Ad

Ad

5 December 2013

ຈະແກ້ໄຂ້ບັນຫາຮ້ານເກມແນວໃດ ?



      ເກມຢອດຫຼຽນແມ່ນເກມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ, ເປັນເກມທີ່ມີລັກຊະນະການພະນັນ, ເຮັດໃຫ້ໄວໜຸ່ມນັກຮຽນ-ນັກສຶກສາຕ້ອງ ຕົກ ເປັນທາດຂອງມັນ, ທັງເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງ ຄົມ, ໃນໄລຍະຜ່ານມາ, ບັນດາພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ແກ້ໄຂ ແລະ ສະກັດກັ້ນ ບັນດາຮ້ານເກມທີ່ເຫັນວ່າເປີດໃຫ້ບໍລິການຜິດກົດໝາຍມາຫຼາຍຄັ້ງແຕ່ກໍຍັງມີກຸ່ມ ຄົນຈຳນວນໜຶ່ງຍັງ ສືບຕໍ່ເປີດຮ້ານເກມຜິດກົດໝາຍ, ສ່ວນຫຼາຍແມ່ນຊາວຕ່າງ ປະເທດ, ໂດຍສະເພາະແມ່ນຮ້ານເກມຢອດຫຼຽນທີ່ຍັງເປີດມີລັກສະນະໂຫຼດໂຜນ, ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ ແກ່ສັງຄົມເຊິ່ງຜູ້ທີ່ມາໃຊ້ບໍລິການສ່ວນຫຼາຍແມ່ນນັກຮຽນ, ນັກສຶກສາເຖິງຈະຮູ້ແຕ່ ກໍຈະບໍ່ມີວິທີແກ້ໄຂແຕ່ຢ່າງໃດ.
        ດັ່ງນັ້ນມັນເຖິງເວລາແລ້ວທີ່ຈະກຳຈັດຮ້ານເກມຜິດກົດໝາຍດັ່ງກ່າວ ແລະ ທຸກຄົນທຸກພາກສ່ວນໃນສັງຄົມຕ້ອງ ເປັນ ເຈົ້າການແກ້ໄຂ ແລະ ສິ່ງສຳຄັນແມ່ນພໍ່ແມ່ຜູ້ປົກຄອງຕ້ອງໄດ້ເອົາໃຈໃສ່ຕິດຕາມສຶກສາອົບຮົບລູກຫຼານຂອງຕົນຢູ່ ສະເໝີ,
ໂດຍສະເພາະແມ່ນນັກຮຽນນັກສຶກສາ, ເພື່ອເຮັດແນວໃດບໍ່ໃຫ້ເຂົາເຈົ້າສວຍໂອກາດໄປມົວສຸມກັບການຫຼິ້ນເກມໃນເວລາ ໄປຮຽນ ແລະ ສຳລັບຜູ້ປະກອບການອາຊີບນີ້, ກໍຕ້ອງໄດ້ມີການແກ້ໄຂເພື່ອຈະເປັນແບບຢ່າງໃຫ້ແກ່ຜູ້ອື່ນໆ, ທັງເປັນ ການມີ ສ່ວນຮ່ວມໃນການກຳຈັດສິ່ງດັ່ງກ່າວໃຫ້ໝົດໄປ.
           ຂ່າວໃຫ້ຮູ້ອີກວ່າເມື່ອມໍ່ໆມານີ້ເມືອງໄຊທານີໄດ້ຍຶດຕູ້ເກນຢອດຫຼຽນທີ່ຜິດກົດໝາຍຂອງຄົນຕ່າງປະເທດໄດ້ 25 ຕູ້ ແລະ ໄດ້ຈູດທຳລາຍໄປແລ້ວ.

No comments:

Post a Comment