ໃນທ້າຍເດືອນຕຸລາຜ່ານມາ, ຄະນະຜູ້ແທນສັດຕະວະແພດ
ສປ ຈີນ ນຳໂດຍທ່ານ ຫູ ຢັນນານ ຮອງຫົວໜ້າກົມຮ່ວມມືເສດ ຖະກິດ ກະຊວງກະສິກຳ ສປ ຈີນ
ກັບຄະນະຜູ້ແທນສັດຕະວະແພດ ນຳໂດຍທ່ານ ດຣ. ບຸນຂວາງ ຄຳບຸນເຮືອງ ຫົວໜ້າກົມລ້ຽງ
ສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ພົບປະ ແລະ ເຊັນບົດບັນທຶກຮ່ວມກັນກ່ຽວກັບການຕົກລົງຂອງ
ສປ ຈີນ ຈະໃຫ້ການຊ່ວຍເຫລືອກໍ່ສ້າງຫໍວິໄຈພະຍາດສັດຢູ່ 4 ແຂວງພາກເໜືອຂອງລາວ
ຄືຜົ້ງສາລີ,ອຸດົມໄຊ, ຫລວງ ນ້ຳທາ, ແຂວງບໍ່ແກ້ວ ແລະ ຢູ່ນະຄອນຫລວງວຽງຈັນອີກ
1 ແຫ່ງ.
ການຊ່ວຍເຫລືອດັ່ງກ່າວແມ່ນປະຕິບັດຕາມການຕົກລົງຂອງທ່ານນາຍົກລັດຖະມົນຕີແຫ່ງ
ສປ ຈີນ ໃນໂອກາດມາຢ້ຽມຢາມ ສປປ ລາວ ເມື່ອປີກ່ອນ ເຊິ່ງສູນແຫ່ງນີ້ຈະຊ່ວຍການວິໄຈບົ່ງມະຕິພະຍາດຂັ້ນ
II ໃຫ້ແກ່ສັດລ້ຽງ ໂດຍຄາດວ່າຈະສ້າງສຳເລັດໃນ 3 ປີຕໍ່ໜ້າ,ເພື່ອສາມາດບົ່ງມະຕິ
ແລະ ສະກັດກັ້ນພະຍາດສັດ ໂດຍສະເພາະການເຄື່ອນຍ້າຍຂອງສັດ ແລະ
ຜະລິດຕະພັນສັດທີ່ຈະສົ່ງເຂົ້າ ສປ ຈີນ ມີຄວາມປອດໄພ ແລະ ຫລຸດຜ່ອນການຕາຍຂອງສັດເທື່ອລະກ້າວ. ຄຽງຄູ່ກັນນີ້ ທາງຝ່າຍຈີນ ຍັງຈະຊ່ວຍເຝິກ ອົບຮົມພະນັກງານວິຊາການ ເພື່ອປະກອບເຂົ້າວຽກງານຂອງສູນດັ່ງກ່າວໃຫ້ມີຄຸນນະພາບສູງຂຶ້ນ.

No comments:
Post a Comment