ໂດຍ: ແມງຫິ່ງຫ້ອຍ
ຂ້າພະເຈົ້າມີຄວາມພູມໃຈຫລາຍເມື່ອໄດ້ອ່ານບັນດາເລື່ອງ
ສັ້ນ ແລະ ໂຮມບົດກະວີລາງວັນຊີໄຣລາວ, ລາງວັນວັນນະກຳສ້າງ ສັນຍອດຢ້ຽມແຫ່ງອາຊຽນ
ອ່ານຕື່ມ 15 ເລື່ອງສັ້ນລາງວັນແມ່ນ້ຳ ຂອງ ໂຊກດີຍັງມີໃນມື ເຮັດໃຫ້ຂ້າພະເຈົ້າຄິດເຖິງລາງວັນສິນໄຊ,
ລາງວັນວັນນະກຳສ້າງສັນດີເດັ່ນ ເຫັນໄດ້ວ່າບັນດານັກປະພັນລາວພວມກ້າວໄປຕາມຄອງຂອງບັນພະບູລຸດລາວ
ດັ່ງທ້າວ ປາງຄຳ ແລະ ມະຫາສີລາວິຣະ ວົງ ທັງສອງທ່ານນີ້ໄດ້ອຸທິດສະຕິປັນຍາສ້າງຜົນງານທີ່ຈະຄົງຢູ່ເປັນອາພອນອວດເອ້ຫລໍ່ລ້ຽງຈິດວິນຍານ
ສ້າງຄວາມເບີກບານໃຫ້ແກ່ຊີວິດພວກເຮົາຜູ້ເປັນລູກຫລານສືບຕໍ່ຕະຫລອດກາລະນານ.
ດັ່ງທີ່ທ່ານ ບົວເງິນ ຊາພູວົງ ໃນນາມຜູ້ຊີ້ນຳວຽກງານວັດ ທະນະທຳ ໄດ້ຂຽນໃນຄຳນິຍາມ
(ໜ້າ ຂ) ປຶ້ມເລື່ອງສັງສິນໄຊ 2 ຄຳກອນ ຄູ່ຮ້ອງແກ້ວ.
ແມ່ນແທ້ແລ້ວ. ຖ້າພວກເຮົາທາວຫາປະຫວັດສາດດ້ານວັດ
ທະນະທຳລາວ ພວກເຮົາພໍຈະເຫັນມີສິ່ງຢັ້ງຢືນດັ່ງທີ່ທ່ານ ຫົງເຫີນ ຂຸນພິທັກ
ນັກຂຽນມີນາມ ປາກກາວ່າ: ໄມ້ຈັນ ໄດ້ສຶກສາ ລະອຽດແລ້ວຈຶ່ງຂຽນໃນປຶ້ມຂັບລຳເພງລາວມາແຕ່ໃສ
ຢູ່ໃນໜ້າ 27 ທ່ານໄມ້ຈັນໄດ້ຂຽນວ່າ: ອັນນີ້ຍັງບໍ່ສາມາດກຳນົດປີເດືອນໄດ້,
ແຕ່ກໍມີຫລັກຖານຈາກບູ ຮານວັດຖຸບູຮານຄະດີ... ໃຫ້ຮູ້ວ່າ: ຄົນໃນຕະກູນພາສາລາວ-ໄຕຮູ້ເປົ່າແຄນ
ແລະ ຂັບລຳມາແລ້ວບໍ່ຫນ້ອຍກວ່າ 3.000 ປີ.
ແມງຫິ່ງຫ້ອຍອ່ານເຖິງນີ້ກໍຄິດວ່າການຂັບລຳກໍຕ້ອງມີຜູ້ແຕ່ງທີ່ເອີ້ນວ່າ:
“ໝໍ” ໝໍຂັບ, ໝໍລຳລາວແຕ່ໃດມາກໍໄດ້ພັນລະນາອອກມາໃນຮູບແບບຂອງສິລະປະການສະແດງ
ເຮັດໃຫ້ຜູ້ຊົມຜູ້ຟັງນຶກເຫັນໄດ້ພາບພົດຄ່ອຍປາກົດຕົວອອກມາຕາມຂັ້ນຕອນໃນການລຳນັ້ນໆ.
