Ad

Ad

5 December 2013

ແຫລ່ງທ່ອງທ່ຽວສະຖານບູຮານຢູ່ນະຄອນຫລວງວຽງຈັນມີນັກທ່ອງທ່ຽວເພີ່ມຂຶ້ນ



       ຫໍພະແກ້ວ, ວັດສີສະເກດ ແລະ ພະທາດຫລວງ ວຽງຈັນ ແມ່ນປູສະນີຍະສະຖານ ຢູ່ນະຄອນຫລວງວຽງຈັນ ໄດ້ເປັນທີ່ ນັບຖື ແລະ ໄດ້ຮັບຄວາມນິຍົມຂອງນັກທ່ອງ ທ່ຽວທີ່ຢູ່ພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມນະ ຄອນຫລວງວຽງຈັນ  ແລະ ໄດ້ກາຍເປັນຈຸດດຶງດູດນັກທ່ອງ ທ່ຽວເຂົ້າມາທ່ຽວຊົມ ໄດ້ຢ່າງຫລວງຫລາຍເຮັດໃຫ້ສະພາບ ກາທ່ອງທ່ຽວຢູ່ນະຄອນ ຫລວງວຽງຈັນມີບັນຍາກາດຄືກຄື້ນຂຶ້ນກວ່າເກົ່າ.
       ທ່ານ ໂຄຈອນ ແກ້ວມະນີວົງ ຫົວຫນ້າອຳນວຍການຫໍພິພິທະພັນສະຖານບູຮານນະຄອນຫລວງວຽງຈັນ ( ພະທາດ ຫຼວງ, ຫໍພະແກ້ວ ແລະ ວັດສີສະເກດ ) ໄດ້ແຈ້ງວ່າ : ນັບແຕ່ຕົ້ນປີມານີ້ມີນັກທ່ອງທ່ຽວເຂົ້າມາທ່ຽວຢູ່ສະຖານບູຮານດ່ັງກ່າວ ຫລາຍ ກວ່າ 5 ແສນຄົນ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 1 ແສນກວ່າຄົນ, ສ້າງລາຍຮັບຫລາຍກວ່າ 2 ຕື້ ກວ່າກີບ ແລະ ສ່ວນ ໃຫຍ່ແມ່ນນັກທ່ອງທ່ຽວຈາກເອີຣົບ, ເອເຊຍ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ແມ່ນມີໂຕເລກເພີ່ມຂຶ້ນກວ່າທຸກໆປີ, 
ນີ້ກໍຍ້ອນມີການໂຄສະນາການທ່ອງທ່ຽວທີ່ຫລາກຫລາຍ ແລະ ນະຄອນຫລວງວຽງຈັນ ກໍມີທ່າແຮງເປັນຈຸດສູນກາງທາງດ້ານ ເສດຖະກິດ, ວັດທະນະທຳ-ສັງຄົມ, ມີຮີດຄອງປະເພນີ ແລະ ມີສະຖານທີ່ທ່ອງທ່ຽວທີ່ຫລາກຫລາຍ ເປັນຕົ້ນແມ່ນສະຖານ ທີ່ທ່ອງທ່ຽວວັດ ທະນະທຳ, ປະຫວັດສາດ ແລະ ປູສະນີຍະສະຖານທີ່ເກົ່າແກ່ເປັນຕົ້ນ: ຫໍພະແກ້ວ, ວັດສີສະເກດ ແລະ ພະ ທາດຫລວງວຽງຈັນ ເຮັດໃຫ້ເປັນຈຸດດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວທີ່ຢາກເຂົ້າມາທ່ຽວຊົມ, ເຊິ່ງນອກຈາກເປັນສະ ຖານທີ່ບູຮານເກ່ົາແລ້ວພວກເຮົາຍັງໄດ້ມີການພັດທະນາໃຫ້ສະຖານທີ່ສຳຄັນ 3 ແຫ່ງຄື : ພະທາດຫລວງ, ວັດສີສະເກດ ແລະ ຫໍພະແກ້ວ ເປັນສະຖານທີ່ໂຕແບບ 3 ສ ຄື : ສ.ສະອາດ, ສ. ສີສີ ແລະ ສ.ສະຫວ່າງ ແລະ ເປັນສະຖານທີ່ປອດຄວັນຢາສູບ ເຮັດໃຫ້ແຫລ່ງທ່ອງທ່ຽວມີຄວາມສວຍງາມເປັນການດຶງດູດນັກທ່ອງທ່ຽວຫລາຍຂຶ້ນ.
