ເມື່ອທ້າຍອາທິດຜ່ານມາ,
ສານປະຊາຊົນນະຄອນ ຫລວງ ວຽງຈັນ ໄດ້ຕັດສິນ ລົງໂທດທ້າວ ແສງປະເສີດ (ຫລອດ) ອາຍຸ
19 ປີ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈຳຄຸກເປັນເວລາ
5 ປີ ພ້ອມປັບໄໝເງິນ 10 ລ້ານກີບ ແລະ ທ້າວ ວຽນ ອາຍຸ 28 ປີ ຢູ່ບ້ານໂພນຕ້ອງຈອມມະນີ
ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ໃຫ້ຈຳຄຸກ 5 ປີກັບ 6 ເດືອນພ້ອມປັບໄໝເງິນ
10,5 ລ້ານກີບ. ພາຍ ຫລັງພວກກ່ຽວມີພຶດຕິກຳເຄື່ອນໄຫວມົ້ວສຸມ ແລະ ຄ້າ ຂາຍຢາເສບຕິດຢູ່ເຂດເມືອງຈັນທະບູລີ
ນະຄອນຫລວງວຽງຈັນ ເຊິ່ງເປັນການກະທຳທີ່ຜິດລະບຽບກົດ ໝາຍບ້ານເມືອງ ແລະ ສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
ໂດຍທັງສອງຖືກເຈົ້າໜ້າທີ່ຈັບຕົວໄດ້ໃນຂະນະມີການນຳສົ່ງຢາບ້າໃຫ້ກັບຊາວໜຸ່ມໃນເຂດເມືອງດັ່ງ
ກ່າວ ເມື່ອທ້າຍປີ 2012 ພ້ອມຂອງກາງຢາບ້າຫລາຍສິບເມັດ ແລະ ປືນສັ້ນອີກ 1 ກະບອກ.
No comments:
Post a Comment