ພິທີສະເຫລີມສະຫລອງວັນເປີດນຳໃຊ້ເຂດເສດຖະກິດສະເພາະ
ລອງແທັງ-ວຽງຈັນ ຄົບ ຮອບ 1 ປີ ໄດ້ຈັດຂຶ້ນຢ່າງຄຶກ ຄື້ນໃນວັນທີ 3 ພະຈິກນີ້ ຢູ່ສະ ໜາມກ໊ອຟລອງແທງ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ.
ທ່ານ ເລຮຸຍຮວາງ ຮອງປະທານສະພາບໍລິຫານເຂດເສດ
ຖະກິດສະເພາະດັ່ງກ່າວ ໄດ້ແຈ້ງໃຫ້ຮູ້ວ່າ:ເຂດເສດຖະກິດສະເພາະ ແຫ່ງນີ້ ແມ່ນເຂດເສດຖະກິດການລົງທຶນພຽງແຫ່ງໜຶ່ງດຽວຂອງ
ສສ ຫວຽດນາມ ເຊິ່ງປີໜຶ່ງຜ່ານມາ ເຂດເສດຖະກິດສະເພາະດັ່ງກ່າວໄດ້ເປີດນຳໃຊ້ສະໜາມກ໊ອບ
18 ຫລຸມມາດຕະຖານຂອງໂລກ ແລະ ສະໂມສອນກ໊ອບຂະໜາດໃຫຍ່ ແລະ ງົດງາມ ດ້ວຍການລົງທຶນທັງໝົດເກືອບ
100 ລ້ານໂດລາສະຫະລັດ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບສູງຈາກສັງ ຄົມ ແລະ ຜ່ານມາສະ
ໜາມກ໊ອບແຫ່ງນີ້ກໍໄດ້ຈັດການແຂ່ງຂັນຫລາຍລະດັບສຳຄັນຕ່າງໆ ໂດຍການເຂົ້າຮ່ວມຂອງການນຳຂັ້ນ
ສູງຂອງລາວ, ນັກທຸລະກິດຂອງສອງປະເທດ ລາວ-ຫວຽດນາມ ແລະ ເພື່ອນມິດສາກົນອື່ນໆ
ເພື່ອຂ່ຳນັບຮັບຕ້ອນບັນດາເຫດການປະຫວັດສາດສຳຄັນຕ່າງໆ ອັນໄດ້ປະກອບສ່ວນເຮັດໃຫ້ວົງການກິລາກ໊ອບຂອງລາວນັບມື້ໄດ້ຮັບການພັດທະນາດີຂຶ້ນ,
ບໍ່ພຽງແຕ່ເທົ່ານັ້ນ ສະໜາມກ໊ອບແຫ່ງນີ້ຍັງຊ່ວຍສ້າງວຽກເຮັດງານທຳໃຫ້ຊາວໜຸ່ມໃນເຂດທ້ອງຖິ່ນຫລາຍກວ່າ
600 ຄົນ ມີລາຍຮັບທີ່ໝັ້ນ ຄົງ. ພ້ອມນັ້ນ ເຂດເສດຖະ ກິດສະເພາະແຫ່ງນີ້ຍັງໃຫ້ຄວາມສຳຄັນຕໍ່ການອູ້ມຊູຊ່ວຍເຫລືອສັງຄົມອື່ນໆ
ຄືເມື່ອຜ່ານມານີ້, ກໍໄດ້ຊ່ວຍເຫລືອຜູ້ປະສົບໄພນ້ຳ ຖ້ວມທັງຢູ່ໃນລາວ ແລະ
ສສ ຫວຽດນາມ. ນອກຈາກວຽກງານດັ່ງກ່າວແລ້ວ ເຂດເສດຖະກິດ ລອງແທັງ- ວຽງຈັນ ຍັງໄດ້ສຸມທຶນ
ຮອນສ້າງເຮືອນວິນລາຫລູຫລາທີ່ເປັນຕົວແບບຈຳນວນ 5 ຫລັງ ໃນເນື້ອທີ່ 220 ເຮັກຕາ,
ສ້າງໂຮງງານຜະ ລິດນ້ຳດື່ມ, ເຄື່ອງຫັດຖະກຳລະ ດັບສູງຫລາຍຊະນິດ ເພື່ອຮັບໃຊ້ສັງຄົມ.
ທ່ານ ເລຮຸຍຮວາງ ໃຫ້ຮູ້ວ່າ: ກ້າວເຂົ້າສູ່ປີ
2014 ນີ້, ຈະເພີ່ມການລົງທຶນຂະຫຍາຍສະ ໜາມກ໊ອບໃຫ້ໄດ້ຕື່ມອີກ 18 ຫລຸມ ເພື່ອເພີ່ມເປັນ
36 ຫລຸມ ຕາມເປົ້າ ໝາຍວາງໄວ້, ປະກອບສ່ວນສ້າງ ສາພັດທະນາເສດຖະກິດ-ສັງຄົມຂອງຕົວເມືອງຫລວງວຽງຈັນນັບມື້ຈະເລີນຮຸ່ງເຮືອງ.
No comments:
Post a Comment