ນະຄອນຫຼວງວຽງຈັນຍັງ ມີອັດຕາການເຕີບໃຫຍ່ທາງເສດຖະກິດຢ່າງຕໍ່ເນື່ອງ,
ສັງຄົມມີຄວາມສະຫງົບ ແລະ ມີທ່າ ແຮງພັດທະນາຫຼາຍດ້ານຊຶ່ງເປັນທ່ວງທ່າເຮັດໃຫ້ນັກລົງທຶນເຂົ້າມາລົງທຶນເປັນຈຳນວນຫຼາຍຕາມການສະຫຼຸບຂອງອົງຄະນະ
ພັກນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນສົກປີ 2012-2013, ເສດຖະກິດຂອງນະຄອນຫຼວງວຽງຈັນ ຍັງສືບຕໍ່ຂະຫຍາຍຕົວ
ຢ່າງໝັ້ນທ່ຽງຄາດຄະເນການເຕີບໃຫຍ່ 12,7% ລື່ນແຜນການປີ 0,1% , ລວມຍອດ ຜະລິດຕະພັນພາຍໃນບັນລຸ
25,215 ຕື້ກີບ, ໃນນັ້ນ ກະສິກຳ- ປ່າໄມ້ ເພີ່ມຂື້ນ 7,4% ກວມເອົາ 19,4%, ອຸດສາຫະກຳເພີ່ມຂື້ນ
15,9% ກວມ ເອົາ 45,4%, ການ ບໍລິການເພີ່ມຂື້ນ 10,1% ກວມ ເອົາ 35,2%, ການສົ່ງອອກ ສິນ
ຄ້າປະຕິບັດໄດ້ 22,35 ລ້ານໂດ ລາ, ທຽບໃສ່ປີ ຜ່ານມາຫຼຸດລົງ 93,30%, ສິນຄ້າ ນຳເຂົ້າ
3,36 ຕື້ໂດລາ, ທຽບໃສ່ ປີຜ່ານ ມາເພີ່ມ ຂື້ນ 28,13%, ການລົງທຶນຈາກເອ ກະ ຊົນພາຍໃນ ແລະ
ຕ່າງປະເທດປະຕິບັດໄດ້ 1.276 ໂຄງການຂະນະທີ່ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້
688,59 ຕື້ກີບທຽບໃສ່ແຜນການປີປະຕິບັດໄດ້ 91,19%.
ຫ້ອງ ການປົກຄອງ ນະຄອນວຽງຈັນ ໃຫ້ຮູ້ວ່າ:
ການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ ໃນໜຶ່ງປີຜ່ານມາໄດ້ຊຸກຍູ້ການປູກຝັງ, ລ້ຽງສັດ,
ການຜະລິດເປັນສິນຄ້າຂອງປະຊາຊົນຢ່າງກວ້າງຂວາງສາມາດຮັບປະກັນໄດ້ ຄວາມໝັ້ນຄົງ ດ້ານສະບຽງອາ
ຫານ, ໃນນັ້ນສາມາດປູກເຂົ້າ ນາປີໄດ້ 55,641 ຮຕ, ຜົນຜະລິດ ໄດ້ 2 ແສນກ່ວາໂຕນ, ທຽບ ໃສ່ປີຜ່ານມາເພີ່ມຂື້ນ
30 ພັນກວ່າໂຕນ, ການປູກພຶດຜັກ ປະຕິ ບັດ ໄດ້ 9 ພັນກ່ວາເຮັກຕາ ເທົ່າກັບ 95% ຂອງແຜນການ
ສະໜອງ ທາດຊີ້ນ, ປາ, ໄຂ່ ໄດ້ 50 ພັນ ກ່ວາ ໂຕນ, ໄປພ້ອມກັນນັ້ນ ພວກ ເຮົາຍັງ ໄດ້ຊຸກຍູ້ການສົ່ງເສີມການຜະລິດກະ
ສິກຳສະອາດ, ປອດສານພິດ, ໄດ້ຈັດໃຫ້ມີຕະຫຼາດນັດຂາຍພືດຜັກອິນຊີ ແລະ ສົ່ງເສີມຄອບຄົວຕົວແບບ,
ມາເຖິງປັດຈຸບັນ ມີຄອບຄົວຕົວແບບດ້ານການຜະລິດ, ການຄ້າ, ການບໍລິການ ກ່ວາ 1 ພັນຄອບຄົວ,
ພວກເຮົາໄດ້ສຸມໃສ່ຢ່າງຕັ້ງໜ້າ ໃນການ ນຳພາແກ້ໄຂຄອບຄົວທຸກຍາກໂດຍ ອີງໃສ່ 6 ເງື່ອນໄຂ ຂອງດຳລັດ
