Ad

Ad

10 March 2014

ລາວ ແລະ ຄູ່ຮ່ວມພັດທະນາສະຫຼອງວັນສັດປ່າສາກົນ 3 ມີນາ



           ບັນດາຄູ່ຮ່ວມພັດທະນາ ໃນລາວປະກອບມີອົງການສະ ຫະປະຊາຊາດເພື່ອຄວບຄຸມຢາ ເສບຕິດ ແລະ ອາຊະຍາກຳ UNODC, ສະຖານທູດອັງກິດ, ເຢຍລະມັນ, ຝຣັ່ງ, ອີຢູ ແລະ ອາເມລິກາໄດ້ຮ່ວມມືກັນສະ ຫລອງວັນສັດປ່າສາກົນປີທຳ ອິດ ເຊິ່ງແມ່ນວັນທີ 3 ມີນາ ແລະ ຖື ເປັນໂອກາດໃນການທົບທວນ ການຮ່ວມມືກັບ ສປປ ລາວ ໃນ ຫຼາຍຂະແໜງການ ທີ່ກວມ ເອົາການຄຸ້ມຄອງປ່າໄມ້ ແລະ ການ ແກ້ໄຂບັນຫາການຄ້າສັດປ່າ ແລະ ໄມ້ທີ່ຜິດກົດໝາຍ ແລະ ຄວາມຈຳເປັນເລັ່ງ ດ່ວນທີ່ຈະ ຕ້ອງໄດ້ຈັດຕັ້ງປະຕິບັດເພື່ອປ້ອງກັນການທຳລາຍຊີວະນາໆພັນ ແລະ ການຄ້າຂາຍສັດທີ່ໃກ້ສູນພັນ ໂດຍມີຜູ້ເຂົ້າ ຮ່ວມຫຼາຍກວ່າ 50 ທ່ານ.
   ພິທີດັ່ງກ່າວຈັດຂຶ້ນພາຍຫຼັງ ການເຂົ້າຮ່ວມຢ່າງປະສົບຜົນສຳເລັດຂອງ ສປປ ລາວ ໃນກອງ ປະຊຸມສາກົນວ່າດ້ວຍການຄ້າ ສັດປ່າທີ່ຜິດກົດໝາຍ ຢູ່ນະຄອນ ຫຼວງລອນດອນໃນເດືອນກຸມພາຜ່ານມາ ເຊິ່ງມີ 42 ປະເທດເຂົ້າ ຮ່ວມ ລວມທັງ ສປປ ລາວ ແລະ 11 ອົງການຈັດຕັ້ງສາກົນເຊິ່ງ ໄດ້ຕົກລົງອອກຖະແຫຼງການ ການເມືອງທີ່ອາດເປັນຈຸດປ່ຽນໃນການຕໍ່ສູ້ເພື່ອຢຸດ ອາດຊະຍາ ກຳກ່ຽວກັບສັດປ່າ. ຖະແຫຼງ ການນີ້ກວມເອົາການຢຸດການຄ້າຂ້າຍງາຊ້າງຂ້າມຊາດ ແລະ ຢຸດ ການນຳໃຊ້ຜະລິດ ຕະພັນຈາກສັດທີ່ໃກ້ສູນພັນ ແລະ ການຮັບຮອງ ເອົານິຕິກຳທີ່ຖືວ່າການຄ້າສັດປ່າເປັນອາຊະຍາກຳຮ້າຍແຮງພາຍໃຕ້ຂອບ ສົນທິສັນຍາສະຫະປະຊາຊາດວ່າດ້ວຍການກໍ່ອາດຊະ ຍາກຳຂ້າມຊາດ. 

        ອີງຕາມການລາຍງານ ຂອງອົງການ UNODC ເຄືອ ຂ່າຍອາດຊະຍາກຳທີ່ຄ້າຂາຍຜະລິດຕະພັນທີ່ກ່ຽວຂ້ອງກັບສິ່ງ ແວດລ້ອມແບບຜິດກົດໝາຍໃນ ຂົງເຂດອາຊີປາຊີຟິກສາມາດ ສ້າງລາຍຮັບໄດ້ເຖິງ 23 ຕື້ໂດລາ ສະຫະລັດຕໍ່ປີເຊິ່ງຖືວ່າສູງ ກວ່າ ລາຍຮັບແຫ່ງຊາດຂອງຫຼາຍປະ ເທດເຊັ່ນ: ກຳປູເຈຍ ແລະ ລາວ. ສປປ ລາວ ກໍຖືວ່າເປັນທັງບໍ່ເກີດ ແລະ ປາຍທາງການ ຄ້າສັດປ່າ, ສິ້ນສ່ວນສັດປ່າ, ໄມ້ ແລະ ຜະ ລິດຕະພັນໄມ້ໄປຍັງຕະຫຼາດປະ ເທດຮັ່ງມີໃນພາກພື້ນ ແລະ ເຂດ ອື່ນໆ. ມີຫຼາຍປະເທດໃນອາຊີທິ່ ຍັງນິຍົມສັດປ່າຫາຍາກເຊິ່ງມັກ ຈະເຂົ້າໃຈຜິດວ່າມັນສະແດງເຖິງຄວາມຫຼູຫຼາ, ສິ່ງປະດັບບາລະມີ ແລະ ໃຊ້ເຮັດເປັນຢາ. ລາຍງານຂອງລັດຖະບານລາວເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ການຄ້າໄມ້ທີ່ມີການ ຂຸດຄົ້ນແບບຜິດກົດໝາຍ ກວມ ເຖິງ 65% ເຊິ່ງເຮັດໃຫ້ລັດເສຍ ລາຍຮັບແຫ່ງຊາດ ແລະ ຖືວ່າ ເປັນອາຊະຍາກຳທາງເສດຖະ ກິດທີ່ສຳຄັນ.      ສໍາລັບ ວັນທີ 3 ມີນາຖືກປະກາດໃຫ້ເປັນວັນສັດປ່າສາກົນໃນເດືອນທັນວາ 2013 ຜ່ານມາໃນໄລຍະກອງປະຊຸມສະມັດຊາໃຫຍ່ສະ ຫະປະຊາຊາດ ສະໄໝທີ 68 ຢູ່ນະຄອນຫຼວງ ເຈນນີວາເພື່ອເຮັດໃຫ້ຊາວໂລກ ຮັບຮູ້ວ່າມີການຄ້າຂາຍສັດປ່າ ແລະ ຜະລິດຕະ ພັນຈາກປ່າເພີ່ນຂຶ້ນຫຼາຍ.

No comments:

Post a Comment