ໂດຍ : ວິເສດ ສະແຫວງສຶກສາ
ຂໍທວນຄວາມຈຳຂອງທ່ານຜູ້ ອ່ານຕື່ມວ່າ: ໃນວັນທີ
30 ເດືອນ ສິງຫາຜ່ານມາທີ່ສຳນັກງານໜັງສືພິມ “ວຽງຈັນໃໝ່” ພວກເຮົາເຫລົ່າຄົນສິນພາຍໃຕ້ສາຍຄ່າຄົມ
ປາກກາດຽວກັນ ໄດ້ມີໂອກາດນັ່ງລົມກັນເລື່ອງວ່າຈະເຮັດແນວໃດ “ວຽງຈັນໃໝ່” ຈຶ່ງຈະເປັນ ໜັງສືພິມຂອງໝົດທຸກຄົນ,
ບໍ່ໃຫ້ ເປັນຄືຫລາຍຄົນຄິດວ່າ: ເປັນ ພຽງໜັງສືພິມທ້ອງຖິ່ນປະຈຳນະ ຄອນຫລວງ ຍ້ອນພຽງຊື່ວ່າ:
“ວຽງຈັນໃໝ່”. ຈານແຍ່ວ່າຊື່ນັ້ນ ບໍ່ສຳຄັນປານໃດດ໋ອກ, ເນື້ອໃນພຸ້ນມັນຕັດສິນ, ຖ້າ “ວຽງຈັນໃໝ່”
ໄຂປະ ຕູໃຫ້ກວ້າງຕື່ມ, ກວມເອົາ ຂ່າວຄາວເລື່ອງລາວຕ່າງໆຂອງ ຫລາຍໆເຂດຫລາຍໆແຂວງ ແນ່ ນອນຄົນທົ່ວປະເທດກໍຄົງຈະ
ຈອງ. ຈານແຍ່ຂໍຍົກຕົວຢ່າງເຊັ່ນ ໜັງສືພິມ “ວໍຊິງຕັນພົດ” (Woshington Post), ນິວຢ໋ອກ ທາມ
(NewYork Times) ແລະ ໜັງສືພິມ-ວາລະສານຂອງຫລາຍ ປະເທດທີ່ຕັ້ງຊື່ຕາມນະຄອນ ຫລວງ, ແຕ່ຂາຍກັນທົ່ວປະເທດ
ແລະ ມີຄົນອ່ານກັນ ທົ່ວໂລກ. ດັ່ງ ນັ້ນ, ບັນດາ ບ.ກ ໜັງສືພິມ, ວາລະສານຂອງແຂວງ ຫລື ຂອງ
ພາກສ່ວນຂະແໜງການກໍບໍ່ຄວນ ງໍ້ງ່ຽງວ່າຢ້ານ ບໍ່ມີຄົນຈອງ-ບໍ່ມີ ຄົນອ່ານ ຍ້ອນວ່າເປັນຂອງ
“ທ້ອງຖິ່ນ”. ຈານແຍ່ມີໂອກາດ ອ່ານໜັງສືພິມ “ສະຫວັນພັດທະນາ” ຂອງສະ ຫວັນນະເຂດ, ໄດ້ ອ່ານສື່ສິ່ງພິມແຂວງຈຳປາສັກ
ແລະ ແຂວງອື່ນໆກໍເຫັນວ່າມີ ເນື້ອໃນໜ້າສົນໃຈ, ມີສາລະໜ້າຮູ້, ມີບົດວັນ ນະກຳ ແລະ ສຳຄັນ
ກວ່ານັ້ນກໍແມ່ນວ່າສື່ສິ່ງພິມ ເຫລົ່ານີ້ໄດ້ກາຍເປັນເວທີຂອງປະ ຊາຊົນ, ສາມາດເຈາະເລິກບັນຫາທ້ອງຖິ່ນ
ໄດ້ເຖິງພິກເຖິງຂີງ. ຈານແຍ່ເລີຍສະຫລຸບເອົາເອງ ວ່າ: ໃນປັດຈຸບັນການແຍກບັນຫາອອກເປັນພູດ
ໂດຍບໍ່ກ່ຽວ ໂຍງກັນລະ ຫວ່າງສູນກາງ ແລະ ທ້ອງຖິ່ນນັ້ນ ແມ່ນບໍ່ຖືກຕ້ອງ ແລ້ວ ໂດຍສະເພາະໃນຍຸກເຊື່ອມ
ໂຍງ ເພາະການເຊື່ອມໂຍງລະດັບພາກ ພື້ນ ແລະ ໂລກນັ້ນ ກ່ອນອື່ນໝົດກໍຕ້ອງອີງອາໄສການເຊື່ອມໂຍງພາຍໃນປະເທດກ່ອນ.
ຕົວຢ່າງບັນຫາທາງເຈື່ອນຢູ່ຫລາຍ ແຂວງພາກເໜືອ ອາດນຳໄປສູ່ສະພາບຂາດເຂີນສິນຄ້າບາງຊະນິດຢູ່ນະຄອນຫລວງ
ແລະ ພາກໃຕ້, ບັນຫາປາສ້ອຍເຊົາຂຶ້ນ ຕາມລະດູການຢູ່ອັດຕະປືຍ້ອນນ້ຳເຊກະໝານ-ເຊກອງປົນເປື້ອນ
ກໍສາມາດເຮັດໃຫ້ຊາວໜຸ່ມ ແລະ ຄົນ ຫາປາໂຍດຂຶ້ນໄປຢູ່ ປາກເຊ ແລະ ຕາມເມືອງໃຫຍ່ໆເພາະບໍ່ມີປາໃຫ້ຈັບຂາຍ.
ຄຳວ່າ: ທຸກຄົວເຮືອນຕ້ອງມີ “ປາແດກຢູ່ໄຫ-ປາ ເຕົາຢູ່ບັ້ງ”
ກໍອາດເຫືອດຫາຍໄປຈາກຮີມສົບຊາວອັດຕະປື.
ສະນັ້ນ, ຈານແຍ່ຈຶ່ງຢາກໃຫ້ ທຸກຄົນຊ່ວຍກັນສະໜັບສະໜູນສື່
ສິ່ງພິມທ້ອງຖິ່ນ ຢ່າຖືຕ່ຳ, ຈົ່ງຄຳ ນຶງສະເໝີວ່າ: ຖ້າສື່ສິ່ງ ພິມຂອງ ແຂວງ, ຖ້າປາກກາຢູ່ທ້ອງຖິ່ນ
ປາຍປູ້ຍ້ອນໝ້ຽງກັດແລ້ວ ເຮັດ ແນວໃດວຽກງານສື່ຂັ້ນສູນກາງ ຊິຍືນຍົງຢູ່ໄດ້. ນີ້ລະ ຄືບັນຫາໜຶ່ງ
ເຊິ່ງຍົກມາເວົ້າກັນໃນວັນຄົບ ຮອບ 38 ປີ ຂອງໜັງສືພິມວຽງ ຈັນໃໝ່ຫວ່າງແລ້ວນີ້.
No comments:
Post a Comment