201/ລບ ມີຄອບຄົວ ທຸກຍາກ 103 ຄອບຄົວ, ມາ ຮອດປັດຈຸບັນແກ້ໄຂໄດ້ 27 ຄອບຄົວ, ໄດ້ເອົາໃຈໃສ່ນຳພາກໍ່ສ້າງ,
ສ້ອມ ແປງ ແລະ ຂະຫຍາຍຖະໜົນຫົນ ທາງ, ໃນນີ້ ໄດ້ ສຸມໃສ່ຊຸກຍູ້ການພັດທະນາທາງຊຸມຊົນຕາມນະໂຍບາຍ
70% ແລະ 30 % ແມ່ນປະຊາຊົນປະກອບສ່ວນເຊິ່ງນັບ ແຕ່ປີ 2011 ມາເຖິງປັດຈຸບັນ ໄດ້ສ້າງທາງຮ່ອມທັງໝົດ
62 ເສັ້ນ, ສຳເລັດແລ້ວ 23 ເສັ້ນ, ສ່ວນທີ່ ເຫຼືອ ກຳລັງສຸມໃສ່ປະຕິບັດຢ່າງ ຕັ້ງໜ້າ, ພ້ອມ
ນັ້ນກໍໄດ້ເອົາໃຈ ໃສ່ນຳພາຊຸກຍູ້ໂຄງການ ພັດທະ ນາບຶງທາດຫຼວງ, ໜອງປີງ, ໜອງທາ, ເຂດອຸດສາຫະກຳໄຊ
ເສດຖາ(1.000 ຮຕ) ນິຄົມອຸດສາ ຫະກຳ-ການ ຄ້າໂນນ ທອງ(110 ຮຕ), ນິຄົມອຸດສາຫະກຳນະຄອນຫຼວງວຽງ
ຈັນ(1.376 ຮຕ), ເຂດເສດຖະກິດສະເພາະດົງໂພສີ ແລະ ອື່ນໆ ຊຶ່ງເຫັນວ່າຫຼາຍໂຄງການ ກຳລັງປະຕິບັດໄປຕາມແຜນທີ່ວາງໄວ້ເປັນ
ຢ່າງດີ.
ຫ້ອງການປົກຄອງ ນະຄອນຫຼວງວຽງຈັນ ໄດ້ແຈ້ງວ່າ:
ແນວໃດກໍດີໃນສົກປີ 2013-2014 ນີ້ ນະຄອນຫຼວງວຽງ ຈັນໄດ້ວາງແຜນພັດທະນາໄວ້ວ່າຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໜັກແໜ້ນ,
ຕໍ່ເນື່ອງ ລວມ ຍອດຜະລິດຕະພັນ ໃຫ້ບັນລຸ 29.912 ຕື້ກີບ, ສືບຕໍ່ປັບປຸງກໍ່ສ້າງ ພື້ນຖານ
ໂຄງລ່າງ ໂດຍສະເພາະ ແມ່ນເສັ້ນທາງຄົມມະນາຄົມ, ລະບົບຂົນສົ່ງ ທີ່ທັນສະໄໝ, ເພື່ອຮັບປະກັນການ
ສັນຈອນທີ່ນັບມື້ເພີ່ມຂຶ້ນ, ໃນນັ້ນສືບຕໍ່ນຳພາການພັດທະນາກໍ່ສ້າງເສັ້ນທາງຮ່ອມຕາມ ນະໂຍບາຍປະຊາຊົນມີສ່ວນຮ່ວມ,
ເພີ່ມທະວີນຳພາການພັດທະນາ ເຂດເສດຖະກິດສະເພາະ, ເຂດເສດຖະກິດພິເສດ ແລະ ໂຄງການກໍ່ສ້າງ ເມືອງໃໝ່ຕ່າງໆໃຫ້ມີບາດກ້າວທີ່ຕັ້ງໜ້າ,
ເອົາໃຈໃສ່ພັດທະນາວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ເພື່ອສະໜອງຂໍ້ມູນ-ຂ່າວສານ ດ້ວຍການເຊື່ອມໂຍງກັບລະບົບອິນເຕີເນັດຜ່ານເຄືອຂ່າຍໂທລະຄົມະນາຄົມ,
ການນຳໃຊ້ເຄື່ອງ ມືທັນສະໄໝ ເຂົ້າໃນວຽກງານ ຂອງບັນດາ ຂະແໜງການຕ່າງໆ, ສືບຕໍ່ລົງກວດກາ ແລະ
ຄຸ້ມຄອງ ມາດຕະຖານ ແລະ ຄຸນ ນະພາບສິນຄ້າ, ສິນຄ້າ ທີ່ລະເມີດລິຂະສິດພ້ອມທັງສົ່ມເສີມການນຳໃຊ້ເຕັກໂນໂລຊີນະວັດຕະກຳທີ່ທັນສະໄໝເຂົ້າໃນການ
ພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິຜົນກວ່າເກົ່າ.
No comments:
Post a Comment