Ad

Ad

5 December 2013

ເປັນຫຍັງຢາບ້າ ຈຶ່ງມີແຜ່ຫລາຍ ( ຄໍລຳ ແລກປ່ຽນຄຳເຫັນ )



ໂດຍ : ແສງສະລີ ຍາມອາລຸນ
      ມີຄຳຖາມຢ່າງຫລວງຫລາຍທີ່ອອກມາຈາກປາກຂອງບັນດາຜູ້ຄົນທີ່ຮູ້ສຶກເປັນ ຫວ່ງນຳລູກຫລານ ບ້ານເມືອງ ເນື່ອງຈາກວ່າ ທຸກມື້ທຸກວັນກໍມີຂ່າວ ວ່າ: ມີການ ປຸ້ນບ່ອນນັ້ນບ່ອນນີ້, ສ່ວນຫລາຍ ກໍໄດ້ຍິນຈາກປາກຂອງຄົນໃນ ຮ້ານກາເຟທີ່ເອີ່ຍ ເຖິງເກືອບທຸກມື້ “ເປັນຫຍັງ ບັນຫາຢາມ້າ ຫລື ຢາ ບ້າຈຶ່ງມີແຜ່ຫລາຍ ? ເປັນແນວ ໃດ ເບິ່ງຄືວ່າມີການປາບຕະ ຫລອດ ແຕ່ກໍຍັງມີໃຫ້ເຫັນເກືອບ ທຸກວັນ ວ່າລູກຜູ້ ນັ້ນຊິຂ້າພໍ່ຕີແມ່ ? ບາງຄົນພໍ່ແມ່ອົດບໍ່ໄດ້ແລ່ນຫາ ເຈົ້າໜ້າທີ່ເອົາໄປດັດສ້າງກັບ ອອກມາກໍຄືເກົ່າເປັນຫຍັງ ? ບາງ ຄົນ ເມື່ອເຈົ້າໜ້າທີ່ຈັບໄດ້ໄລ່ທັນ ແຕ່ກັບພໍ່ແມ່ພັດປົກປ້ອງເອົາວ່າ ລູກຂອງຕົນບໍ່ເປັນແນວນັ້ນ ເປັນ ຫຍັງຈຶ່ງເປັນແບບນີ້ ?” ການ ແກ້ ໄຂເລື່ອງນີ້ມີຫລາຍຄອບຄົວກໍພະຍາຍາມ, ແຕ່ການພະຍາຍາມນັ້ນ ບໍ່ເປັນຜົນບວກເລີຍ ເນື່ອງຈາກ ວ່າການແກ້ໄຂອາດບໍ່ ຖືກຈຸດຂອງມັນຍ້ອນບໍ່ໄດ້ສຶກສາຫາສາເຫດທີ່ແທ້ຈິງວ່າ: ຍ້ອນຫຍັງ ? ສົມມຸດວ່າ: ກ່ອນເຫດການເກີດຂຶ້ນພໍ່ແມ່ບໍ່ເຄີຍເວົ້າ
ຫຍັງກັບລູກ ແລະ ເຫັນພຽງວ່າແຕ່ລະມື້ລູກກໍ ໄປໂຮງຮຽນກັບມາເຮືອນບາງຄອບຄົວບໍ່ເຄີຍຖາມແມ້ກະທັ້ງລູກຊ້ຳວ່າ ເປັນ ແນວໃດການຮ່ຳຮຽນມີຫຍັງເກີດຂຶ້ນ ? ກວ່າຈະຮູ້ວ່າລູກຂອງຕົນເປັນຫຍັງເຮັດ ຫຍັງກໍແມ່ນເຫດເກີດຂຶ້ນແລ້ວ ເປັນເລື່ອງ ເປັນລາວແລ້ວ. ບັນຫາທີສອງຄົນທີ່ສວຍໂອກາດຫາລາຍຮັບຈາກຢາບ້າມີຫລາຍຂຶ້ນນັບມື້ການຫາລາຍຮັບນີ້ແມ່ນຫາ ນຳພວກ ໄວໜຸ່ມຫລື ພວກທີ່ບໍ່ຮູ້ທັນເຫດການເນື່ອງຈາກວ່າຫາລາຍຮັບຈາກຢາບ້າມັນມີກຳໄລຫລາຍກວ່າເຮັດທຸລະກິດອື່ນໆ. ສະ ນັ້ນ, ຜູ້ຕົກເປັນເປົ້າໝາຍສ່ວນຫລາຍກໍແມ່ນບັນດາຜູ້ທີ່ບໍ່ຮູ້ເທົ່າທັນເຫລ່ຫລ່ຽມຂອງພວກຄົນທີ່ຫາກິນບົນຄວາມທຸກຂອງ ຄົນອື່ນ, ສ້າງຄວາມປັ່ນປ່ວນໃຫ້ສັງຄົມບ້ານເມືອງ ເຊິ່ງບໍ່ໄດ້ຄຳນຶງ ເຖິງຄວາມເສຍຫາຍຈະນຳມາສູ່ປະເທດຊາດ. ໃນຂະນະ ດຽວກັນນັ້ນ, ຈຳພວກທີ່ຮູ້ເທົ່າບໍ່ເຖິງການກໍສະແຫວງຫາເລື່ອງແບບນີ້ຍັງເຂົ້າໃຈວ່າ: ຢາບ້າເຮັດໃຫ້ບໍ່ເມື່ອຍຈາກການເຮັດ ວຽກເຮັດງານ, ຢາບ້າໃຫ້ກຳລັງວັງຊາ ແລະ ອື່ນໆ, ແຕ່ເຂົາເຈົ້າຍັງບໍ່ເຂົ້າໃຈຊ້ຳວ່າ: