Ad

Ad

5 December 2013

ສປປ ລາວ ສ້າງບັນຍາກາດເອື້ອອຳນວຍຕໍ່ການລົງທຶນ



    ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ລັດຖະບານ​ລາວ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ VII (2011- 2015) ​ເພື່ອ​ໃຫ້​ບັນລຸ​ເປົ້າ ໝາຍ​ສະຫັດ​ສະ​ວັດ​ໃນ​ປີ 2015 ​ແລະ ຮັບປະກັນ​ການ​ພັດ ທະນາ​ເສດຖະກິດ-ສັງຄົມ​ໃນ​ໄລຍະ​ໃໝ່ ​ໂດຍ​ເນັ້ນ​ໃສ່​ການ​ພັດທະນາ​ທີ່​ຍືນ​ຍົງ, ກົມກຽວ​ລະຫວ່າງ​ການ​ພັດ ທະນາ​ເສດຖະ ກິດ, ວັດທະນະທຳ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ​ໂດຍ​ໃນ​ນີ້ ສປປ ລາວ ​ໄດ້​ວາງ​ຄາດ ໝາຍ​ຢ່າງ​ຊັດ​ເຈນ​ໃນ​ການ​ກຳນົດ​ອັດຕາ​ການ​ເຕີບ​ໃຫຍ່​ຂອງ​ເສດ ຖະກິດ​ສະ​ເລ່ຍ 8% ຕໍ່​ປີ ​ແລະ ມີ​ຄວາມ​ຕ້ອງການ​ການ​ລົງທຶນ​ຢ່າງ​ຕ່ຳ 32% ຂອງ GDP ຫລື ປະ ມານ 15,6 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນການ​ລົງທຶນ​ພາກ​ເອກະ​ຊົນ​ມີ​ມູນ​ຄ່າ​ປະມານ 8,9 ຕື້​ໂດ​ລາ​ສະຫະລັດ ​ເທົ່າ​ກັບ 56% ຂອງ​ການ​ລົງທຶນ​ທັງ​ໝົດ.
     ​ເລີ່​ມ​ແຕ່​ປີ 2011 ​ເປັນຕົ້ນມາ, ບັນດາ​ລະບຽບ​ການ ​ແລະ ຂັ້ນ ຕອນ​ການ​ອະນຸມັດ​ການ​ລົງທຶນ​ແມ່ນ​ໄດ້​ມີ​ການ​ປັບປຸງ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ພາກ​ທຸລະ​ກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໃຫ້ການ​ອະນຸມັດ​ລົງທຶນ​ມີ​ຂັ້ນຕອນສັ້ນລົງ ​ແລະ ​ໄດ້​ມີ​ການ​ແບ່ງ​ວຽກ​ຢ່າງ​ຊັດ​ເຈນ​ຢູ່ 3 ພາກ ສ່ວນ​ ຄື​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຮັບຜິດຊອບ​ກິດຈະ ການ​ສຳ​ປະທານ,

 ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າຮັບຜິດຊອບ​ກິດຈະການ​ທົ່ວ​ໄປ ​ແລະ ຄະນະ​ກຳມາ​ທິການ​ແຫ່ງ​ຊາດ​ລາວ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ ຖະກິດ​ພິ​ເສດ​ຮັບຜິດຊອບ​ການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ສະ​ເພາະ ​ໂດຍ​ໃນ​ນີ້ບັນດາ​ການ​ລົງທຶນ​ໃນ​ກິດຈະກຳ​ທົ່ວ​ໄປ​ແມ່ນ​ສາມາດ​ຂຶ້ນທະບຽນ​ກັບ​ພາກສ່ວນ​ອຸດສາຫະກຳ ​ແລະ ການ​ຄ້າ ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ໃບ​ອະນຸຍາດ​ລົງ ທຶນ​ຕ່າງປະ​ເທດ​ອີກ​ຕໍ່​ໄປ, ການ​ລົງທຶນ​ທີ່​ຕິດ​ພັນ​ນຳ​ກິດຈະການ​ສຳ​ປະທານ​ແມ່ນ​ສາ ມາດ​ນຳ​ໃຊ້​ການ​ບໍລິການ​ປະຕູ​ດຽວ​ຂອງ​ພາກສ່ວນ​ແຜນການ ​ແລະ ການ​ລົງທຶນ ​ເຊິ່ງມີ​ບໍລິການ​ຫລາຍ​ຢ່າງ​ເຊັ່ນ: ​ໃບ​ອະນຸຍາດ​ຕ່າງ​ໆ​ທີ່​ຕິດ​ພັນ​ກັບ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ວີ​ຊາ. ພ້ອມ​ນັ້ນ ຍັງ​ເປັນ​ຈຸດ​ໃຈກາງ​ໃນ​ການ​ສະ ໜອງ​ຂໍ້​ມູນ ​ແລະ ລະບຽບ​ການ​ໃໝ່​ໃຫ້​ແກ່​ນັກທຸລະກິດ​ທີ່​ສົນ​ໃຈ​ອີກ​ນຳ. ນອກຈາກ​ການ​ລົງທຶນ​ໃນ 2 ຂະ​ແໜງ​ດັ່ງກ່າວ, ນັກ​ລົງ ທຶນ​ຍັງ​ມີ​ທາງ​ເລືອກ​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ທີ່​ມີ​ຫ້ອງ ການ​ປະຕູ​ດຽວ​ໃນ​ການ​ອະນຸມັດ​ການ​ລົງທຶນ​ທີ່​ສະດວກ​ວ່ອງ​ໄວ.
         ນັບ​ແຕ່​ມີ​ນະ​ໂຍບາຍ​ເປີດ​ກວ້າງ​ການ​ລົງທຶນ, ​ໂຕ​ເລກ​ການ​ລົງທຶນ​ໃນ​ຂະ​ແໜງ​ຕ່າງໆ​ໄດ້​ເພີ່ມ​ຂຶ້ນ​ເປັນ​ລຳດັບ, ​ໃນ​ສົກ​ປີ 2012 ມູນ​ຄ່າ​ການ​ລົງທຶນ​ບັນລຸ 2.889 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງກວມ​ເອົາ​ການ​ລົງທຶນ​ໃນ​ຂະ​ແໜງ​ບໍ່​ແຮ່, ​ໄຟຟ້າ, ກະສິກຳ, ອຸດສາຫະ ກຳ, ຄົມມະນາຄົມ ​ແລະ ທ່ອງ​ທ່ຽວ. ນອກຈາກ​ນີ້ ການ​ສ້າງຕັ້ງ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (ASEAN Economic Community (AEC)) ​ໃນ​ປີ 2015 ທີ່​ຈະ​ມາ​ຮອດ​ນີ້ ​ແມ່ນ​ຈະ​ສ້າງ​ກາ ລະ​ໂອກາດ​ໃໝ່​ທາງ​ດ້ານ​ເສດຖະ ກິດ​ຂອງ​ພາກພື້ນນີ້ ດ້ວຍ​ການ​ເປີດ​ເສລີ​ທາງ​ການ​ຄ້າ, ການ​ລົງ ທຶນ ​ແລະ ການ​ເຄື່ອນ​ຍ້າຍ​ຂອງ​ແຮງ​ງານ​ໃນ​ຕະຫລາດ​ທີ່​ໃຫຍ່​ເຖິງ 600 ລ້ານ​ຄົນ ​ແມ່ນ​ຈະ​ເປັນ​ການ​ດຶງ​ດູດ ​ແລະ ຂະຫຍາຍ​ການ​ລົງທຶນ ​ແລະ ສະໜອງ​ແຮງ​ງານ​ເຂົ້າ​ໃນ​ບັນດາ​ອຸດສາຫະກຳ​ປຸງ​ແຕ່ງ ສາມາດ​ສະໜອງ​ໄດ້​ຈາກ​ແຮງ​ງານ​ໃນ​ພາກພື້ນ ບວກ​ກັບ​ແຮງ​ງານ​ລາວ​ທີ່ຢູ່​ຕ່າງປະ​ເທດ​ຕາມ​ການ​ເປີດ​ກວ້າງ​ໃນ​ດ້ານ​ລະ ບຽບ​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ຕາມ​ຂອບ​ການ​ຮ່ວມ​ມື​ຂອງ​ອາ​ຊຽນ. ພ້ອມ​ນີ້ ສປປ ລາວ ​ແມ່ນ​ໄດ້​ຮັບ​ສິດທິ​ພິ​ເສດ​ໃນ​ການ​ສົ່ງ​ອອກ​ໃຫ້​ແກ່​ບັນດາ​ປະ​ເທດ​ທີ່​ພັດ ທະນາ​ແລ້ວ​ເຖິງ 40 ປະ​ເທດ ​ແລະ ການ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO) ຈະ​ເປີດ​ໂອກາດ​ໃຫ້​ທຸລະ​ກິດ​ລາວ​ໄດ້​ມີ​ການ​ພົວພັນ​ການ​ຄ້າ​ກັບ 174 ປະ​ເທດ​ສະມາ ຊິກ​ອົງການ​ການ​ຄ້າ​ໂລກ​ນຳນຳ.

No comments:

Post a Comment