ອົງການໂທລະຄົມມະນາ ຄົມ ອາຊີ-ປາຊີຟິກ,
ໄດ້ເປີດກອງປະຊຸມຄະນະກຳມະການບໍລິຫານ ຄ້ັງທີ 37 ຂອງຕົນຂຶ້ນ ໃນລະຫວ່າງວັນທີ
5-8 ພະຈິກນີ້,ທີ່ນະ ຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂ້ົາຮ່ວມ ແລະ ກ່າວເປີດກອງປະຊຸມ
ຂອງ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ,
ມີທ່ານ ໂຕຊິຢູກິ ຢາມາດະ ເລຂາທິການໃຫຍ່ອົງການໂທລະຄົມອາຊີ-ປາຊີຟິກ ແລະ ຜູ້ແທນ
100 ກວ່າທ່ານ ຈາກ 26 ປະເທດສະມາຊິກ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື
ແລະ ປະເມີນຜົນການບໍລິຫານງານ ຂອງອົງການໂທລະຄົມອາຊີ- ປາຊີຟິກ ໄລຍະ 1 ປີ
(2012-2013) ເປັນຕົ້ນແມ່ນ ທົບທວນຄືນການຈັດຕັ້ງປະຕິບັດ ແລະ ຮັບຮອງເອົາແຜນງານ,
ແຜນງົບປະມານບໍລິຫານປະ ຈຳປີ ແລະ ປັບປຸງລະບຽບການຄຸ້ມຄອງຂອງອົງການ ໃຫ້ມີຄວາມເຂັ້ມແຂງ.
ໃນປີ ຜ່ານມາ ອົງການໂທລະຄົມ ອາຊີ-ປາຊີຟິກ ມີບົດ ບາດສູງເດັ່ນຂຶ້ນດ້ວຍທ່າແຮງບົ່ມຊ້ອນຂອງຕົນເຊັ່ນ:
ການຄົ້ນຄວ້າເຕັກໂນໂລຊີດ້ານໂທລະຄົມມະ ນາຄົມຊັ້ນນຳຂອງໂລກ, ການພັດທະນານະວັດຕະກຳໃໝ່ໆ
ເພື່ອເປັນການຂະ ຫຍາຍຕະຫລາດດ້ານໂທລະຄົມມະນາຄົມໃຫ້ນັບມື້ກວ້າງຂວາງ ເພື່ອເປັນການດຶງດູດການລົງທຶນຈາກທົ່ວໂລກ.
ສຳລັບ ສປປ.ລາວ ນັບແຕ່ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ
ໃນວັນທີ 19 ພະຈິກ 1989 ເປັນຕົ້ນມາ ກໍໄດ້ຮັບຜົນປະໂຫຍດຫລາຍຢ່າງຈາກອົງການ
ໂດຍສະເພາະແມ່ນດ້ານການກໍ່ ສ້າງຊັບພະຍາກອນມະນຸດ ເຊິ່ງ ໄດ້ເຮັບທຶນເຂ້ົາຮ່ວມເຝິກອົບ
ຮົມ, ເຂົ້າຮ່ວມກອງປະຊຸມລະດັບວິຊາການ ແລະ ກອງປະຊຸມສຳຄັນລະດັບບຕ່າງໆ. ນອກນັ້ນ
ກໍໄດ້ຮັບການຊ່ວຍເຫລືອໃນການພັດທະນາ ໂຄງ ການສົ່ງເສີມການນຳໃຊ້ລະບົບໂທລະຄົມມະນາຄົມເຂ້ົາໃນວຽກ
ການແພດທາງໄກ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ໃນປີ 2009-2010 ໄດ້ສຳເລັດການຕິດ
ຕັ້ງອຸປະກອນຊ່ວຍໃຫ້ຄຳປຶກສາດ້ານການແພດ ເຊັ່ນ: ການເກັບກຳຂໍ້ມູນຄົນເຈັບ,
ການສົ່ງຮູບພາບເພື່ອວິເຄາະ ແລະ ໃຫ້ຄຳປຶກ ສາ ລະຫວ່າງ ໂຮງໝໍແຂວງຫລວງພະບາງ
ແລະ ໂຮງໝໍ 150 ຕຽງ; ໃນປັດຈຸບັນ ສປປ.ລາວ ພວມຈັດຕັ້ງ ຫລາຍ ໂຄງການໃນຂອບການຮ່ວມມືກັບອົງການໂທ
ລະຄົມ ອາຊີ-ປາຊີຟິກ.
ອົງການໂທລະຄົມ ອາຊີ- ປາ ຊີຟິກ ແມ່ນອົງການຈັດຕັ້ງສາກົນໃນລະບົບຂອງກຳມາທິການ
ວ່າດ້ວຍເສດ ຖະກິດ-ສັງຄົມ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1979, ປະ ກອບມີປະເທດສະມາຊິກທັງໝົດ
38 ປະເທດ ໃນຂົງເຂດອາ ຊີ-ປາ ຊີຟິກ ໂດຍມີເປົ້າ ໝາຍສົ່ງເສີມການຮ່ວມມື
ແລະ ການພັດທະນາທີ່ຍືນຍົງ ໃນດ້ານໂທລະຄົມມະ ນາຄົມ ຢູ່ໃນຂົງເຂດ ແລະ ທົ່ວໂລກ
ໂດຍສະເພາະແມ່ນ ນະໂຍ ບາຍ ແລະ ການຄຸ້ມຄອງວຽກງານໂທລະຄົມມະນາຄົມ, ຊຸກຍູ້ການຄົ້ນຄວ້າ
ແລະ ການຖ່າຍທອດເຕັກໂນໂລຊີ ດ້ານໂທລະຄົມ ມະນາຄົມ, ການພັດທະນາຊັບພະ ຍາກອນມະນຸດ
ໂດຍຜ່ານໂຄງ ການ ແລະ ແຜນງານຂອງຕົນ ເພື່ອແນໃສ່ຫລຸດຜ່ອນຄວາມແຕກໂຕນກັນ ໃນການພັດທະນາດ້ານໂທລະຄົມມະນາຄົມຢູ່ໃນຂົງເຂດ.
No comments:
Post a Comment