ເມື່ອກິນຢາບ້າເຂົ້າໄປແລ້ວຈະເປັນແນວໃດ ຕໍ່ຮ່າງກາຍຊັບສິນຂອງເຂົາເຈົ້າ, ເລື່ອງນີ້ຍັງບໍ່ທັນມີໃຜໂຄສະນາຢ່າງຈິງຈັງ ເພື່ອເປັນເຄື່ອງມືບັນເທົາບັນຫານີ້ໃຫ້ຫລຸດໜ້ອຍ ລົງ, ສ່ວນຫລາຍກໍພຽງແຕ່ເວົ້າປາກຕໍ່ປາກກັນໄປໃນໝູ່ຊຸມຊົນ, ປະຊາຊົນ. ຊາວ ບ້ານໜອງພະຍາຄົນໜຶ່ງກ່າວວ່າ: “ໃນຊຸມ ຊົນຂອງພວກເຮົາຍັງບໍ່ມີອົງການໃດຈັດຕັ້ງເປັນໂຄງການຄັກແນ່ ເພື່ອເຮັດການໂຄສະນາໃນເລື່ອງນີ້, ຕາມສັງເກດ ໂດຍສະ ເພາະລາຍການໂທລະພາບ ສ່ວນຫລາຍກໍມີແຕ່ໂຄງການອື່ນໆເຊັ່ນ: ພັດທະນາຊົນນະບົດແຕ່ບໍ່ໄດ້ໝາຍວ່າບໍ່ດີ, ແຕ່ຢາກໃຫ້ ມີໂຄງການແບບນີ້ແດ່ລົງໄປຕາມບ້ານເຂດຊຸມຊົນ” ການເຮັດແນວນີ້ມັນເປັນການຊ່ວຍໃຫ້ເຈົ້າໜ້າທີ່ເຄື່ອນໄຫວງ່າຍຂຶ້ນຊ່ວຍ ໃຫ້ປະຊາຊົນຄົນທົ່ວໄປເຂົ້າເຖິງ ແລະ ຮູ້ຜົນຮ້າຍຂອງມັນຢ່າງທົ່ວເຖິງທັງເປັນການປົກປ້ອງບັນຫາທີ່ຈະເກີດຂຶ້ນ. ບັນຫາການ ເຂົ້າເຖິງແຫລ່ງຂໍ້ມູນຂອງປະຊາຊົນໃນ ບັນຫາກໍຍັງໜ້ອຍຫລາຍ ຫາກ ທຽບໃສ່ໂຄງການອື່ນໆ ຫລື ສາ ມາດເວົ້າວ່າ: ເກືອບ ບໍ່ມີເລີຍ. ບັນດາອົງການ NGOs (ເອັນຈີໂອ) ກໍບໍ່ເຫັນມີໂຄງການແບບນີ້. ທີ່ຜ່ານມາ, ຫາກເບິ່ງບັນຫາຜ່ານໆ ໄປແບບທຳມະ ດາກໍຈະເຫັນວ່າມີຄວາມເອົາໃຈໃສ່, ແຕ່ຫາກເບິ່ງເລິກໆເຂົ້າໄປແລ້ວເຫັນວ່າຍັງບໍ່ທັນເອົາໃຈໃສ່ຢ່າງຈິງຈັງເພາະຍັງບໍ່ທັນເຫັນວ່າ ມີການເຄື່ອນໄຫວກິດຈະກຳຢ່າງແທ້ຈິງ. ຫາກຢາກໃຫ້ບັນຫານີ້ຖືກຫລຸດລົງ ແລະ ໝົດສິ້ນໄປນັ້ນນັບທັງປະຊາຊົນ, ອົງການ ພາກລັດໝາຍເຖິງວ່າທຸກໆອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນຕ້ອງ ໄດ້ເຄື່ອນໄຫວໃຫ້ເຂັ້ມແຂງກວ່າເກົ່າ, ກອງ ທຶນລະຫວ່າງປະເທດກໍຄວນມີສ່ວນຮ່ວມດ້ານນີ້ໃຫ້ຫລາຍຂຶ້ນ, ບັນດາບໍລິສັດຕ່າງໆທັງພາຍໃນ ແລະ ຕ່າງປະເທດທີ່ມາລົງ ທຶນໃນລາວຄວນມອງບັນຫານີ້ໃຫ້ທະລຸປຸໂປ່ງເພື່ອຮັບຜິດຊອບຊ່ວຍກັນ ເນື່ອງຈາກວ່າ: ບໍລິສັດທີ່ມາລົງທຶນໃນລາວແມ່ນມາ ຫາກຳໄລໃນປະເທດລາວ. ສະນັ້ນ ຄວນເຫັນບັນຫານີ້ເປັນ ສຳຄັນ ຫາກສັງຄົມລາວຫາກ ເປັນສັງຄົມທີ່ມີແຕ່ຢາບ້າ, ບັນດາ ບໍລິສັດນີ້ກໍບໍ່ສາມາດລົງທຶນ ແລະ ຫາກຳໄລໄດ້ແນວໃດ. ສະນັ້ນ ຄວນເປັນເຈົ້າການຮ່ວມກັນ, ສົ່ງເສີມບັນດາອົງການທີ່ເຮັດ ວຽກຊ່ວຍສັງຄົມໂດຍການສະໜັບສະໜູນດ້ານທຶນຮອນ ແລະ ຈິດໃຈຕ່າງໆກໍຍິ່ງດີ.

No comments:

Post a Comment