Ad

Ad

6 December 2013

ສິ່ງຈຳເປັນ ແລະ ບັນຫາຊ້ຳຊາກໃນບົດຫນັງສືພິມ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ໃນຖານະຄົນສື່ ແລະ ນັກ ຂຽນຜູ້ໜຶ່ງ ຈານແຍ່ເຄີຍວາງຄຳ ຖາມໃຫ້ເພື່ອນໆນັກອ່ານຈຳ ນວນໜຶ່ງຕອບວ່າ: ມີຫຍັງຕິດ ໃຈອ່ານໃນໜັງສືພິມລາຍວັນ ແລະ ມີຫຍັງທີ່ຍັງຕ້ອງໄດ້ປັບປຸງແກ້ ໄຂໃຫ້ເຂົ້າຮ່ອງເຂົ້າຮອຍຕື່ມ. ຄຳຕອບກ່ຽວກັບສິ່ງທີ່ຕິດໃຈ ອ່ານນັ້ນມີສາລະພັດສາລະເພ ບໍ່ສາມາດເອົາມາເວົ້າໃນຄໍລຳອັນ ແສນຈຳກັດນີ້ໄດ້ໝົດເພາະບາງຄົນບອກວ່າ: ມັກບົດຄວາມ ການເມືອງ, ບາງກໍວ່າຕິດໃຈອ່ານຄໍລຳປະເພດແສບໆຄັນໆ, ມີຈຳນວນບໍ່ໜ້ອຍທີ່ມັກບົດປະເພດສິນ, ການບັນເທີງ, ສ່ວນນັກ ອ່ານເພດຍິງນັ້ນສ່ວນໜຶ່ງມັກອ່ານບົດປະເພດ “ຮູ້ໄວ້ໄດ້ປະໂຫຍດ” ທີ່ພົວພັນກັບການຮັກສາສຸຂະພາບ, ຄວາມຈົບຄວາມງາມ, ທີ່ແປກໃຈ ແດ່ກໍຄືມີຜູ້ຊົງຄຸນວຸດທິຫລາຍຄົນເຕີບບອກວ່າ: ມັກເບິ່ງຮູບກາຕູນສຽດສີເພາະເບິ່ງແລ້ວເຂົ້າໃຈໂລດບໍ່ຈຳເປັນ ເສຍເວລາອ່ານກໍໄດ້.
     ສຳລັບຈານແຍ່ເອງກໍຢູ່ໃນຈຳ ພວກນັກອ່ານຈຸທີ່ນິຍົມກາຕູນນີ້ ແລ້ວ, ແຕ່ກໍໜ້າເສຍດາຍທີ່ໜັງສືພິມພວກເຮົາໜ້ອຍ ໜັກໜ້ອຍໜາ ທີ່ຈະສະເໜີກາຕູນປະເພດສົ່ງ ເສີມສະຕິປັນຍາ ແລະ ມີສາລະ ໃຫ້ໄດ້ຄິດໄດ້ຫງຳກັນ. ທີ່ພໍມີແດ່ກໍແມ່ນໜັງ ສືພິມວຽງຈັນໃໝ່ຍ້ອນເພິ່ນມີຜູ້ແຕ້ມກາຕູນລະດັບ “ອິນເຕີ” ປະຈຳ ຄືທ່ານ ອາຈານ ແສງຈັນ ສຸຂະເສມ. ສຳລັບຜູ້ຈອງໜັງສື ພິມວຽງຈັນໃໝ່ ຄົງ ຊາບດີ ລົດຊາດເຜັດມັນຄັນແຂ້ວຂອງກາຕູນທີ່ສ່ອງແສງໄດ້ເຖິງ ພິກເຖິງຂີງກ່ຽວກັບບັນຫາສັງຄົມເຊິ່ງ ຖ້າບໍ່ແກ້ກໍຈະກາຍເປັນ ຢາພິດໃນທີ່ສຸດ. ສ່ວນໜັງສືພິມອື່ນໆນັ້ນສ່ວນຫລາຍຍັງແນມກາຍຄວາມສຳຄັນຂອງກາຕູນ... ໂອ້ !
