ທະນາຄານ ເອັສທີ(STB) ຈັບສະຫຼາກມອບໂຊກໃຫ້ລູກຄ້າ
ຄັ້ງທີ 1 ປະຈຳສົກປີ 2012 - 2013 ທີ່ເປີດບັນຊີປະ ຈຳມູນຄ່າ 3 ລ້ານກີບຂຶ້ນໄປ ເຊິ່ງພິ ທີຈັບສະຫຼາກລາງວັນດັ່ງກ່າວໄດ້ມີຂຶ້ນ
ໃນຕອນບ່າຍຂອງວັນທີ 26 ກໍລະກົດນີ້, ຢູ່ສຳນັກ ງານໃຫຍ່ທະນາຄານ ເອັສທີ ບ້ານ ອານຸເມືອງ ຈັນທະບູລີ
ນະຄອນຫຼວງ ວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ທີບ ພາວັນ ຈັນທະຜາສຸກ ຮອງຫົວ ໜ້າກົມຄຸ້ມຄອງທະນາຄານທຸລະກິດທະນາຄານແຫ່ງ
ສປປ ລາວ, ມີທ່ານ ບຸນເຫຼື່ອມ ສີສົງ ຄາມ ຮອງຜູ້ອຳນວຍການທະ ນາຄານ ເອັສທີ ພ້ອມດ້ວຍພະ ນັກງານອ້ອມຂ້າງ
ພາຍໃນທະ ນາຄານ, ບັນດາລູກຄ້າ ແລະ ແຂກທີ່ຖຶກເຊີນເຂົ້າຮ່ວມເປັນສັກຂີພະຍານ.
ຮອງຜູ້ອຳນວຍການທະນາຄານ ເອັສທີ ກ່າວວ່າ: ການຈັບສະຫຼາກດັ່ງກ່າວ
ເປັນຄັ້ງທີ 1 ຈາກ 3 ຄັ້ງທີ່ທະນາຄານ ໄດ້ກຳນົດໄວ້ໃນປີ
2013 ບຸກຄົນທີ່ມີສິດໄດ້ຮັບລາງວັນຕ້ອງແມ່ນລູກຄ້າຂອງທະນາຄານເອັສທີ ທີ່ເປີດບັນຊີປະຈຳຕັ້ງແຕ່
3 ລ້ານ ກີບຂຶ້ນໄປ ພາຍໃນໄລຍະເວລາທີ່ ທະນາຄານ ກຳນົດໄວ້ ເຊິ່ງລາງ ວັນທີ່ຈັບສະຫຼາກໃນຄັ້ງນີ້
ມີ 4 ລາງວັນ ໃນນັ້ນ ລາງ ວັນທີ 1 ມີ 3 ລາງວັນ ເປັນຄຳລາງວັນລະ 1 ບາດ, ລາງວັນທີ 2 ມີ
1 ລາງວັນ ເປັນທຶນການສຶກສາ ລາງວັນລະ 5 ລ້ານກີບ,
ລາງວັນທີ 3 ມີ 1 ລາງ ວັນ ທຶນການສຶກສາບັນຊີເງິນຝາກ
3 ລ້ານ ກີບ ແລະ ລາງວັນທີ 4 ມີ 5 ລາງວັນ ເປັນທຶນການສຶກສາ ລາງວັນລະ 1 ລ້ານກີບ.
ຜູ້ໂຊກດີໄດ້ຮັບລາງວັນ ຈາກການຈັບສະຫຼາກໃນຄັ້ງນີ້,
ມີ ລາງວັນທີ 1 ແມ່ນທ້າວ ໄຊສິງ ທອງ, ນາງ ສອນສະນິດ ພອນສົມ ບັດ ແລະ ກອງທຶນປົກປ້ອງຜູ້ ຝາກເງິນ,
ລາງວັນທີ 2 ໄດ້ແກ່ ທ້າວ ສຸວັນທອງ ຈັນທະບຸນໄຊ, ລາງວັນທີ 3 ໄດ້ແກ່ ບໍລິສັດ BCEL ແລະ ລາງວັນທີ
4 ໄດ້ແກ່: ທ້າວ ສຸພາວາດີ ລິນຈະເລີນ, ນາງ ເພັດມະໄລສະຫວັນ-ແສງປະເສີດ - ເລີດວິໄລ, ນາງ
ລີບົວຄູ ລີເຮັງເວີ ແລະ ນາງ ລານີ ຊາບັນດິດ ນີ້ແມ່ນຜົນຂອງການຈັບສະຫຼາກລາງວັນຄັ້ງທີ
1 ປະຈຳປີ 2013 ຂອງທະນາ ຄານ ເອັສທີ ສ່ວນ ການຈັບສະຫຼາກລາງວັນຄັ້ງທີ 2 ແລະ ຄັ້ງທີ 3 ນັ້ນ
ຈະມີຂຶ້ນໃນ ເດືອນກັນຍາ ແລະ ເດືອນທັນວາ 2013 ທີ່ຈະເຖິງນີ້ ຄາດວ່າການຈັບສະຫຼາກລາງວັນໃນຄັ້ງຕໍ່ໄປຈະຍິ່ງໃຫຍ່ກວ່າເກົ່າ
ແລະ ຜູ້ເປີດບັນຊີປະຈຳໃນມູນຄ່າຕາມທີ່ກ່າວ ມາຂ້າງເທິງແມ່ນມີສິດເຂົ້າຊິງລາງວັນທັງ 3 ຄັ້ງດ້ວຍກັນ.
