Ad

Ad

5 December 2013

ປະທານ​ປະ​ເທດ​ອະ​ໄພ​ຍະ​ໂທດ​ໃຫ້​ແກ່​ນັກ​ໂທດທີ່​ມີ​ຄວາມ​ກ້າວໜ້າ​ໃນ​ການ​ດັດ​ສ້າງ​ຕົນ​ເອງ



     ​ເນື່ອງ​ໃນ​ໂອກາດ​ວັນຊາດ​ທີ 2 ທັນວາ​ຄົບຮອບ 38 ປີ ​ແລະ ອີງ​ຕາມ​ລັດຖະທຳ​ມະ ນູນ​ແຫ່ງ ສປປ ລາວ ກ່ຽວ​ກັບ​ການ​ຕົກລົງ​ໃຫ້​ອະ​ໄພ​ຍະ​ໂທດ ​ແລະ ໜັງສື​ສະ​ເໜີ​ໃຫ້​ອະ​ໄພ​ຍະ​ໂທດ​ແກ່​ນັກ​ໂທດ​ຜູ້​ມີ​ຄວາມ​ກ້າວໜ້າ ​ແລະ ດີ​ເດັ່ນ​ໃນ​ການ​ດັດ​ສ້າງ​ຕົນ​ເອງ​ຕາມ​ຄ້າຍ​ຄຸມ​ຂັງ​ຕ່າງໆ​ໃນຂອບ​ເຂດ​ທົ່ວ​ປະ​ເທດ. ປະທານ​ປະ​ເທດ​ ​ແຫ່ງ ສປປ ລາວ ຈຶ່ງ​ໄດ້​ອອກ​ລັດຖະດຳລັດ​ອະ​ໄພ​ຍະ​ໂທດ​ປ່ອຍ​ຕົວ ​ແລະ ຜ່ອນ​ໂທດ​ໃຫ້​ນັກ​ໂທດ​ດັ່ງກ່າວ​ຈຳນວນ 823 ຄົນ, ຍິງ 170 ຄົນ ​ໃນ​ນີ້ມີ​ຄົນ​ຕ່າງປະ​ເທດ 22 ຄົນ ​ໂດຍ​ມີ​ລາຍ​ລະອຽດ​ຄື:
     ອະ​ໄພ​ຍະ​ໂທດ​ຫລຸດຜ່ອນ​ໂທດ 607 ຄົນ, ຍິງ 129 ຄົນ, ຕ່າງປະ​ເທດ 11 ຄົນ ​ໃນ​ນີ້ຄະດີ​ທົ່ວ​ໄປ​ມີ 142 ຄົນ, ຍິງ 5 ຄົນ, ຄະດີ​ຢາ​ເສບ​ຕິດ 465 ຄົນ, ຍິງ 124 ຄົນ ​ໃນ​ນີ້ມີ​ຄົນ​ຕ່າງປະ​ເທດ 11 ຄົນ (ສັນຊາດ​ຫວຽດນາມ 3 ຄົນ, ​ໄທ 6 ຄົນ, ມຽນມາ 1 ຄົນ, ກຳປູ​ເຈຍ 1 ຄົນ) ​ແລະ ​ໃນ​ນັ້ນ ສະ​ເພາະ​ຜ່ອນ​ໂທດ​ຢາ​ເສບ​ຕິດ​ຈາກ​ໂທດ​ຕະຫລອດ​ຊີວິດ​ມາ​ເປັນ​ໂທດ​ມີ​ກຳນົດ 20 ປີ ​ຈຳນວນ 49 ຄົນ, ຍິງ 25 ຄົນ.
     ອະ​ໄພ​ຍະ​ໂທດ​ປ່ອຍ​ຕົວ​ມີ 216 ຄົນ, ຍິງ 41 ຄົນ, ຕ່າງປະ​ເທດ 11 ຄົນ, ຄະດີ​ທົ່ວ​ໄປ​ມີ 59 ຄົນ, ຍິງ 4 ຄົນ, ຄົນ​ຕ່າງປະ​ເທດ 7 ຄົນ (​ໄທ 2 ຄົນ, ຈີນ 5 ຄົນ), ຄະດີ​ຢາ​ເສບ​ຕິດ​ມີ 157 ຄົນ, ຍິງ 37 ຄົນ, ຄົນ​ຕ່າງ ປະ​ເທດ 4 ຄົນ (​ໄທ 3 ຄົນ, ຈີນ 1 ຄົນ).
       ດຳລັດ​ດັ່ງກ່າວ​ໄດ້​ເນັ້ນ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ໃຫ້​ຈັດຕັ້ງ ປະຕິບັດ​ໃຫ້​ຖືກຕ້ອງ ​ແລະ ທັນ​ການ.

No comments:

Post a Comment