Ad

Ad

18 November 2013

6 ປະ​ເທດ​ສືບຕໍ່​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາການທ່ອງທ່ຽວ​ດ້ານ​ວັດທະນະທຳ



           ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວຕາມ​ເສັ້ນທາງ​ແຫ່ງ​ອະລິຍະ​ທຳ 6 ປະ​ເທດ ຄັ້ງທີ 3 ​ໄດ້​ໄຂ​ຂຶ້ນຢູ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 16 ພະຈິກ​ນີ້ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ສົ່ງ​ເສີມ​ການທ່ອງ ທ່ຽວ​ທາງ​ດ້ານ​ວັດ ທະນະທຳ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຈະ​ເລີ​ນ ວາລິ​ນທະລາ​ສັກ ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​​ເຊິ່ງມີ​ບັນດາ​ລັດຖະ ມົນຕີ​ຊ່ວຍ ​ແລະ ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຂອງ 6 ປະ​ເທດ​ສະມາຊິກ​ອາ​ຊຽນ ຄື​ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມຽນມາ, ​ໄທ ​ແລະ ຫວຽດ ນາມ ​ເຂົ້າຮ່ວມ.
          ​ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກ່າວ​ວ່າ: ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ໄດ້​​ທົບ​ທວນຄືນ​ການຈັດຕັ້ງປະຕິບັດ​ແຜນ​ງານ​ທີ່ 6 ປະ​ເທດ​ໄດ້​ມີ​ການ​ຕົກລົງ​ຢູ່​ກອງ​ປະຊຸມ​ຄັ້ງທີ 2 ຢູ່ສຽມ​ຣຽບ ປະ​ເທດ​ກຳປູ​ເຈຍ ​ໃນຕົ້ນປີ 2010 ຜ່ານ​ມາ ​ໂດຍ​ສະ​ເພາະ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ມໍລະດົກ​ດ້ານ​ວັດທະນະທຳ, ​ການທ່ອງ ທ່ຽວ ​ແລະ ນຳ​ໃຊ້​ມໍລະດົກ​ດັ່ງກ່າວ​ໃຫ້​ຫລາຍ​ທີ່​ສຸດ ​​ເພື່ອ​ແນ​ໃສ່​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ບັນດາ​ປະ​ເທດ​ອາ​ຊຽນທີ່​ນອນ​ຢູ່​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​​ໃຫ້​ນັບ​ມື້ດີ​ຂຶ້ນ.

