ຫວ່າງສອງສາມມື້ຜ່ານມາ, ຈານແຍ່ໄດ້ເຂົ້າຮ່ວມກອງປະຊຸມ
ລະດົມຄວາມຄິດເຫັນໃສ່ຮ່າງກົດ ໝາຍທີ່ພົວພັນກັບການ ປົກຄອງ ທ້ອງຖິ່ນ ເພື່ອວ່າຈະໄດ້ສະເໜີ
ຜ່ານກອງປະຊຸມລັດຖະບານ ແລ້ວຕໍ່ໃສ່ກອງປະຊຸມສະພາ ແຫ່ງຊາດເທື່ອໜ້າໃຫ້ທັນ ເວລາ. ການປະກອບເນື້ອໃນຮ່າງກົດ
ໝາຍ ຫລື ລະບຽບການຕ່າງໆ ນັ້ນ, ຖ້າບໍ່ໃສ່ໃຈອີ່ຫລີອີ່ຫລໍກໍຄົງ ໄປບໍ່ລອດ ເພາະຕ້ອງ ໄດ້ພິຈາລະ
ນາເປັນແຕ່ລະຂໍ້ຄວາມ, ເປັນແຕ່ ລະມາດຕາ, ລະວັງກວ່າໝູ່ກໍຄືບໍ່ ໃຫ້ມີຊ່ອງໂຫວ່ຊ່ອງຫວ່າງໃນຄຳ
ສັບພາສາ. ຜ່ານມາ, ແມ່ນແຕ່ລະ ຫວ່າງຄຳວ່າ: “ແລະ” ກັບ “ຫລື” ນີ້ ມີບາງເທື່ອກໍຕ້ອງໄດ້ອະທິ
ບາຍ ແລະ ຖຽງກັນເປັນມື້.
ບົດຮຽນທີ່ໄດ້ຈາກນັກປາດ- ອາຈານດ້ານກົດໝາຍໃນທຸກໆ
ເທື່ອທີ່ຈານແຍ່ໄດ້ເຂົ້າຮ່ວມຂະບວນຮ່າງກົດໝາຍນັ້ນ ຄືຕ້ອງ ໃຊ້ ຄຳສັບທີ່ເຄີຍໃຊ້ເຄີຍຊຶ້ງຫູມາ
ແລ້ວ, ຫ້າມປະດິດຄິດແຕ່ງ ຫລື ພິກແປງແຕ່ງຄຳເວົ້າເອົາເອງຕາມອາລົມຈິດ, ຕ້ອງໃຊ້ພາ ສາທາງການບໍ່ແມ່ນພາສາທາງກັນ
(ເອງ). ຖ້າຈຳເປັນຕ້ອງໄດ້ໃຊ້ຄຳ ສັບຍາກ ຄຳສັບສະເພາະກໍຕ້ອງມີພາກສ່ວນຕີຄວາມໝາຍ ສະເພາະ.
ທີ່ຕ້ອງມີການຕີຄວາມໝາຍສະເພາະກໍເພາະວ່າບໍ່ສາມາດຈະປ່ຽນຄຳສັບຍາກເຫລົ່ານັ້ນມາເປັນພາສາທຳມະດາ
ໄດ້. ຈານແຍ່ເຄີຍໄດ້ຍິນນັກປາດ-ອາຈານພາສາກົດໝາຍທັງຫລາຍ ບອກວ່າ: ຄຳສັບສະເພາະເຊັ່ນ: “ສັດຕະຍາບັນ”,
“ຄະລຸໂທດ”, ລະ ຫູໂທດ” ແລະ ອື່ນໆນັ້ນ ຕ້ອງຮັກ ສາໄວ້ ບໍ່ຕ້ອງໄປປ່ຽນມັນ, ຕ້ອງ ດຶງຄົນໃຫ້ມາເຂົ້າໃຈ
ແລະ ໃຊ້ ມັນ.
ຈານແຍ່ເຫັນພ້ອມຍອມຕາມ ຄຳເຫັນທີ່ເວົ້າມາເທິງນັ້ນ
ເພາະ ມັນຄົງບໍ່ຕ່າງໄປຈາກພາສາເທດ ພາສາສູດໃນວັດ, ຈະໃຫ້ມາ ປ່ຽນ ເປັນຄຳເວົ້າທຳມະດາ ເປັນພາ
ສາຕະຫລາດມັນກໍຄົງຈະບໍ່ເຂັດ ບໍ່ຢຳ, ຢາກເຂົ້າໃຈກໍຕ້ອງໝັ່ນຮ່ຳ ຮຽນຊອກຮູ້ຊອກຖາມ.
ເຊັ່ນດຽວກັນ, ໃນກອງປະຊຸມ ຮ່າງກົດໝາຍທີ່ເອີ່ຍເຖິງໃນແຖວ
ຕົ້ນໆຂອງບົດນີ້, ທຸກຄົນຕ້ອງ ເລືອກໃຊ້ຄຳສັບທີ່ສັງຄົມ ຮັບຮູ້ມາ ກ່ອນແລ້ວ ເພື່ອຄວາມເປັນເອກະ
ພາບໃນຄວາມເຂົ້າໃຈ ແລະ ລ່ອງ ຊ່ອງໃນການປະຕິບັດ. ນັ້ນເປັນ ເລື່ອງພາສາ ສັບໃນກົດໝາຍ, ແຕ່
ຄວາມຫຍຸ້ງຍາກ ແລະ ສັບສົນ ຂອງການໃຊ້ພາສາປາກເວົ້າ ແລະ ຂຽນທົ່ວໆໄປແບບຕາມໃຈ ນີ້ຕິ ມັນເຮັດໃຫ້ຈານແຍ່ເຈັບຫົວ
ເພາະບໍ່ມີໜ່ວຍງານໃດຮັບຜິດ ຊອບຕີຄວາມໝາຍ. ເຊັ່ນເວລາ ນັ່ງໃນຍົນຢູ່ດີໆ ກໍໄດ້ຍິນສຽງປະ ກາດວ່າ:
ດຽວນີ້ ເຄື່ອງບິນເຮົາ ບິນຢູ່ໃນຄວາມສູງເທົ່ານັ້ນເທົ່ານີ້ ພັນ “ຟິດ”. ເວລາອ່ານໜັງສືພິມກໍ
ພົບວ່າ: ບໍ່ຄຳແຫ່ງໜຶ່ງຜະ ລິດຄຳ ໄດ້ສິບພັນ “ອອນ”. ພໍເປີດວິທະຍຸ ຟັງຂ່າວໂຄສະນາກໍໄດ້ຍິນວ່າ:
ໂທລະທັດຈໍຂະໜາດສາມສິບ “ນິ້ວ” ຈາກເກົາຫລີມີ ຈຳໜ່າຍ ແລ້ວ. ພໍງວາກໃສ່ຂ່າວຈາກໜ້າ ຈໍໂທລະພາບກໍມີສຽງເຈາະເຂົ້າຮູ
ຫູວ່າ: ປະເທດຊາອຸດີອາຣັບບີຜະລິດນ້ຳມັນດິບ ໄດ້ຫລາຍຮ້ອຍ ລ້ານ “ບາເຣນ” ຕໍ່ມື້ ແລະ ວ່າຍົນ
ຊະນິດໃໝ່ບິນໄວກວ່າສຽງໄດ້ ສາມພັນ “ໄມ” ຕໍ່ຊົ່ວໂມງ. ຈຶ່ງຢາກຂໍຖາມ ແດ່ວ່າ: ເປັນຫຍັງ ພວກເຮົາຈຶ່ງໃຊ້ມາດຖານການ
ວັດແທກ-ການຊັ່ງນ້ຳໜັກແບບ ຕາມໃຜຕາມມັນຄືແນວນີ້ ເປັນຫຍັງບໍ່ຖາມ ຕົນເອງວ່າ: ສັງຄົມ ລາວເຮົາເຄີຍໃຊ້ບໍ່ຄຳວ່າ:
“ອອນ”, “ຟິດ”, “ບາເຣນ”, “ນິ້ວ”, “ໄມ” ແລະ ອື່ນໆ, ເປັນຫຍັງພວກ ເຮົາບໍ່ ເວົ້າວ່າ: ເຄື່ອງບິນບິນສູງ
ໃນລະດັບ 8 ພັນແມັດ, ລົດຄັນນີ້ ກິນນ້ຳມັນ 1 ລິດຕໍ່ 10 ກິໂລແມັດ (ແທນທີ່ຈະວ່າ: “ໄມ”)
... ? ຈານ ແຍ່ບໍ່ເຊື່ອວ່າ: ທຸກຄົນຈະມີເວລາ ຊອກຮູ້ໄດ້ໝົດຊື່ທີ່ເປັນມາດຖານ ວັດແທກ ແລະ
ຊັ່ງນ້ຳໜັກ-ຂະໜາດ ແລະ ໄລ ຍະທາງໃນທົ່ວ ໂລກ. ເມື່ອບໍ່ຮູ້ແລ້ວກໍບໍ່ເຂົ້າໃຈ ເມື່ອບໍ່ເຂົ້າໃຈແລ້ວກໍງົງ
ກໍເລີຍ ຢາກຖາມວ່າແມ່ນເວົ້າ ແລະ ຂຽນໃຫ້ໃຜຟັງ ໃຜອ່ານ ?. ເລື່ອງ ນີ້ທາງການພວກເຮົາຕ້ອງອອກ
ມາກຳນົດຄັກແນ່ ຈະໃຫ້ແຕ່ລະ ຄົນຈົ່ມພໍໃຜພໍລາວນີ້ຄົງຈະເສຍນ້ຳລາຍ ລ້າໆ.
No comments:
Post a Comment