ທະນາຄານ ເອັສທີ ເປັນທະນາຄານເອກະຊົນ 100
% ດຳເນີນທຸລະກິດການເງິນຢູ່ ສປປ ລາວ ພາຍໃຕ້ເລກທະບຽນ 04/ ທຫລ ລົງວັນທີ 3 ກໍລະກົດ
2009 ແລະ ໄດ້ເປີດບໍລິການ ໃນວັນທີ 3 ກໍລະກົດ 2009 ເປັນຕົ້ນມາ ໂດຍທຶນຈົດທະ ບຽນໃນ ເບື້ອງຕົ້ນ
100 ຕື້ກີບ. ປັດຈຸບັນມີ 3 ສາຂາຄື ສາຂາປາກເຊ, ສະຫວັນນະເຂດ ແລະ ຫຼວງພະບາງ, ມີໜ່ວຍບໍລິ
ການທັງໝົດ 21 ແຫ່ງ ໃນທົ່ວປະເທດ ໃນນັ້ນສະເພາະໃນນະຄອນຫຼວງວຽງຈັນ ມີ 14 ແຫ່ງ ແລະ ທະນາຄານມີແຜນການ
ຈະຂະຫຍາຍສາຂາທັງພາຍໃນ ແລະ ຕ່າງປະເທດ ໃນອະນາຄົດ. ນັບ ແຕ່ເປີດບໍລິການເງິນກູ້ ແລະ ເງິນ
ຝາກເປັນຕົ້ນມາ, ທະນາຄານ ເອັສທີ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງໄວວາ ຈົນກາຍເປັນທະນາຄານ ທີ່ໄດ້ຮັບຄວາມໜ້າເຊື່ອຖືຈາກລູກຄ້າມາ
ໂດຍຕະຫຼອດສະແດງອອກຄືທຶນຈົດທະບຽນທີ່ຖອກແລ້ວໄດ້ນັບມື້ນັບເພີ່ມຂຶ້ນໃນແຕ່ລະປີ.
ແຫລ່ງຂ່າວຈາກນັກຂ່າວ ໜັງສືພິມລາວພັດທະນາ ປະຈຳແຂວງຈຳປາສັກຍັງໃຫ້ຮູ້ຕຶ່ມວ່າ:
ເມື່ອເວລາ 15 ໂມງ 30 ນາທີ ຂອງວັນທີ 25/07/2013 ຢູ່ທີ່ທະ ນາຄານSTສາຂາແຂວງຈຳປາ ສັກໄດ້ມີພິທີແຈກໂຊກຈັບສະຫຼາກລາງວັນເພື່ອຊອກຫາຜູ້
ໂຊກດີເຊິ່ງໃນການຈັບສະຫຼາກຄັ້ງນີ້ ເປັນຄັ້ງທຳອິດນັບຕັ້ງແຕ່ເປີດໂຄງການຝາກເງິນແລ້ວລວຍກັບທະນາຄານSTໂດຍເລີ່ມ
ຢ່າງເປັນທາງການມາແຕ່ວັນທີ 1 ເມສາ 2013, ເປັນກຽດເຂົ້າຮ່ວມ ເປັນສັກຂີພະຍານໃນຄັ້ງນີ້ມີ:
ທ່ານ ປອງຄຳ ຈຳປາແດງ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ພາກໃຕ້ແຂວງຈຳປາສັກ, ທ່ານ ສີສຸກ ສີສົງຄາມ
ຫົວໜ້າສາຂາທະນາຄານ ST ປະຈຳແຂວງຈຳປາສັກ, ພ້ອມດ້ວຍທ່ານ ນາງ ຂັນແກ້ວ ໄຊຊະນະ ຕາງໜ້າປະທານສະພາບໍລິຫານທະນາຄານ
ST ແລະ ບັນ ດາແຂກທີ່ຖືກເຊື້ອເຊີນຈາກພາກສ່ວນຕ່າງໆພ້ອມດ້ວຍລູກຄ້າປະຈຳຂອງທະນາຄານ.
