Ad

Ad

4 December 2013

ວາງສີລາເລີກໂຄງການກໍ່ສ້າງເສັ້ນທາງ 1A ແຕ່ເມືອງບຸນເຫນືອ ຫາດ່ານສາກົນລານຕຸຍແຂວງຜົ້ງສາລີ



         ພິທີ​ວາງ​ສີ​ລາ​ເລີກ​ໂຄງການ​ກໍ່ສ້າງ​ເສັ້ນທາງ 1A ​ແຕ່​ເມືອງ​ບຸນ​ເໜືອ​ຫາ​ດ່ານ​ສາກົນ​ລານ​ຕຸຍ ​ແຂວງ​ຜົ້ງສາລີ ມີ​ຄວາມ​ຍາວ 141 ກວ່າ​ກິ​ໂລ​ແມັດ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 30 ພະຈິກ​ຜ່ານ​ມານີ້ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສົມ​ສະ ຫວາດ ​ເລັ່ງສະຫວັດ ຮອງ​ນາຍົກ ລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ, ທ່ານ ຄຳ​ເຈນ ວົງ​ໂພ​ສີ ​ເຈົ້າ​ແຂວງ​ຜົ້ງສາລີ, ທ່ານ ຟາງ​ຊີ​ເຊົາ ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ວິ​ສະຫະ​ກຳ​ກໍ່ສ້າງ​ແຂວງ​ກວາງຕຸ​ງ ສປ ຈີນ ​ເຂົ້າຮ່ວມ.
           ​ເສັ້ນທາງ 1A ​ເປັນ​ເສັ້ນ ທາງ​ຫລວງ​ແຫ່ງ​ຊາດ​ທີ່ຢູ່​ເໜືອ​ສຸດ​ຂອງ ສປປ ລາວ ​​ແລະ ​ເປັນ​ເສັ້ນທາງ​ຍຸດ​ທະ​ສາດ​ສຳຄັນ​ໃນ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ສິນຄ້າ ​ແລະ ຜົນ​ຜະລິດ​ສົ່ງ​ອອກ​ໄປ ສປ ຈີນ ​ເປັນຕົ້ນ​ເຂົ້າ, ສາລີ, ກ້ວຍ, ມັນຕົ້ນ ​ແລະ ອື່ນໆ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ​ເວົ້າ ລວມ, ​ເວົ້າສະ​ເພາະ​ແມ່ນ​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ.

         ​ເສັ້ນທາງ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ສຳ​ຫລວດ​ອອກ​ແບບ​ໃນ​ທ້າຍ​ປີ 2009 ຜ່ານ​ມາ ​ໂດຍ​ບໍລິ ສັດ​ກວາງຕຸ້ງວິ​ສະຫະ​ກຳ​ກໍ່ສ້າງ ​ແລະ ​ໄຟຟ້າ​ນ້ຳຕົກ​ເຂດ 3 ​ແລະ ​ໄດ້​ມີ​ການ​ເຊັນ​ສັນຍາ​ກໍ່ສ້າງ​ໃນ​ທ້າຍ​ປີ 2011 ຜ່ານ​ມາ ​ເຊິ່ງຈະ​ເລີ່​ມ ກໍ່ສ້າງ​ແຕ່​ເມືອງ​ບຸນ​ເໜືອ​ຜ່ານ​ເມືອງ​ຍອດ​ອູ​ຈົນໄປ​ຮອດ​ຊາຍ​ແດນ​ດ່ານ​ສາກົນ​ລານ​ຕຸຍ ​ແລະ ​ເຊື່ອມ​ຕໍ່​ກັບ​ເສັ້ນ ທາງ​ຂອງ​ເມືອງ​ຈຽງ​ເຊີນ ນະ ຄອນຟູ​ເອີ ສປ ຈີນ, ​ເປັນ​ເສັ້ນ ທາງ​ປູຢາງ​ສອງຊັ້ນ, ໜ້າ​ທາງ​ເຂດ​ເທສະ​ບານ​ກວ້າງ 16 ​ແມັດ, ​ເຂດ​ນອກ​ເມືອງ​ກວ້າງ 7 ​ແມັດ, ສ້ອມ​ແປງ​ຂົວ​ທີ່​ມີ​ຢູ່​ແລ້ວ 29 ​ແຫ່ງ​ ກວ້າງ 7 ​ແມັດ ລວມມູນ​ຄ່າ​ກໍ່ ສ້າງ 91 ລ້ານ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ ​ເປັນ​ທຶນ​ສົມທົບ​ຂອງ​ລັດ ຖະບານ 5% ສ່ວນ​ທີ່​ເຫລືອ​ແມ່ນ​ທຶນ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ​ຈາກ​ທະນາຄານ​ຂາ​ອອກ-ຂາ​ເຂົ້າ ສປ ຈີນ ​ແລະ ຄາດວ່າຈະ​ໃຊ້​ເວລາ​ກໍ່ສ້າງ​ທັງ​ໝົດ 54 ​ເດືອນ​ໃຫ້​ສຳ​ເລັດ.

No comments:

Post a Comment