ເກືອບລືມໜັງສືພິມເສດຖະ ກິດກໍມີກາຕູນປະຈຳຄືກັນ, ແຕ່ກໍ ຍັງຕ້ອງໄດ້ເພີ່ມຄວາມເຂັ້ມຂຶ້ນ ຕື່ມຫລາຍກວ່າຈະເປັນເລື່ອງ ເພີນໆ. ທາງເບື້ອງໜັງສືພິມ Vientiane Times ດົນໆກໍມີກາ ຕູນຕ່າງປະເທດຕິດມາກັບບົດຄວາມ, ສ່ວນຫລາຍແມ່ນຄັດ ມາຈາກໜັງສືພິມ China Daily, ໜັງສືພິມບັນດາປະເທດໃນຂອບຮົ້ວອາຊຽນ, ແຕ່ຍັງບໍ່ທັນມີກາຕູນ ແລະ ຄໍລຳປະຈຳ ຈານແຍ່ເອງ ແປກໃຈທີ່ນັກແຕ້ມກາຕູນມືດີຢູ່ ບ້ານເຮົາມີບໍ່ອຶດບໍ່ຢາກ, ແຕ່ເຫດ  ໃດເຮົາຈຶ່ງແນມກາຍບັນຫານີ້, ເຫດໃດບໍ່ ມອບໃຫ້ກາຕູນສ່ອງແສງເລື່ອງຄົນຖອກຂີ້ເຫຍື້ອໂລ ເລ, ຄົນລັກຝາຮ່ອງນ້ຳ, ການ ຫລິ້ນກິນຟຸມເຟືອຍ, ການທຳລາຍສິ່ງ ແວດລ້ອມ, ພະຍາດສໍ້ລາດບັງ ຫລວງ ລາມໄປເຖິງບັນຫາສາ ກົນທີ່ເຂັ້ມຂຸ້ນ. ຂໍໃຫ້ພວກເຮົາ ຫວນຄືນປະໂຫຍກຄຳເວົ້າທີ່ວ່າ: “ຮູບແຜ່ນໜຶ່ງ ສາມາດແທນ ຄວາມໝາຍໃຫ້ໂຕໜັງສືໄດ້ເຖິງ 1 ພັນຄຳ”.
     ຈານແຍ່ມີໂອກາດໄດ້ອ່ານ ໜັງສືພິມຕ່າງປະເທດຫລາຍສະ ບັບເຊັ່ນ: The Nation ໜັງສືພິມພາສາອັງກິດຂອງໄທ ນັ້ນມີຮູບກາຕູນສ່ອງແສງບັນຫາເດັດໆທຸກວັນ ແລະ ໜັງສືພິມປະເທດ ອື່ນໆກໍເຊັ່ນກັນ.
      ສ່ວນຄຳຕອບກ່ຽວກັບເນື້ອ ໃນໜັງສືພິມທີ່ຄວນປັບປຸງແກ້ໄຂ ໃຫ້ເຂົ້າຮ່ອງເຂົ້າຮອຍຕື່ມນັ້ນ ສ່ວນໃຫຍ່ເປັນເອກະພາບ ກັນວ່າ: “ເບື່ອຄວາມຊ້ຳຊາກ, ສະພາບ ຂາດຫົວຄິດປະດິດສ້າງ, ຂາດເອ ກະລັກສະເພາະຂອງໜັງສືພິມແຕ່ ລະສະບັບ” ບົດ ຄວາມ ແລະ ຂ່າວ ໃນໜັງສືພິມທຸກສະບັບຄືກັນອ້ອຍຕ້ອຍປານກອບປີ້. ເນື້ອໃນຂອງບົດປະເພດຄວາມຮູ້ຮອບຕົວທີ່ແກະ ອອກຈາກເວບໄຊຕ່າງປະເທດນີ້ກໍເອົາອອກມາແບບດິບໆແດງໆຂາດການກັ່ນຕອງໃຫ້ເໝາະກັບສະພາບສັງຄົມພວກ ເຮົາເຊັ່ນ: ລາຍການອາຫານ, ຜັກ ໝາກໄມ້ບາງຊະນິດທີ່ໃຫ້ປະໂຫຍດນັ້ນກໍບໍ່ມີຢູ່ປະເທດພວກເຮົາ ຫລື ມີກໍລາຄາແພງຊື້ບໍ່ໄດ້ ສຳລັບ ຄົນທົ່ວໆໄປ. ມີບາງຄັ້ງຊື່ອາຫານກໍເວົ້າຕາມຊື່ເອີ້ນຢູ່ປະເທດເພິ່ນ. ຂ່າວຕ່າງປະເທດຢູ່ແຕ່ລະໜັງສືພິມນັ້ນຄືກັນອ້ອຍຕ້ອຍ ແທນທີ່ຈະຕື່ມຂ່າວຕ່າງປະເທດທີ່ແທດເໝາະກັບຈຸດພິເສດຂອງໜັງສືພິມເຊັ່ນ: ໜັງສືພິມວຽງຈັນ ໃໝ່ກໍອາດມີຂ່າວກ່ຽວ ກັບການ ເຄື່ອນໄຫວຂອງນະຄອນຫລວງ ປະເທດອື່ນໆ, ຂ່າວຕ່າງປະເທດ ໃນໜັງສືພິມກອງທັບກໍຄວນມີສ່ວນທີ່ເວົ້າເຖິງ ແວດວົງການປ້ອງກັນປະເທດ, ໜັງສືພິມຊາວ ໜຸ່ມກໍຄວນມີຂ່າວກ່ຽວກັບຂະ ບວນການຊາວໜຸ່ມຕ່າງປະເທດ. ໃນປັດຈຸບັນ ການຊອກຂ່າວ ແລະ ບົດທີ່ພົວພັນກັບຂະແໜງການ ຂອງຕົນນັ້ນເຮັດໄດ້ງ່າຍ ທະ ແນມແຕ່ຮູ້ຈັກກັ່ນຕອງ ແລະ ຄັດ ເລືອກ. ເປັນຄວາມຈິງທີ່ວ່າ: “ສຳ ນັກຂ່າວສານປະເທດລາວ” ນັ້ນ ເຮັດໜ້າທີ່ເປັນໂຮງງານສະໜອງ ຂ່າວຢ່າງເປັນເອກະພາບ, ແຕ່ນັ້ນ ບໍ່ໄດ້ໝາຍຄວາມວ່າ: ໜັງສືພິມ ຕ່າງໆບໍ່ສາມາດສະເໜີຂ່າວທີ່ມີ ເອກະລັກສະເພາະຂອງຕົນ. ຄວາມເປັນເອກະພາບນັ້ນບໍ່ໄດ້ ໝາຍຄວາມວ່າຕ້ອງໃສ່ຊຸດສີ ດຽວກັນ, ເຮັດຄືກັນປານປາດ ແປະທຸກຢ່າງ, ແຕ່ມັນໝາຍເຖິງ ຄວາມເປັນເອກະພາບດ້ານເປົ້າ ໝາຍ ແລະ ຈຸດປະສົງ. ຈານແຍ່ ຊົມເຊີຍວິທີການສະເພາະຂອງ ໜັງສືພິມ “ລາວພັດທະນາ” ໃນການສະເໜີຂ່າວ ແລະ ບົດ ຈຳນວນໜຶ່ງທີ່ຈານແຍ່ເຄີຍອ່ານມາ.

1 comment:

  1. ຄັກຫຼາຍ ຂອບໃຈຫຼາຍໆ ອາຈານ

    ReplyDelete