ໃນວັນທີ 15 ພະຈິກນີ້ ຢູ່ກະຊວງຖະແຫຼງຂ່າວວັດທະນະທຳ
ແລະ ທ່ອງ ທ່ຽວ ໄດ້ມີກອງປະຊຸມປຶກສາຫາລືການ ນຳໃຊ້ພາສາລາວໃຫ້ຖືກຕ້ອງໂດຍ ສະເພາະ ໃນລາຍກນາໂທລະພາບ
ໂດຍການເປັນປະທານໂດຍທ່ານ ສະຫວັນຄອນ ຣາຊ໌ ມຸນ ຕີລັດຖະມົນ ຕີຊ່ວຍວ່າການກະຊວງຖະແຫຼງຂ່າວວັດທະນະທຳ
ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າ ພາສາສາດ, ສະຖາບັນສື່ມວນຊົນ ແລະ ບັນດາ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍເພື່ອພ້ອມກັນຄົ້ນຄວ້າປະກອບຄວາມຄິດ ເຫັນກ່ຽວກັບການນຳໃຊ້ພາສາລາວໃຫ້ເປັນເອກະພາບ.
ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ
ກ່າວ ວ່າ: ການ ຈັດກອງປະຊຸມດັ່ງກ່າວຈຸດປະສົງຕົ້ນຕໍ ແມ່ນເພື່ອພັດທະນາຫຼັກການແບບວິທີການນຳໃຊ້ພາສາລາວໃຫ້ຖືກຕ້ອງມີຄຸນນະພາບ,
ຖືກຫຼັກໄວຍາກອນ ແລະ ເປັນທີ່ຍອມ ຮັບໄດ້ຂອງສັງຄົມໂດຍສະເພາະຈະເບິ່ງຄືນຫຼັກການທີ່ເປັນເອກະພາບຂອງການນຳໃຊ້ພາ ສາທາງໂທລະພາບ,
ເບິ່ງຄືນການໃຊ້ພາ ສາລາວທີ່ເປັນຜົນສະທ້ອນເຮັດໃຫ້ພາສາສູນເສຍ ແລະ ການຕົກລົງເອົາຄຳສັບທີ່ເປັນ ພາສາລາວຢ່າງຖືກຕ້ອງ.
ກອງປະຊຸມໄດ້ຍົກໃຫ້ເຫັນ ວ່າ: ການນຳໃຊ້ພາສາລາວໃນ
ສື່ມວນຊົນເຮົາຍັງບໍ່ທັນມີຄວາມເປັນເອກະພາບກັນ ແລະ ສ່ວນ ໃຫຍ່ບັນດາໂຄສົກ, ພິທີກອນມີການໃຊ້ຄຳສັບແບບຊອດກະຈາ
ເຮັດໃຫ້ສັງຄົມມີຄວາມສັບສົນລະຫວ່າງຄຳສັບ ຄຳ ເຄົ້າເດີມ ແລະ ຄຳສັບປັດຈຸບັນເຮັດໃຫ້ພາສາລາວສູນເສຍເອກະລັກຂອງພາສາລາວ,
ຂະນະດຽວກັນຄວາມເປັນເອກະພາບ ທີ່ຈະນຳ ໃຊ້ຫຼັກພາສາລາວໃຫ້ຖືກກັບໄວຍາກອນ ຊຶ່ງກໍຍັງບໍ່ມີການກຳນົດຈະແຈ້ງໃນວັດຈະນານຸກົມທີ່ບັນດານັກປາດອາຈານ
ໄດ້ຄົ້ນຄວ້າ ເຮັດໃຫ້ພາສາຄຳເວົ້າ ແລະ ການ ໃຊ້ສັບສຳນວນໃນພາສາບາງສິ່ງ ກໍບໍ່ຖືກຕ້ອງ ແລະ
ເປັນເອກະພາບກັນ. ດັ່ງນັ້ນ ກອງປະຊຸມຄັ້ງນີ້ ເປັນຈຸດໜຶ່ງເພື່ອພວກເຮົາໄດ້ພິຈາລະນາຄົ້ນຄວ້າເພື່ອກ້າວໄປສູ່ຄວາມເປັນເອກະພາບຕໍ່ການນຳໃຊ້ພາສາ
ລາວໃນສື່ຂອງພວກເຮົາເພື່ອສັງຄົມມີຄວາມເຂົ້າໃຈງ່າຍຕາມຂຶ້ນ.
No comments:
Post a Comment