Ad

Ad

5 December 2013

ການລະເມີດລະບຽບພາສີມີ ຫລາຍຢູ່ດ່ານສາກົນຂົວມິດຕະພາບ 1



       ​ເຈົ້າໜ້າ​ທີ່​ພາສີ​ດ່ານ​ສາກົນ​ຂົວ​ມິດຕະພາບ I ​ໃຫ້​ຮູ້​ວ່າ: ສະ ພາບ​ການລະ​ເມີດ​ລະບຽບພາສີ​ຢູ່​ດ່ານ​ດັ່ງກ່າວ​ແມ່ນ​ມີ​ຫລາຍ​ສົມຄວນ ​ເຊິ່ງ​ເຫັນ​ໄດ້​ຈາກ​ຄະດີ​ທີ່​ເກີດ​ຂຶ້ນ​ໃນ​ໜຶ່ງ​ປີຜ່ານມາ​ມີ 2.966 ກໍລະນີ, ມູນ​ຄ່າ​ເສຍ​ຫາຍ 38 ຕື້ກວ່າ​ກີບ, ​ແກ້​ໄຂ​ໄດ້ 2.963 ກໍລະນີ, ມີ​ມູນ​ຄ່າ​ປັບ​ໄໝ 11 ຕື້ ກວ່າ​ກີບ ​ແລະ ຂາຍ​ສິນຄ້າ​ທີ່​ຢຶດ​ໄດ້ 78 ລ້ານ​ກວ່າ​ກີບ. ພົ້ນ​ເດັ່ນ​​ແມ່ນ​ຄະດີ​ນຳ​ເຂົ້າລົດ​ມື​ສອງ​ມີ 1.134 ກໍລະນີ, ນ້ຳມັນ​ປົນ​ເປື້ອນ ​ແລະນ້ຳມັນ​ບໍ່​ຖືກ​ປະ​ເພດ​ມີ 7 ກໍລະນີ, ນຳ​ເຂົ້າ​ໄມ້ 3 ກໍລະນີ, ພາຫະນະ​ລົດ​ໃຫຍ່ 2 ກໍ ລະນີ ​ແລະອື່ນໆ 1.820 ກໍລະນີ.
    ​ເພື່ອ​ໃຫ້​ບັນຫາ​ດັ່ງກ່າວ​ຫລຸດ​ໜ້ອຍ​ລົງ​, ​ໃນ​ບົດ​ສະຫລຸບ​ປະ ຈຳ​ປີ 2012-2013 ​ແລະທິດ ທາງ ​ແຜນການ​ໃນ​ສົກ​ປີ 2013- 2014 ຂອງ​ດ່ານ​ພາສີ​ສາກົນ​ຂົວ​ມິດຕະພາບ I ​ໄດ້​ກຳນົດ​ວ່າ: ຕ້ອງ​ເລັ່ງສຶກສາ​ອົບຮົມ​ດ້ານ​ການ​ເມືອງ​ແນວ​ຄິດ​ຂອງ​ພະນັກງານ​ໃຫ້​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຮັບຜິດ ຊອບ​ຕໍ່ໜ້າ​ທີ່​ວຽກ​ງານ ​ແລະ ມີ​ຄວາມ​ປອດ​ໃສ, ສືບຕໍ່​ເຝິກອົບຮົມ​ລະບຽບ​
ກົດໝາຍ​ກ່ຽວ​ກັບ​ການ​ນຳ​ເຂົ້າ-ສົ່ງ​ອອກ​ໃຫ້​ຜູ້​ປະກອບ​ການ​ມີ​ຄວາມ​ເຂົ້າ​ໃຈສູງ​ຂຶ້ນຕື່ມ ​ເພື່ອ​ເປັນ​ເຈົ້າການ​ໃນ​ການ​ກຳນົດ​ມູນ​ຄ່າ​ແຈ້ງ​ພາສີ​ໃຫ້​ມີ​ຄວາມ​ຈະແຈ້ງ​ຖືກຕ້ອງ​ກັບ​ລາຄາ​ຕົວ​ຈິງ​ຂອງ​ສິນຄ້າ​ທີ່​ນຳ​ເຂົ້າ-ສົ່ງ​ອອກ, ​ເຂັ້ມງວດ​ໃນ​ການ​ກວດກາ​ສິນຄ້າ​ເຂົ້າ-ອອກ​ດ່ານ​ໃຫ້​ມີ​ຄວາມ​ຈະ ແຈ້ງຮັດກຸມ, ປັບປຸງ ​ແລະ ນຳ​ໃຊ້​ເຄື່ອງມື​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ພາສີ​ໃຫ້​ມີ​ປະ ສິດທິພາບ ​ແລະ ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າ ​ແລະ ສຳຄັນ​ແມ່ນ​ຕ້ອງ​ເດັດຂາດ​ປະຕິບັດ​ລະບຽບ​ວິ​ໄນ​ຕໍ່​ພະນັກງານພາສີ​ທີ່​ລະ​ເມີດ​ລະບຽບ​ກົດໝາຍ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ.

No comments:

Post a Comment