ເພື່ອເປັນການສະເຫລີມສະ ຫລອງສາຍພົວພັນມິດຕະພາບ
ແລະ ການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ຄົບຮອບ 40 ປີ, ມູນນິທິຍີ່ປຸ່ນປະຈຳລາວ
ໄດ້ຈັດ ບຸນມະໂຫລານຍີ່ປຸ່ນຂຶ້ນ ໂດຍການສະແດງສິລະປະພື້ນເມືອງ ກອງປະສານສຽງເພງ
“Drums & Voices” ໃນວັນທີ 4 ພະຈິກນີ້ ຢູ່ຫໍວັດທະນະທຳແຫ່ງຊາດ ໂດຍມີທ່ານ
ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະ ຊວງຖະແຫລງຂ່າວວັດທະນະ ທຳ ແລະ
ທ່ອງທ່ຽວ, ທ່ານ ດຣ. ປອນເມກ ດາລາລອຍ ປະທານສະມາ ຄົມມິດຕະພາບ ລາວ-ຍີ່ປຸ່ນ ແລະ ທ່ານ
ຮີໂຣະຢຸກິ ກິຊິໂນະ ເອກອັກຄະຣາຊະທູດແຕ່ງຕັ້ງຍີ່ປຸ່ນປະຈຳລາວ, ມີຄະນະທູຕາ
ນຸທູດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ບຸນມະໂຫລານເທື່ອນີ້ ໄດ້ມີການສະແດງດົນຕີພື້ນເມືອງຮ່ວມກັນຂອງສິລະປິນທີ່ມາຈາກ
7 ປະເທດ ຄືລາວ, ຫວຽດ ນາມ, ກຳປູເຈຍ, ມຽນມາ, ໄທ, ບຣູໄນ ແລະ ຍີ່ປຸ່ນ ເຊິ່ງເປັນການສະແດງກອງປະສານສຽງເພງ
ໂດຍໄດ້ນຳໃຊ້ດົນຕີແບບພື້ນເມືອງຂອງແຕ່ລະປະເທດມາສະແດງ ເຊິ່ງປະກອບ ມີ
14 ລາຍການສະແດງ.
ໂອກາດດັ່ງກ່າວ, ທ່ານ ຮີໂຣະ ຢຸກິ ກິຊິໂນະ
ກ່າວໃນການໄຂພິທີວ່າ: ບຸນມະໂຫລານນີ້ແມ່ນໄດ້ ຈັດຂຶ້ນເປັນເທື່ອທີ 2 ເພື່ອເປັນການສະເຫລີມສະຫລອງຄົບ
ຮອບ 40 ປີ ຂອງສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ຍີ່ປຸ່ນ- ອາຊຽນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ
1973 ໃນຂະນະທີ່ມີການໄຂກອງປະຊຸມ Synthetic Rubber ລະຫວ່າງຍີ່ປຸ່ນ ແລະ ອາຊຽນ,
ບຸນດັ່ງກ່າວເກີດຂຶ້ນຈາກການໂຮມໂຕກັນຂອງ 12 ນັກດົນ ຕີພື້ນເມືອງຈາກ 7 ປະເທດອາຊຽນທີ່ກ່າວມາຂ້າງເທິງ
ເຊິ່ງຄະນະນັກດົນຕີໄດ້ໃຊ້ເວລາໃນການເຝິກແອບຮ່ວມກັນເປັນເວລາ 4 ອາທິດ ເພື່ອສ້າງຜົນງານດົນຕີໃໝ່ໆສຳລັບບຸນເທື່ອນີ້.
ບຸນມະໂຫລານດັ່ງກ່າວ ຈະໄດ້ຈັດຂຶ້ນເປັນເວລາ
4 ມື້ (4-9/11/2013) ເຊິ່ງຈະມີ ຫລາຍໆກິດຈະກຳເຊັ່ນ:
ການວາງສະແດງສິນຄ້າຍີ່ປຸ່ນ, ອາ ຫານຍີ່ປຸ່ນ, ການສະແດງຄອນເສີດ, ການສະແດງລະຄອນເວທີ,
ການສາທິດເຮັດວີຍີ່ປຸ່ນ, ການສາທິດ(ການສະແດງສິລະປະປ້ອງກັນໂຕ ບູໂດ) ແລະ ອື່ນໆ
ເຊິ່ງຈະມີການສະແດງຫລາຍຮູບແບບໃນທຸກໆມື້, ເຂົ້າຊົມໂດຍບໍ່ ເສຍຄ່າຜ່ານປະຕູ.
No comments:
Post a Comment