ່​ເສຍ​ຫາຍ​ໄດ້​ຈຳນວນໜຶ່ງ ​ເຊິ່ງ​ໄດ້​ສົ່ງ​ມອບ​ໃຫ້​ກັບນາງ ພຸດ​ດາ​ວັນ ຜູ້​ເສຍ​ຫາຍ, ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນພວມ​ສືບຕໍ່​ເກັບ​ກູ້​ຊັບ​ສິນ​ດັ່ງກ່າວ​ຄືນ​ໃຫ້ເຈົ້າ​ຂອງ.

No comments:

Post a Comment