ພາຍຫລັງແກ່ຍາວມາເປັນເວລາຫລາຍປີ ການກໍ່ສ້າງເສັ້ນ
ທາງແຕ່ສາມແຍກຫົວຂົວຫາບ້ານນາຄວາຍ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ,ຍ້ອນບໍລິສັດຜູ້ຮັບເໝົາເບື້ອງຕົ້ນບໍ່ມີເງື່ອນໄຂດ້ານທຶນຮອນພຽງພໍເພື່ອຈະສຸມໃສ່ການກໍ່ສ້າງໃຫ້ສຳເລັດທັນຕາມກຳນົດເວລາ,
ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ເຊິ່ງເປັນເຈົ້າຂອງໂຄງການກໍ່ສ້າງເສັ້ນ
າງດັ່ງກ່າວ ຈຶ່ງຊອກຫາບໍລິສັດໃໝ່ມາຊ່ວຍແບ່ງສ່ວນໃນການກໍ່ສ້າງ ເພື່ອໃຫ້ສຳເລັດໂດຍໄວ
ທັງແກ້ໄຂຫາງສຽງຈົ່ມວ່າຂອງສັງຄົມໃຫ້ຫລຸດລົງ.
ທ່ານ ສຸກ ວົງສາ ຫົວໜ້າໂຄງການກໍ່ສ້າງເສັ້ນທາງແຕ່ສາມແຍກຕະຫລາດບ້ານຫົວຂົວໄປຫາບ້ານນາຄວາຍ
ກ່າວວ່າ: ຕາມການອອກແບບເບື້ອງຕົ້ນເສັ້ນທາງດັ່ງ ກ່າວກວ້າງ 12-15 ແມັດ, ຍາວ
7 ກວ່າກິໂລແມັດ, ປູດ້ວຍເບຕົງ ລວມມີມູນຄ່າການກໍ່ສ້າງ 150 ຕື້ກວ່າກີບ ເປັນໂຄງການເອກະຊົນລົງທຶນກ່ອນ
100% ແລະ ຊຳ ລະຄືນພາຍໃນ 8 ປີ. ໃນເບື້ອງຕົ້ນແມ່ນບໍລິສັດກໍ່ສ້າງ ແລະ ຊຸກຍູ້ການຜະລິດກະສິກຳເປັນຜູ້ຮັບເໝົາກໍ່ສ້າງ
ເຊິ່ງໄດ້ເລີ່ມລົງມືມາແຕ່ປີ 2011 ຈົນຮອດປັດຈຸບັນ ການ
ກໍ່ສ້າງແມ່ນມີຄວາມຊັກຊ້າ
ຍ້ອນບັນຫາດ້ານທຶນຮອນ ແລະ ສ້າງຄວາມຫຍຸ້ງຍາກລຳບາກໃນການສັນຈອນໄປມາບໍ່ໜ້ອຍ
ຈຶ່ງເຮັດໃຫ້ເກີດມີຫາງສຽງວິຈານຈາກສັງຄົມຕະຫລອດໄລຍະການກໍ່ສ້າງຜ່ານມາ.
ເມື່ອເປັນເຊັ່ນນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງຈຶ່ງໄດ້ຊອກທິດທາງແກ້ໄຂ
ແລະ ໄດ້ແບ່ງເສັ້ນທາງດັ່ງກ່າວອອກເປັນ 2 ສ່ວນ ຄືນັບແຕ່ສາມແຍກຕະຫລາດຫົວຂົວຫາບ້ານຄຳສະຫວາດມີຄວາມຍາວ
4 ກິໂລແມັດ ມູນຄ່າ 69 ຕື້ກວ່າກີບ ແມ່ນມອບໃຫ້ບໍລິສັດ SKC ກໍ່ສ້າງເປັນຜູ້ຮັບເໝົາ
ແລະ ແຕ່ບ້ານຄຳສະຫວາດຫາບ້ານນາຄວາຍມີຄວາມຍາວ 3 ກິໂລແມັດ ມູນຄ່າກໍ່ສ້າງ
80 ກວ່າຕື້ ຍັງແມ່ນບໍລິສັດກໍ່ສ້າງ ແລະ ຊຸກຍູ້ການຜະລິດກະສິກຳຮັບເໝົາ ໂດຍໃຫ້ທັງສອງບໍລິສັດສຸມໃສ່ສ້າງໃຫ້ສຳເລັດພາຍໃນ
12 ເດືອນ ພາຍຫລັງການເຊັນສັນຍາເມື່ອວັນທີ 4 ພະຈິກນີ້, ເພື່ອຮັບປະ ກັນໃຫ້ການສັນຈອນບົນເສັ້ນທາງດັ່ງກ່າວມີຄວາມສະດວກດີ.
ມັນມີສາເຫດແນວໃດຈຶ່ງວ່າຊັກຊ້າ ຖ້າບໍລິສັດຜູ້ຮັບເຫມົາໄດ້ເຊັນສັນຍາແລ້ວ ກໍໝາຍເຖິງການປະເມີນການທາງດ້ານງົບປະມານ ແລະໜ້າວຽກລວມທັງຄວາມສ່ຽງດ້ານການເງິນ ດິນຟ້າອາກາດ ການສັນຈອນ... ທຸກຢ່າງລະອຽດແລ້ວຈຶ່ງຄ່ອຍມາຮັບເໝົາ, ອີກທັງບໍລິສັດກໍຕ້ອງມີປະສົບການດ້ານການລົງທອນຮັບເໝົາມາກ່ອນພໍສົມຄວນ ສຸດທ້າຍມາວ່າບໍ່ເຮັດໄດ້ຕາມເປົ້າໝາຍ, ໃນເມື່ອເຊັນສັນຍາແລ້ວ ເຮັດບໍ່ໄດ້ຕາມສັນຍາບໍລິສັດກໍບໍ່ຕ້ອງຮັບຜິດຊອບທາງກົດໝາຍໃດໆເລີຍບໍ ? ຖ້າວ່າເປັນແນວນີ້ ທຸກບໍລິສັດທີ່ ເຊັນສັນຍາຮັບເໝົາຈາກລັດຖະບານກໍຈະໄດ້ໃຈໄປຕະຫລອດ ຫລືແນວໃດ.? ດີແທ້ ທາງລັດຖະບານ ກໍຄືພາກສ່ວນທີ່ກ່ຽວຂ້ອງຄວນອອກມາຊີ້ແຈງລາຍລະອຽດໃຫ້ສັງຄົມຊາບນຳ ກ່ຽວກັບຄວາມຫລ້າຊ້າ ແລະ ມາດຕະການແກ້ໄຂ ຫລືປະຕິບັດຕໍ່ຜູ້ລະເມີດ
ReplyDelete