ມາອ່ານຕື່ມຄຳອະທິບາຍ ຂຽນໂດຍທ່ານ ນາງ ດວງເດືອນ
ບຸນຍາວົງ ໃນປຶ້ມສັງສິນໄຊ ເຫລັ້ມທີ 2 (ໜ້າ ງ) ຂຽນວ່າ: “ຄຳພັນລະນາເມືອງເປັງຈານໃນສັງສິນໄຊສະບັບນີ້
ສະທ້ອນຄວາມຮຸ່ງເຮືອງເຫລືອງເຫລື້ອມ ຂອງວຽງຈັນໃນສະຕະວັດທີ 17 ມີຄວາມຄ້າຍຄືກັນກັບຄຳພັນລະນາຂອງຜູ້ເດີນທາງ
ນັກບວດ ຄຸນພໍ່ມາຣີນີ (Giovanni Fillipo de Marini) ທີ່ມາເຫັນວຽງຈັນໃນປີ ພ.ສ
2183 ເຊິ່ງເປັນໄລຍະດຽວກັບທີ່ທ່ານ ປາງຄຳ ປະພັນບົດກອນນີ້ (ຕາມການສັນນິຖານວ່າ:
ຄົງແຕ່ງຂຶ້ນໃນປີ ພ.ສ 2193).
ດັ່ງນັ້ນ, ພວກເຮົາເປັນຮຸ່ນບຸດຫລານທີ່ມີເຊື້ອສາຍເຜົ່າພັນລາວ,
ຖ້າຈະນຳເອົາຜົນງານທາງດ້ານວັນນະກຳຂອງລາວແຕ່ເກົ່າກ່ອນ ຄືຂອງພໍ່ ປາງຄຳ
(ພ.ສ 2193) ຄ.ສ 1650 ມາທຽບໃສ່ບັນດານັກຂຽນນັກກະວີທີ່ມີຮູບ ແລະ ມີຊື່ໃນປຶ້ມ
Petit Larousse illusure 1991 ຄືບັນດາທ່ານ Victor Hugo 1802-1885, Lafontaine
162-1695 ຫລື ບັນດານັກຂຽນທີ່ໄດ້ຮັບລາງວັນຊີໄຣ ແລະ ສູນທອນພູ່ ແລະ ລາງວັນແມ່ນ້ຳ
ຂອງ.
ພວກເຮົາຄົງຈະມີຄວາມພາກພູມໃຈໃນຄວາມເປັນລາວ
ພ້ອມກັນກ້າວຂຶ້ນບົນເວທີສາກົນຢ່າງມີກຽດ ແລະ ເຊື່ອໝັ້ນໃນໃຈວ່າ ລາວເຮົາບໍ່ໄດ້ໜ້ອຍໜ້າຕ່ຳຕາກັບປະເທດໃກ້ຄຽງ.
ມາເຖິງນີ້, ຜູ້ຂຽນບົດນີ້ມີຄວາມເຊື່ອໝັ້ນວ່າ:
ຖ້າບັນດານັກຄິດນັກຂຽນລາວໄດ້ຮັບການສະໜັບສະໜູນຊຸກຍູ້ສົ່ງເສີມຢ່າງຈິງຈັງ,
ບໍ່ວ່າຈະແມ່ນນັກປະພັນຮຸ່ນເກົ່າ ຫລື ໃໝ່ ກໍຈະຂຽນໄດ້ແຕ່ງໄດ້ຫລາຍເລື່ອງທີ່ມີເນື້ອໃນດີມີປະໂຫຍດໃຫ້ແກ່ຊາດ
ແລະ ບ້ານເມືອງທີ່ແສນຮັກຂອງພວກເຮົາຢ່າງແນ່ນອນ.
No comments:
Post a Comment