ໂຄງການ “ ຝາກເງິນແລ້ວລວຍ ” ກັບທະນາຄານSTເປັນໂຄງການໃໝ່ທີ່ທະນາຄານໄດ້ເປີດຂຶ້ນເພື່ອໃຫ້ລູກຄ້າ
ທີ່ນຳເງິນມາຝາກຢູ່ທະນາຄານມີໂອກາດລວຍນອກຈາກດອກເບ້ຍເງິນຝາກທີ່ໄດ້ຮັບເປັນປະຈຳແລ້ວ, ພິເສດສະຫຼາກເງິນຝາກ
ໃນໂຄງການນີ້ສຳລັບຜູ້ໂຊກດີຫຼືບໍ່ໂຊກດີໃນຄັ້ງນີ້ຍັງສາມາດໄດ້ຮັບໂຊກໃຫຍ່ຈາກການຈັບສະຫຼາກໃນຄັ້ງທີສອງ
ແລະ ຄັ້ງທີ ສາມຄື ເດືອນກັນຍາແລະເດືອນທັນວາໄດ້ອີກດ້ວຍໂດຍສະເພາະຄັ້ງສຸດທ້າຍຈະມີລາງວັນເຖິງ
6 ລາງວັນມູນຄ່າຫຼາຍຮ້ອຍ ລ້ານກີບ. ສຳລັບຜົນການຈັບສະຫຼາກໃນຄັ້ງນີ້ມີຜູ້ໂຊກດີຄືລາງວັນທີ
1 ມີ 3 ລາງວັນໆຜູ້ໂຊກດີໄດ້ແກ່ ພະບຸນແກ້ວ ໄດ້ຮັບຄຳ 2 ບາດ 2 ລາງວັນ ແລະ ທ້າວ ຂັນຄຳ ສຸລິວົງ
ໄດ້ຮັບຄຳ 1 ບາດ, ລາງວັນທີ 2 ມີ 1 ລາງວັນລາງ ວັນລະ5ລ້ານກີບໄດ້ແກ່ນາງ ສິນ ໃຈ ສີຫາວົງ,
ລາງວັນທີ 3 ມີ 1 ລາງວັນໆລະ 3 ລ້ານກີບໄດ້ແກ່ ນາງແທ່ງແລະລາງວັນທີ 4 ລາງ ວັນລະໜຶ່ງລ້ານກີບໄດ້ ແກ່ ນາງ ສຸວັນນາລີ ຄຳພູ, ທ້າວ ໂກພະລັກ ລຸນທະປັນຍາ, ທ້າວ ສີໃສ ຊາ ທອງ, ນາງ ສຸກສະຫວັນ ນວນປະເສີດ,ນາງ ພອນທິບ ສາຍສະໝຸດ.
ສຳລັບໂປຣໂມຊັນໃໝ່ຂອງທະ ນາຄານ ST ໃນຄັ້ງນີ້ມີກະຕິກາ
ພຽງງ່າຍໆຄື ເມື່ອທ່ານນຳເງິນ ມາຝາກຫຼືເປີດບັນຊີເງິນຝາກ ພຽງ3ລ້ານກີບ,12.000ບາດຫຼື400
ໂດລາສະຫະລັດ,ຮັບໄປເລີຍບັດ ຊິງໂຊກ 1 ໃບ ແລະ ຍິ່ງຝາກຫຼາຍເທົ່າໃດຍິ່ງມີສິດໄດ້ ຮັບລາງວັນຫຼາຍ,
ຖ້າຝາກກຳນົດ 2 ປີຮັບບັດ ຊິງໂຊກຄູນສອງເຊິ່ງບັດຊິງໂຊກ ແຕ່ລະໃບສາມາດໃຊ້ໄດ້ໃນການແຈກໂຊກຄັ້ງ
ໃຫຍ່ທັງ 3 ຄັ້ງປະ ຈຳປີ 2013 ເທົ່ານັ້ນຄື ເດືອນກໍລະກົດ, ກັນຍາແລະທັນວາ.
ການເຄື່ອນໄຫວຕົ້ນຕໍ່ຂອງທະນາຄານ ເອັສທີ ແມ່ນໃຫ້ບໍລິການເງິນກູ້
ແລະ ລະດົມທຶນໄລຍະສັ້ນ,ໄລຍະກາງ ແລະ ໄລຍະ ຍາວແກ່ບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ. ນອກນັ້ນ
ຍັງໃຫ້ບໍລິການເງິນຝາກ,ຊື້ - ຂາຍ ເງິນຕາຕ່າງປະເທດ ແລະ ບໍລິ ການອື່ນໆ. ພາຍໃຕ້ຄຳຂວັນ:
“ ໝັ້ນຄົງໂປ່ງໃສບໍລິການດ້ວຍນ້ຳໃຈຮັບໃຊ້ສັງຄົມ”.
No comments:
Post a Comment