Ad

Ad

5 December 2013

ກອງປະຊຸມເຈົ້າຫນ້າທີ່ອາວຸໂສກົດຫມາຍອາຊຽນຄັ້ງທີ 15 ໄຂຂຶ້ນຢູ່ນະຄອນຫລວງວຽງຈັນ



       ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກົດໝາຍ​ອາ​ຊຽນຄັ້ງທີ 15 ໄດ້​ໄຂ​ຂຶ້ນໃນ​ວັນ​ທີ 4-5 ທັນ​ວານີ້, ຢູ່​​ໂຮງ​ແຮມ​ລາວ​ພລາຊາ, ນະ​ຄອນ​ຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສຈ.​ເກດກຽດຕິ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸຕິ​ທຳ ລາວ, ມີ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກົດໝາຍ​ຈາກປະເທດສະມາຊິກອາຊຽນ​ເຂົ້າ​ຮ່ວມ.
             ທ່ານລັດຖະມົນຕີຊ່ວຍກະຊວງຍຸຕິທຳ ກ່າວວ່າ: ກອງ​ປະຊຸມ​​ຄັ້ງນີ້, ຈະ​ໄດ້​​ຫາລື​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ຕ່າງໆ​ທີ່​ໄດ້​ປະຕິບັດ​ຢ່າງ​ຕໍ່​ເນື່ອງ​​ເປັນຕົ້ນ​:​ການ​ຊ່ວຍ​​ເຫລືອ​ດ້ານ​ກົດ ໝາຍ​​ເຊິ່ງ​ກັນ ແລະ ກັນ​ໃນ​ຄະດີ​ອາຍາ, ສົນທິສັນຍາ​ຕົວ​ແບບ​ວ່າ​ດ້ວຍ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ, ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຊ່ວຍ​ເຫລືອ​​ເຊິ່ງ​ກັນ ແລະ ກັນ​ດ້ານ​ກົດໝາຍ​ແພ່ງ ​ແລະການ​ ຄ້າ​ລະຫວ່າງ​ບັນດາ​ປະ​ເທດ​ສະ
ມາຊິກ ​ແລະ ບັນ​ຫາ​ອື່ນໆ​ທີ່​ສຳຄັນ ​ຊຶ່ງກອງ​ປະຊຸມ​ຄັ້ງນີ້ຈັດ​ຂຶ້ນ​ໂດຍ​ສືບຕໍ່​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກົດໝາຍ​ອາ​ຊຽນຄັ້ງທີ 14  ​ແລະ ການ​ປະຕິບັດ​ໜ້າ​ທີ່ໆ​ໄດ້​ຮັບ​ມອບ​ໝາຍ​ຈາກ​ກອງ​ປະຊຸມ​ລັດຖະມົນ ຕີ​ກົດໝາຍ​ອາ​ຊຽນຄັ້ງ ທີ 9 ທີ່​ຈັດ​ຂຶ້ນຢູ່​ ນະຄອນຫລວງ​ພະນົມ​ເປັນ,ຣາຊະ​ອານາຈັກ​ກຳປູ​ເຈຍ​ໃນ​ປີ 2011 ຜ່ານ​ມາ​ຕື່ມ​ອີກ.

No comments:

Post a Comment