Ad

Ad

5 December 2013

ອີ​ຊູຊຸ​ລາວ ​ບັນ​ລຸຍ​ອດຂາຍ​ລົດກວ່າ 600 ​ຄັນ​ໃນ​ປີ 2013



         ບໍລິສັດ​ ອີ​ຊູຊຸ​ລາວ ບໍລິການ ຈຳກັດ ເປີດເຜີຍຕົວເລກຍອດຂາຍໃນປີ 2013 ເຊິ່ງສາມາດບັ ລຸໄດ້ເກີນແຜນທີ່ກຳນົດໄວ້ໂດ​ຍທາງບໍລິສັດ​ໄດ້ມີແຜນການຂະຫຍາຍ ຕະຫຼາດໃຫ້ກວ້າງໄປສູ່ຕ່າງແຂວງ ເພື່ອເຮັດໃຫ້ບັນດາລູກຄ້າສາມາດເຂົ້າເຖິງການບໍລິ ການ ແລະ ການຈຳໜ່າຍລົດ ອີຊູຊຸ ທຸກຮຸ້ນ​ໄດ້.
        ທ່ານ ພອນ​ສະຫວັນ ເພັດ​ລຳ​ພັນ ຜູ້​ຈັດການ​ຝ່າຍບໍລິການບໍລິສັດ ອີ​ຊູ​ຊຸ ລາວ ບໍລິການຈຳກັດ ຕັ້ງຢູ່​ນາ​ເລົ່າ ​ເມືອງ ສີໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ກ່າວໃນ​ພິທີ​ຈັບ​ລາງວັນ​ມອບ​​ໂຊກ​ໃຫ້​ລູກ​ຄ້າ​ໃນ​ວັນ​ທີ  4 ທັນ​ວາ ວ່າ: ບໍລິສັດ ອີ​ຊູ​ຊຸ ລາວ​ບໍລິການ​ ຈຳ ກັດ, ​ໄດ້​ມີ​ການ​ນຳ​ເຂົ້າ ​ແລະ ​ເປັນ ຕ​ົວ​ແທນ​ຈຳໜ່າຍ​ລົດ​ຍີ່​ຫໍ້ອີ​ຊູ​ຊຸ, ​ໂດຍ​ສະ​ເພາະ​ປະ​ເພດ​ລົດ​ກະບະ ​ແລະ ກົນ​ຈັກ​ໜັກ ເຊິ່ງ​ເຫັນ​ວ່າ​ເປັນ​ທີ່​ນິຍົມ​ຈາກ​ສັງຄົມ, ​ເນື່ອງ​ຈາກ​ສະພາບ​​ເສດຖະກິດ​ມີ​ການຂະຫຍາຍຕົວ ​ແລະ ອີ່ງ​ໃສ່ຄວາມ​ສະ​ດວກ​ສະບາຍ​ເຮັດ​​ໃຫ້ຕະຫຼາດລົດ​​ໃຫຍ່​ມີ​ການ​ຂະຫຍາຍ​ຕົວ ​ແລະ ​ມີ​ການ​ຊົມ​​ໃຊ້​ເພີ່ມຂຶ້ນ, ​ໂດຍ​ສະ​ເພາະ​ປະ​ເພ​ດລົດ​ອີ​ຊູ​ຊຸດີແມັກທີ່ເຫັນວ່າຍອດຂາຍສູງກວ່າທຸກຮຸ້ນ ແລະ ເພື່ອ​​ເປັນ​ການ​ຄືນ​ກຳ​ໄລ​ໃຫ້​ລູກ​ຄ້າ​ທາງ​ບໍລິສັດໄດ້​ຈັດ​​ໂປ​ໂມ​ຊັນ​ພິ​ເສດ​ຊື້​ລົດ​ອີ​ຊູ​ຊຸລຸ້ນຮັບ​ລາງວັນເຊິ່ງ​ເລີ່​ມ​ແຕ່​ເດືອນກໍລະກົດເປັນ ຕ​ົ້ນມາ ​ໄດ້​ມີ​ການ​ຈັບ​ລາງວັນ​ລົດ​ຈັກ​ຢາມ​າຮາ​ຟີ​ໂນ້ ແລະ ​ໃນ​ທ້າຍປີ​ນີ້​ຈະ​ມີ​ການ​ຈັບ​ລາງວັນ​ໃຫຍ່​ລົດ​ອີ​ຊູ​ຊຸ​ດີ​ແມ​ັກ 1 ຄັນ.

           ທ່ານ ພອນ​ສະຫວັນ ກ່າວ​ວ່າ: ນອກຈ​າກການຈຳໜ່າຍ​ລົດ​ຍີ່​ຫໍ້​ອີ​ຊູ​ຊຸ​ແລ້ວ​ ທາງ​ບໍລິສັດ​ຍັງ​ໄດ້​ມີ​ການ​ບໍລິ  ການ​ຫຼັງ​ການ​ຂາຍ​ແກ່​ລູກ​ຄ້າ​ໂດຍ​ສະ​ເພາະ​ການ​ກວດ​ເຊັກ ​ແລະ ການສະໜອງ​ອາ​​​ໄຫຼ່ຍີ່​ຫໍ້​ອີ​ຊູ​ຊຸ ຈາກ​ປະ​ເທດ​ຍີ່​ປຸ່ນ, ທັງ​ຍັງ​ມີ​ຕົວ​ແທນ​ຈຳໜ່າຍ​ຈາກ​ນະຄອນ ຫຼວງ ​ແລະ ຕ່າງ​ແຂວງ​​ເພື່ອ​ອຳ ນວຍ​ຄວາມ​ສະດວກ​ໃຫ້​ຜູ້​ມາ​ໃຊ້ບໍລິການ​ໄດ້​ເປັນ​ຢ່າງ​ດີ.
        ບໍລິສັດ ລາວອີຊູຊຸ ບໍລິການ ຈຳກັດ ໃຫ້ຮູ້ວ່າ: ສຳລັບການຈັບລາງວັນມອບໂຊກໃຫ້ລູກຄ້າປະຈຳເດືອນພະຈິກ ຜູ້ທີ່ໄດ້ ຮັບລາງວັນລົດຈັກຢາມາຮາຟີໂນ 1 ຄັນ ຄື: ທ່ານ ຄຳພູວອນ ແກ້ວ ພິສິດ ຢູ່ບ້ານ ຈອມມະນີ ເມືອງ ໄຊເສດຖານະຄອນຫຼວງ ວຽງຈັນ ເຊິ່ງພິທີມອບລາງວັນທາງບໍລິສັດຈະໄດ້ຈັດຂື້ນໃນໝໍ່ໆນີ້.

No comments:

Post a Comment