ທ່ານ ແຊວ ນາຍບ້ານນາ ທາມ ເມືອງປາກງື່ມ
ນະຄອນ ຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ປັດຈຸບັນ, ປະຊາຊົນບ້ານນາທາມ
ແລະ ບ້ານໃກ້ຄຽງຫລາຍຮ້ອຍຄອບຄົວມີຄວາມເດືອດຮ້ອນຂຶ້ນນັບມື້ ຍ້ອນບໍ່ໄດ້ອອກໄປທຳມາຫາກິນຢູ່ໜອງຫານເປັນເວລາຫລາຍມື້
ພາຍຫລັງເກີດມີປານ້ອຍ-ໃຫຍ່ຕາຍເປັນຈຳນວນຫລາຍ ນັບແຕ່ກາງເດືອນຕຸລາ 2013 ເປັນຕົ້ນມາ.
ນາຍບ້ານນາທາມ ກ່າວວ່າ: ສຳລັບບ້ານນາທາມມີທັງໝົດ
360 ຄອບຄົວ, ມີປະຊາກອນ 2 ພັນກວ່າຄົນ, ສ່ວນຫລາຍມີອາຊີບປູກຝັງ-ລ້ຽງສັດຕິດພັນກັບການທຳມາຫາກິນຢູ່ເຂດໜອງຫານ
ເພື່ອຫາລ້ຽງຄອບຄົວໃນແຕ່ລະມື້, ແຕ່ພາຍຫລັງເກີດມີສະພາບປາຕາຍມາຄືດັ່ງກ່າວ
ອຳນາດການປົກຄອງບ້ານໄດ້ ແຈ້ງໃຫ້ປະຊາຊົນບໍ່ໃຫ້ລົງຫາປາ ແລະ ພືດຜັກຕ່າງໆໃນບໍລິເວນໜອງຫານມາກິນ
ເພາະຢ້ານອັນ ຕະລາຍຕໍ່ສຸຂະພາບ ແລະ ເມື່ອວັນທີ 31 ຕຸລາຜ່ານມາ ກໍມີພະນັກງານຈາກພະແນກສິ່ງແວດລ້ອມ
ນະຄອນຫລວງວຽງຈັນລົງມາເກັບເອົາຕົວຢ່າງນ້ຳໄປວິໄຈຫາສາເຫດທີ່ພາໃຫ້ເກີດປາຕາຍ,
ແຕ່ມາຮອດປັດຈຸບັນກໍ
ຍັງບໍ່ທັນມີຄຳຕອບໃດໆ ແລະ ໃນວັນທີ 15 ພະຈິກ 2013
ກໍມີພະນັກງານຈາກພະແນກກະສິກຳ-ປ່າໄມ້ ນະ ຄອນຫລວງວຽງຈັນ ລົງໄປກວດກາເກັບກຳຂໍ້ມູນຄອບຄົວປະຊາຊົນທີ່ລ້ຽງສັດຢູ່ອ້ອມແອ້ມໜອງຫານ
ເພື່ອຕິດຕາມເບິ່ງສະ ພາບສັດລ້ຽງທີ່ອາດຈະມີຜົນກະທົບຕາມມາຕື່ມອີກເຊິ່ງກໍມີຫລາຍຄອບຄົວໄດ້ຮັບ
ຜົນກະທົບ ແລະ ມີຄວາມເດືອດ ຮ້ອນຂຶ້ນນັບມື້ຈາກການບໍ່ໄດ້ໄປທຳມາຫາກິນຢູ່ໜອງນ້ຳທຳມະຊາດດັ່ງກ່າວ.
No comments:
Post a Comment