       ທ່ານ ໂຄຈອນ ແກ້ວມະນີວົງ ໃຫ້ຮູ້ວ່າ : ຫໍພະແກ້ວ, ວັດສີສະເກດ ແລະ ພະທາດຫລວງວຽງຈັນ ເປັນສະຖານທີ່ບູຮານ ເຊິ່ງ ພັກ-ລັດຖະບານກໍຄືນະຄອນຫລວງວຽງຈັນ ໄດ້ມີໂຄງການຮັກສາ ແລະ ຈັດສັນໃຫ້ສະຖານທີ່ດັ່ງກ່າວເປັນແຫລ່ງທ່ອງ ທ່ຽວສຳຄັນທາງປະຫວັດສາດທັງຍັງເປັນສູນເຕົ້າໂຮມຈິດໃຈຂອງມວນຊົນລາວໂດຍສະເພາະແມ່ນຄວາມເຊື່ອຖືທາງພຸດທະ ສາສະຫນາເຫັນວ່າເປັນສະຖານທີ່ສັກສິດທີ່ມີມວນຊົນເຂົ້າໄປກາບໄຫວ້ ແລະ ຂໍພອນເພື່ອຄວາມສິຣິມົງຄຸນຕາມຄວາມເຊື່ອ ຖືທາງພຸດທະສາສະຫນາ ຄື : ພະແກ້ວ ໄດ້ກໍ່ສ້າງຂຶ້ນໃນລະຫວ່າງປີ ຄ.ສ 1560-1565 ເຊິ່ງເປັນໄລຍະໄລ່ເລ່ຍກັບການສະ ຖາປະນາເມືອງວຽງຈັນເປັນນະຄອນຫລວງຂອງອານາຈັກລາວລ້ານຊ້າງພາຍໃຕ້ການນຳຂອງເຈົ້າໄຊຍະເສດຖາທິຣາດໃນສະຕະວັດທີ XVI ຄືວ່າ : ຫໍພະແກ້ວ ແມ່ນເປັນບ່ອນປະດິດສະຖານຂອງພະແກ້ວມໍລະກົດເປັນທີ່ນັບຖືຂອງປະຊາຊົນເຊິ່ງປີ ຄ.ສ 1779 ຍ້ອນການຮຸກຮານຂອງສະຫຍາມພະແກ້ວມໍລະກົດຈຶ່ງໄດ້ຖືກແມ່ທັບສະຫຍາມຍຶດໄປໄວ້ຢູ່ບາງກອກ ແລະ ຫໍພະແກ້ວ ກໍຖືກທຳລາຍເປ່ເພນະຄອນຫລວງວຽງຈັນ ກໍກາຍເປັນເມືອງຮ້າງໄປຊົ່ວໄລຍະຫນຶ່ງ. ມາເຖິງປີ ຄ.ສ 1942 ໄດ້ມີການບູລະ ນະສ້ອມແປງຫໍ ພະແກ້ວຄືນໃຫມ່ໂດຍຢູ່ໃນສະ ໄຫມເຈົ້າອະນຸວົງ ເຈົ້າຊີວິດອົງສຸດທ້າຍຂອງອານາຈັກລາວລ້ານຊ້າງ ພາຍ ຫລັງໄດ້ບູລະນະສ້ອມແປງຫໍພະແກ້ວ ໃຊ້ເປັນບ່ອນຮວມບັນດາເອກະສານຕຳນານບູຮານ ແລະ ວັດຖຸບູຮານ ແລະ ກາຍເປັນ ຫໍພິພິທະພັນສະຖານບູຮານ ແຕ່ປີ ຄ.ສ 1987 ເປັນຕົ້ນ ແລະ ເຊັ່ນດຽວກັບວັດສີສະເກດ ແລະ ພະທາດຫລວງວຽງຈັນ ທີ່ໄດ້ ກາຍເປັນສະຖານທີ່ຫໍພິພິທະພັນບູຮານ ເພື່ອເປັນບ່ອນກາບໄຫວ້, ບູຊາ, ສຶກສາຄົ້ນຄວ້າທາງປະຫວັດສາດ ໃຫ້ແກ່ຄົນຮຸ່ນ ຫລັງຕະຫລອດມາ.
      ພະແນກທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ : ສະເພາະຕົ້ນປີມານີ້ ຢູ່ນະຄອນຫຼວງວຽງຈັນ ມີສະຖານທີ່ທ່ອງ ທ່ຽວກວ່າ 30 ແຫ່ງ ແລະ ເພື່ອເປັນການຍົກລະດັບການທ່ອງທ່ຽວໃຫ້ສູງຂຶ້ນນະຄອນຫລວງວຽງຈັນ ເລັ່ງພັດທະນາໃຫ້ມີ ຄວາມຫລາກຫລາຍ, ມີສະຖານທີ່ຮອງຮັບ ແລະ ອຳນວຍຄວາມສະດວກແກ່ນັກທ່ອງທ່ຽວເຂົາມາທ່ຽວນະຄອນຫລວງວຽງ ຈັນ ມີຄວາມສະດວກສະບາຍຍິ່ງຂຶ້ນ.

No comments:

Post a Comment