ໃນວັນທີ 27 ກໍລະກົດນີ້, ຢູ່ ສູນ ICTC ນະຄອນຫລວງວຽງຈັນ
ໄດ້ຈັດ ໃຫ້ມີການສຳມະນາ ແລກປ່ຽນບົດຮຽນ ດ້ານເສດຖະກິດມະຫາພາກລະຫວ່າງປະ ເທດລາວ- ຫວຽດນາມ ນຳໂດຍ
ທ່ານ ດຣ ໄຊສົມພອນ ພົມວິຫານ ຮອງປະທານ ສະແຫ່ງຊາດລາວ ແລະ ທ່ານ ອວງ ຈູ ລິວ ຮອງປະທານສະພາແຫ່ງຊາດຫວຽດນາມ
ໂດຍມີບັນດາຜູ້ແທນສະພາແຫ່ງຊາດ ລາວ- ຫວຽດນາມ ແລະ ບັນດາການນຳກະ ຊວງທີ່ກ່ຽວຂ້ອງເຂົ້າຮ່ວມນຳ.
ທ່ານ ດຣ ໄຊສົມພອນ ພົມວິຫານ ເປັນກຽດກ່າວໄຂກອງປະຊຸມ
ວ່າ: ການສຳມະນາແລກປ່ຽນບົດເຊິ່ງກັນ ແລະ ກັນດ້ານເສດຖະກິດມະຫາພາກລະຫວ່າງສອງປະເທດລາວ-ຫວຽດນາມຄັ້ງນີ້,ໄດ້ສຸມໃສ່ວຽກງານການເງິນ-ເງິນຕາ
ແລະ ການ ກຽມຄວາມພ້ອມກ້າວສູ່ການເປັນສະມາຄົມເສດຖະກິດອາຊຽນຊຶ່ງບັນດາຜູ້ແທນຈະໄດ້ຮັບຟັງການສະເໜີບົດທັງມີການແລກ
ປ່ຽນບົດຮຽນໄປພ້ອມໆກັນເຊັ່ນ: ກ່ຽວກັບທ່າອ່ຽງເສດຖະກິດມະຫາພາກໃນພາກພື້ນທີ່ອາດສົ່ງຜົນກະທົບຕໍ່ສອງປະເທດ
ໃນຕໍ່ໜ້າ, ການກຳນົດທິດທາງນະໂຍບາຍທີ່ເປັນຍຸດທະສາດ ໂດຍສະເພາະການລົງທຶນ ເພື່ອຮັບປະກັນໃຫ້ເສດຖະກິດຂະ
ຫຍາຍຕົວຕໍ່ເນື່ອງ ແລະ ຕາມເງື່ອນໄຂພັດທະນາຂອງແຕ່ລະປະເທດ; ສຸມໃສ່ແລກປ່ຽນບົດຮຽນຢ່າງຈິງໃຈຕໍ່ສິ່ງທ້າທາຍຕ່າງໆ
ທີ່ທັງສອງປະເທດ ອ້າຍນ້ອງຈະ ຕ້ອງຮ່ວມກັນວາງແຜນຍຸດທະສາດແລະຮ່ວມກັນຜ່ານຜ່າ ເພື່ອ ຮັບປະກັນອະນາຄົດ
ການ ພັດທະນາທີ່ຍືນຍົງກໍຄືການກຽມຄວາມ ພ້ອມຂອງສອງປະເທດ ໃນການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ;
ແລກປ່ຽນບົດ ຮຽນກ່ຽວກັບການຄຸ້ມຄອງກຳນົດນະໂຍບາຍການ ເງິນ-ເງິນຕາ, ການພັດທະນາລະບົບເຄືອຂ່າຍທະນາຄານ,
ການຄຸ້ມຄອງໜີ້ ເສຍ ແລະ ການຄຸ້ມຄອງການເງິນພາກລັດ, ລວມທັງການຄຸ້ມຄອງໜີ້ສາທາລະນະຊຶ່ງລ້ວນແຕ່ເປັນຫົວຂໍ້ທີ່ຮ້ອນແຮງຂອງ
ເສດຖະກິດໃນພາກພື້ນ ແລະ ຂອງໂລກ.
ຮອງປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍແລະຕີລາຄາສູງຕໍ່ການຢ້ຽມຢາມລາວຂອງຄະນະຜູ້
ແທນສະພາແຫ່ງຊາດຫວຽດນາມ ກໍຄືການຮ່ວມສຳມະນາດ້ານເສດຖະກິດຄັ້ງນີ້ເຊິ່ງເປັນການຢືນຢັນເຖິງຄວາມສາມັກຄີແບບ
ພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອລະຫວ່າງສອງຊາດລາວ-ຫວຽດນາມ, ທັງເປັນເຫດການສຳຄັນອີກວາລະ
ໜຶ່ງຂອງສອງສະພາແຫ່ງຊາດ ທີ່ຫາກໍຜ່ານບັນຍາກາດອັນຄຶກຄື້ນແຫ່ງ ການຮ່ວມມືລະນຶກເຖິງ 2 ວັນປະຫວັດສາດທີ່ສຳຄັນ
ແຫ່ງສາຍ ພົວພັນມິດຕະພາບແລະການຮ່ວມລາວຫວຽດນາມ ໃນໜຶ່ງ ປີຜ່ານມາ.ຕະຫລອດໄລຍະ 38 ປີ ແຫ່ງການເຄື່ອນ
ໄຫວປະຕິບັດບົດບາດເປັນຕົວແທນຂອງປະຊາຊົນ, ສະພາແຫ່ງຊາດລາວ
ລ້ວນແຕ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ອັນລ້ຳຄ່າຈາກສະພາແຫ່ງຊາດຫວຽດນາມ ບໍ່ວ່າຈະເປັນທາງດ້ານວິຊາການ
, ພື້ນຖານວັດເຕັກນິກ ແລະ ອື່ນໆ. ສະພາແຫ່ງຊາດລາວຫາກໍສຳເລັດຜ່ານການທົບທວນຄືນການປະຕິບັດແຜນພັດທະນາເສດຖະ
ກິດ-ສັງຄົມ 5 ປີ ຄັ້ງທີ 7 ໃນ ເຄິ່ງສະໄໝທຳອິດ ແລະ ການພິຈາລະນາບັນຫາສຳຄັນຂອງຊາດ, ບັນດາຄາດໝາຍການແກ້ໄຂຄວາມທຸກຍາກ,
ການປະຕິບັດ ເປົ້າໝາຍສະຫັດສະວັດ ເພື່ອການພັດທະນາ ແລະການກຳນົດໜ້າທີ່ສຳຄັນໃນການພັດທະນາໃນຕໍ່ໜ້າກໍຄືການກຽມຄວາມ
ພ້ອມສູ່ການເປັນປະຊາຄົມອາຊຽນ.
No comments:
Post a Comment