             ທ່ານ ສູນ ມະນີ​ວົງ ຫົວ ໜ້າ​ກົມ​ພັດທະນາ​ການທ່ອງທ່ຽວ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ ກ່າວ​ວ່າ: ກອງ​ປະຊຸມ​ໄດ້​ມີ​ການ​ຢືນຢັນ​ການ​ສືບຕໍ່​ຈັດຕັ້ງປະຕິບັດ​ແຜນ​ປະຕິບັດ​ງານ​ສຽບ​ຣຽບທີ່​ເລີ່​ມ ປະຕິບັດ​ມາ​ແຕ່​ປີ 2010-2015 ​ເຊິ່ງຍັງ​ມີ​ຜົນ​ບັງຄັບ​ໃຊ້​ຢູ່, ​ແຕ່​ພວກ​ເຮົາ​ໄດ້​ມີ​ການ​ປັບປຸງ​ບາງ​ແຜນ​ງານ ​ແລະ ສອດ​ຫ້ອຍ​ບັນດາ​ກິດຈະກຳ​ທີ່​ເປັນ​ການ​ສົ່ງ​ເສີມ​ການທ່ອງທ່ຽວ​ດ້ານ​ວັດທະນະ ທຳ​ເຂົ້າ​ໃນ​ແຜນ​ງານ​ດັ່ງກ່າວ. ນອກຈາກ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ຕົກລົງ​ໃຫ້ 6 ປະ​ເທດ​ສະມາຊິກ ​ເອົາ​ໃຈ​ໃສ່​ໃນ​ການຈັດຕັ້ງປະຕິບັດ​ແຜນ​ງານ​ສຽບຣຽມ​ໃຫ້​ເຂັ້ມ​ແຂງ​ຂຶ້ນຕື່ມ ​ເນື່ອງ​ຈາກ​ວ່າ​ມີ​ຫລາຍ​ຢ່າງ​ທີ່​ຍັງ​ບໍ່​ທັນຈັດຕັ້ງປະຕິບັດ​ໄດ້​ດີ​ເທົ່າ​ທີ່​ຄວນ. ນອກຈາກ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ສ້າງ​ແຜນ​ປະຕິບັດ​ງານ​ວຽງ​ຈັນ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ເທດ​ສະ ມາຊິກ​ໃນ​ການ​ສົ່ງ​ເສີມ​ການທ່ອງ ທ່ຽວ​ທາງ​ດ້ານ​ວັດທະນະທຳ ​ໂດຍ​ໃນ​ນີ້​ໄດ້​ມີ​ການ​ກຳນົດ​ຫລາຍ​ແຜນ​ງານ​ຍ່ອຍ ​ເພື່ອ​ຈັດຕັ້ງປະຕິ ບັດ​ຮ່ວມ​ກັນ​ເຊັ່ນ: ​ແຕ່ລະ​ປະ​ເທດ​ສະມາຊິກ​ຕ້ອງຕັ້ງໜ່ວຍ​ປະສານ​ງານ ​ເພື່ອ​ຕິດຕໍ່​ພົວພັນ​ເຊິ່ງກັນ ​ແລະ ກັນ​​ໃຫ້​ເປັນ​ປົກກະຕິ, ມີ​ການ​ຈັດ​ກອງ​ປະຊຸມ​ລະດັບ​ເຈົ້າໜ້າ​ທີ່​ອາວຸ​ໂສ ​ແລະ ລະດັບ​ລັດຖະມົນຕີ​ປີ​ລະຄັ້ງ, ການ​ຮ່ວມ​ມື​ທາງ​ດ້ານ​ອະລິຍະ​ທຳ ​ໂດຍ​ໃຫ້​ມີ​ການ​ແລກ ປ່ຽນ​ບົດຮຽນ​ນຳ​ກັນ​ໃນ​ລະດັບ​ຕ່າງໆ​ທາງ​ດ້ານ​ການ​ຄຸ້ມ​ຄອງ​ວັດທະນະທຳ, ການທ່ອງທ່ຽວ​ໃນ​ແຫ​ລ່ງອະລິຍະ​ທຳ, ການ​ພັດທະ ນາ​ວັດທະນະທຳ ​ເພື່ອ​ຮັບ​ໃຊ້​ການ ທ່ອງທ່ຽວ, ​ສ້າງ​ຜະລິດ​ຕະພັນ​ການ ທ່ອງທ່ຽວ​ດ້ານ​ວັດທະນະ ທຳ​ໃຫ້​ຫລາກ​ຫລາຍ ​ເພື່ອ​ໃຫ້​ເຊື່ອມ​ຕໍ່​ການທ່ອງທ່ຽວ​ໃນ 6 ປະ​ເທດດັ່ງກ່າວ ​ແລະ ການ​ສະໜັບ ສະໜູນ​ການທ່ອງທ່ຽວ​ແບບ​ອະ ນຸລັກ​​ປະຊາຊົນ ​ແລະ ຜູ້​ປະກອບ​ການ​ທຸລະ​ກິດ​ມີ​ສ່ນວຮ່ວມ, ​ສ້າງ​ຕະຫລາດ​ການທ່ອງທ່ຽວ ​ແລະ ​ປູກ​ຈິດ​ສຳນຶກ​ໃຫ້​ສັງຄົມ​ມີ​ສ່ວນ​ຮ່ວມ​ໃນ​ການ​ອະນຸລັກ​ແຫ​ລ່ງ ທ່ອງ​ທ່ຽວ​ທາງ​ດ້ານ​ວັດທະນະ ທຳ​ໃຫ້​ມີ​ຄວາມ​ຍືນ​ຍົງ​.
           ​ໃນ​ໂອກາດ​ດັ່ງກ່າວ, ຄະ ນະ​ຜູ້​ແທນ​ຈາກ 6 ປະ​ເທດ​ທີ່​ເຂົ້າ ຮ່ວມ​ກອງ​ປະຊຸມ ​ກໍ​ໄດ້​ເຂົ້າຮ່ວມ​ຊົມ​ພິທີ​ແຫ່​ຜາສາດ​ເຜິ້ງ​ໃນ​ບຸນ​ນະ ມັດສະການ​ພະທາດ​ຫລວງ ​ແລະ ​ໃນ​ຄ່ຳ​ຄືນ​ຂອງ​ມື້ດຽວ​ກັນ ກໍ​ໄດ້​ເຂົ້າຊົມ​ການສະ​ແດງ​ຈາກນັກ​ສິ ລະ​ປິນ​ 6 ປະ​ເທດ​ຢູ່​ເວທີກາງ​ເດີ່ນ​ທາດຫລວງ ​​ດ້ວຍ​ຄວາມ​ປະ​ທັບ​ໃຈ ​ແລະ ​ເບີກບານ​ມ່ວນ​ຊື່ນ.

No comments:

Post a Comment