ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງອັດຕະປື
ລາຍງານໃຫ້ຮູ້ວ່າ: ໃນເວລາປະມານ 16:00 ໂມງ ຂອງວັນທີ 3 ພະຈິກນີ້ ໄດ້ເກີດເຫດປຸ້ນຮ້ານຂາຍຄຳທ້າວ
ບຸນເສັງ ຄຳວົງສາ ຢູ່ບ້ານເມືອງໃໝ່ ເມືອງສາມັກຄີໄຊ ແຂວງອັດຕະປື ໂດຍມີຄົນຮ້າຍໜຶ່ງຄົນໃສ່ເສື້ອກັນລົມ,
ນຸ່ງໂສ້ງຂາຍາວ,ໃສ່ໝວກກັນກະ ທົບປິດໜ້າ ແລະ ຂີ່ລົດຈັກບໍ່ມີເລກທະບຽນ ມາຈອດຢູ່ຕໍ່ໜ້າຮ້ານດັ່ງ
ກ່າວ ແລະ ຍ່າງເຂົ້າມາພາຍໃນຮ້ານ ພ້ອມກັບໃຊ້ປືນສັ້ນ ຂູ່ພະນັກງານ ແລະ ເຈົ້າຂອງຮ້ານຢ່າງອຸກອາດ
ແລະ ໃຊ້ຄ້ອນຕີທີ່ກຽມມາທຸບໃສ່ຕູ້ແກ້ວກວາດເອົາຄຳເປັນຈຳນວນຫລາຍ ແລ້ວຂັບ
ຂີ່ລົດຈັກຫລົບໜີໄປ, ຜ່ານການສືບສວນ-ສອບສວນເຈົ້າຂອງຮ້ານເບື້ອງຕົ້ນໃຫ້ການກັບເຈົ້າໜ້າທີ່ວ່າ:
ໂຈນໄດ້ເອົາຄຳໄປນ້ຳໜັກປະມານ 3 ກິໂລກຣາມ ເຊິ່ງເຫດການປຸ້ນຊັບເທື່ອນີ້ ເປັນການກະທຳທີ່ອັນຕະລາຍຕໍ່ສັງ
ຄົມ,ໂດຍຈະຕ້ອງເລັ່ງຕິດຕາມສືບສວນ-ສອບສວນ ເພື່ອນຳຕົວຄົນຮ້າຍມາດຳເນີນຄະດີຕາມກົດ
ໝາຍໃຫ້ໄດ້ໂດຍໄວ.
No comments:
Post a Comment