Ad

Ad

4 March 2014

ຈະ​ແກ້​ໄຂການ​ຖິ້ມຂີ້ເຫຍື້ອຊະຊາຍ​ແນວ​ໃດ.



     ການຖີ້ມຂີ້​ເຫຍື້ອຊະຊາຍ, ແມ່ນສາ​ເຫດ​ຕົ້ນຕໍ່ຂອງ​ຄວາມ​ບໍ່​ສະອາດ​ຈົບງາມ​ໃນ​ຕົວ​ເມືອງ ແລະ ກໍ​ໃຫ້​ເກີດ​ມົນ​ລະ​ພິດ​ທາງ ສິ່ງ​ແວດ​ລ້ອມອັນ​ບໍ່​ດີຕໍ່ສັງຄົມ,​ເຊິ່ງ​ໄລຍະ​ຜ່ານ​ມາ, ການ​ແກ້​ໄຂ​ບັນຫາຖີ້ມຂີ້​ເຫຍື້ອຊະຊາຍ​ ເຖິງ​ວ່າ​ຈະ​ມີ​ການ​ກຳນົດ​ລະບຽບ, ຈັດຕັ້ງຫົວໜ່ວຍ​ບໍລິການ​ເກັບ​ຂີ້​ເຫຍື້ອຕາມ​ຊຸມ​ຊົນ ​ແລະ ປຸກລະ ດົມ​ໃຫ້​ທຸກ​ພາກສ່ວນ​ໃນ​ສັງຄົມ​ປົກ​ປັກ​ຮັກສາ​ຄວາມ​ສະອາດ​ຕາມ​ເຮືອນ​ຊານ​ບ້ານ​ຊ່ອງ, ຊຸມ​ຊົນ​ ແລະ ສຳນັກງານ​ອົງການ​ຕ່າງໆລວມທັງ​​ເປັນ​ເຈົ້າ​ການ​​ເພີ່ມ​ທະວີໃນ​ການ​ຕິດ​ຕາມ​ສອດສ່ອງ​ບັນດາ​ພຶດຕິ​ກຳ​ອັນ​ບໍ່​ດີ​ຕ່າງໆ​ທີ່​ກໍ​ໃຫ້​ເກີດ​ຄວາມ​ບໍ່​ເປັນ​ລະບຽບ​ຈົບງາມ​ຂອງ​ສັງຄົມ,​ ແຕ່​ກໍ​ເຫັນ​ວ່າ ສະພາບ​ການຖີ້ມຂີ້​ເຫຍື້ອຊະຊາຍ​ຕາມ​ຕົວ​ເມືອງ​ນັ້ນຍັງ​ມີ​​ໃຫ້​ເຫັນ​ຫລາຍຢູ່ຕາມ​ແຄມ​ທາງ​ ຫລື ຄ​ອງລະ​ບາຍ​ນ້ຳຕ່າງໆ ໂດຍ​ສະ​ເພາະ​ເມື່ອ​ບໍ່​ດົນ ມານີ້,​ ໄດ້​ມີ​ການ​ລວງ​ຄອງ​ນ້ຳຢູ່​ເຂດ​ບ້ານ​ໂພນ​ສະອາດ,​ ເມືອງ​ໄຊ​ເສດ​ຖາ, ນະຄອນຫລວງ​ວຽງ​ຈັນ ປະກົດ​ວ່າ​ສິ່ງ​ເສດ​ເຫລືອ​ທີ່​ເອົາ​ຂຶ້ນມາ​ຈາກ​ຄອງ​
ນ້ຳ​ແມ່ນເຕັມ​ໄປ​ດ້ວຍ​ເສດ​ຖົງ​ຢາງຕ່າງໆ ທີ່​ຖືກ​ຖີ້ມລົງ​ເທື່ອ​ລະ​ໜ້ອຍ​ ​ແລະ ເກີດ ການສະສົມ​ເປັນ​ກອງ​ອຸດ​ຕັນ​ຄອງ​ນ້ຳເຮັດ​ໃຫ້​ເກີດ​ມີ​ນ້ຳ​ອັງຂັງ ມີ​ກິ່ນ​ເໝັ່ນ ​ແລະ​ ກາຍ​ເປັນ​ແຫລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ, ອັນ​ເປັນ ພາຫະນະ​ຕົ້ນຕໍ່ຂອງການນຳ​ເຊື້ອ ພະຍາດ​ໄຂ້​ເລືອດ​ອອກມາສູ່ຄົນ ເຮົາ, ສະນັ້ນ ​ເພື່ອປະຕິບັດ​ນະ​​ໂຍບາຍ 6 ສ ຂອງ​ນະຄອນ ຫລວງ​ວຽງ​ຈັນ, ​ໂດຍ​ສະ​ເພາະ ສ ສະອາດ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ນັ້ນ ທຸກ​ພາກສ່ວນ​ໃນສັງຄົມຕ້ອງ​ເອົາ​ໃຈ​ໃສ່ ​ແລະ ​ໃຫ້​ຄວາມ​ສຳ ຄັນ​ໃນ​ການຮັກສາ​ຄວາມ​ສະ ອາດຕາມ​ເຮືອນ​ຊານ, ຊຸມ​ຊົນ​ຂອງ​ຕົນ, ​ໂດຍ​ສະ​ເພາະ​ແມ່ນບໍ່​ຄວນຖິ້ມຂີ້​ເຫຍື້ອຊະ ຊາຍ​ເດັດຂາດ.​ 


1 comment:

  1. ມີໂຕເລກສະຖິຕິບໍ່??

    ReplyDelete