Ad

Ad

18 November 2013

ຊາວຫນຸ່ມລາວ 11 ຄົນ ເດີນທາງໄປຍີ່ປຸ່ນເພື່ອເຂົ້າຮ່ວມເຝິກອົບຮົມການເປັນຜູ້ນຳ



     ຊາວໜຸ່ມລາວ 11 ຄົນ ທີ່ພວມເຮັດວຽກຢູ່ຂົງເຂດການສຶກສາກ່ຽວກັບວິຊາ ທີ່ ມາຈາກແຂວງ, ກະຊວງ ແລະ ນະຄອນຫລວງວຽງຈັນ ໄດ້ເດີນທາງໄປເຝິກອົບຮົມ ຢູ່ປະເທດຍີ່ປຸ່ນເພື່ອຈະກາຍເປັນຜູ້ນຳໃນອະນາຄົດ ແລະ ນຳເອົາບົດຮຽນພ້ອມປະ ສົບການມາພັດທະນາປະເທດຂອງຕົນໃຫ້ສີວິໄລ.
     ໂຄງການນີ້ຈະຊ່ວຍເພີ່ມຄວາມຮູ້ຄວາມສາມາດວິຊາສະເພາະໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ເຂົາເຈົ້າຍັງຈະໄດ້ແລກປ່ຽນບົດ ຮຽນ ແລະ ປະສົບການກັບຄົນຍີ່ປຸ່ນໄປພ້ອມໆ ກັບການຮຽນຮູ້ວັດທະນະທຳ, ຮີດຄອງປະເພນີ ແລະ ປະຫວັດສາດຂອງ ຍີ່ປຸ່ນນຳອີກ. ຊາວໜຸ່ມທັງໝົດໄດ້ອອກເດີນທາງໄປປະເທດຍີ່ປຸ່ນໃນວັນທີ 17 ພະຈິກ ແລະ ຈະໃຊ້ເວລາສຶກສາ ແລະ ຮ່ວມກິດຈະກຳຕ່າງໆ ເປັນເວລາ 18 ມື້. ກ່ອນຈະອອກເດີນທາງ, ອົງການໄຈກາໄດ້ເຜີຍແຜ່ຂໍ້ມູນຕ່າງໆໃຫ້ແກ່ເຂົາເຈົ້າໂດຍການຮຽນກິດຈະກຳຕ່າງໆ ຂອງອົງການ, ພື້ນຖານພາສາຍີ່ປຸ່ນ ແລະ ວັດທະນະທຳ.
     ໂຄງການດັ່ງກ່າວນີ້ແມ່ນພາກສ່ວນໜຶ່ງຂອງການຊ່ວຍເຫລືອ ຈາກອົງການໄຈກາສຳລັບຊາວ ໜຸ່ມທີ່ມີອາຍຸແຕ່ 20-35 ປີ ເຊິ່ງມາຈາກປະເທດທີ່ພວມພັດທະນາ.  ທ່ານ ໂຄອິຈິ ທາເກອິ ຫົວໜ້າອົງການໄຈກາປະຈຳລາວ ກ່າວໃນພິທີລ້ຽງສົ່ງໃນວັນທີ 17 ພະຈິກ ວ່າ: “ຂ້າພະເຈົ້າຢາກໃຫ້ສຳມະນາກອນທຸກຄົນຖືເອົາໂອກາດນີ້ຮຽນຮູ້ການພັດທະນາຊົນນະບົດໄປພ້ອມໆກັບການ ພັດທະນາອຸດສາຫະກຳ ໂດຍນຳໃຊ້ເມືອງໂກ ມັດຊຶເປັນຕົວຢ່າງ ແລະ ຂ້າພະເຈົ້າຫວັງວ່າ: ໂຄງການນີ້ຈະສືບຕໍ່ສົ່ງເສີມມິດຕະ ພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ”. ທ່ານ ທາເກອິ ໄດ້ ກ່າວຕື່ມອີກວ່າ: ໂຄງການນີ້ເປັນໂຄງການທີ່ມີ ຊື່ສຽງ ແລະ ເປີດໂອກາດໃຫ້ບຸກຄົນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີວິໄສທັດ ແລະ ທ່າແຮງທີ່ຈະເປັນຜູ້ນຳໃນການສ້າງສາ ພັດທະນາປະເທດຊາດໃນອະນາຄົດ.

    ອົງການໄຈກາໄດ້ເລີ່ມປະຕິບັດ ໂຄງການເຊີນຊາວໜຸ່ມໄປເຝິກ ອົບຮົມຢູ່ປະເທດຍີ່ປຸ່ນໃນປີ 1994 ໂດຍເລີ່ມຕົ້ນຈາກ 6 ປະເທດໃນອາຊຽນ ແລະ ໄດ້ຂະຫຍາຍ ອອກໄປຮອດ 120 ປະເທດທົ່ວ ໂລກໃນປັດຈຸບັນ. ໂຄງການນີ້ໄດ້ ເປີດຮັບເອົາສຳ ມະນາກອນຈາກ ສປປ ລາວ ໃນປີ 2007 ແລະ ປີນີ້ ອົງການໄຈກາໄດ້ຈັດເຝິກອົບຮົມ ໃຫ້ແກ່ ສປປ ລາວ ສອງຫລັກສູດ ຄືການພັດທະນາຊົນນະບົດ ແລະ ການສຶກສາກ່ຽວກັບວິຊາຊີບ.
     ທ່ານນາງ ໂຕໂມມິ ຟູຈິຊາວະ ເລຂາໂທຂອງສະຖານທູດຍີ່ປຸ່ນ ປະຈຳລາວ, ທ່ານ ຄຳພັນ ສຸພັນ ທະວົງ ຮອງຫົວໜ້າ ຫ້ອງການສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ ແລະ ພະນັກງານທີ່ກ່ຽວ ຂ້ອງທັງສອງຝ່າຍໄດ້ໃຫ້ກຽດເຂົ້າຮ່ວມລ້ຽງ ສົ່ງດັ່ງກ່າວຢູ່ນະຄອນຫລວງວຽງຈັນ.

No comments:

Post a Comment