ວັນທີ 5 ກຸມພານີ້, ລັດວິສາຫະກິດນ້ຳປະປານະຄອນຫຼວງ,
ໄດ້ຈັດປາຖະກະຖາຫວນຄືນປະຫວັດຄວາມເປັນມາຂອງວັນແມ່ ຍິງສາກົນ ທີ 8 ມີນາ ແລະ
ສະ ຫຼຸບຜົນຂະບວນການແຂ່ງ ຂັນແມ່ຍິງ 3 ດີ, ການກວດສຸຂະພາບປ້າອາວຸໂສ ແລະ ອື່ນໆ. ໂດຍການ
ເຂົ້າຮ່ວມຂອງທ່ານ ນາງ ວຽງ ພອນ ແກ້ວຄູນສີ ຮອງປະທານສະຫະພັນແມ່ຍິງນະຄອນຫຼວງ. ທັງນີ້ກໍເພື່ອປຸກລະ ດົມສະມາຊິກເອື້ອຍນ້ອງແມ່ຍິງລາວບັນດາເຜົ່າເຂົ້າຮ່ວມການຈັດຕັ້ງປະຕິ
ບັດວຽກງານ 3 ສ້າງຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການແຂ່ງຂັນ
3 ດີ ຂອງສູນກາງພັກສະຫະພັນແມ່ຍິງລາວ, ສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້,
ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຂ້າງ ພ້ອມກັນບຸກບຶນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງຈັນຄັ້ງທີ
VI ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງສະຫະ ພັນແມ່ຍິງນະຄອນຫຼວງວຽງຈັນ ໃຫ້ບັນລຸຜົນສຳເລັດຕາມລະດັບ
ຄາດ ໝາຍວາງໄວ້.
ຮອງປະທານສະຫະພັນແມ່ຍິງນະຄອນຫຼວງໃຫ້ຮູ້ວ່າ:
ບົດບາດຂອງແມ່ຍິງໃນປັດຈຸບັນ ກຳລັງພົ້ນເດັ່ນຂື້ນຢູ່ຫຼາຍປະເທດໃນໂລກທີ່ມີການພັດທະນາກໍໄດ້ມີການຍົກສູງບົດບາດຂອງແມ່
ຍິງຕໍ່ກັບວຽກງານພັດທະນາເສດຖະກິດ-ສັງຄົມ ແລະ
ສະ ເພາະປະເທດເຮົາໄດ້ມີນະໂຍ ບາຍສົ່ງເສີມຄວາມກ້າວໜ້າ
ຂອງແມ່ຍິງ ແລະ ບົດບາດຍິງ- ຊາຍ, ຊຶ່ງໄດ້ກຳນົດແຈ້ງຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຕ່າງໆ.
ພ້ອມດຽວກັນນັ້ນ ເພື່ອຮັບປະກັນສິດທິໃນການເຂົ້າເຖິງການສືກສາ ທີ່ມີຄຸນນະພາບຢ່າງສະເໝີພາບເທົ່າທຽມກັນຂອງທຸກຄົນໃນສັງຄົມ,
ຫຼຸດຜ່ອນ ແລະ ລຶບລ້າງຄວາມຫຼຸດໂຕນໃນການເຂົ້າເຖິງ ແລະ ສຳເລັດການສຶກ ສາຂອງກຸ່ມຄົນທີ່ດ້ອຍໂອກາດ,
ໂດຍສະເພາະເດັກຍິງ, ແມ່ຍິງ, ຊົນເຜົ່າ, ຄົນພິການ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານເສດ
ຖະກິດ, ດັ່ງນັ້ນລັດຖະບານຈຶ່ງໄດ້ອອກນະໂຍບາຍແຫ່ງຊາດວ່າດ້ວຍການສຶກສາເພື່ອທຸກຄົນ
ແລະ ການສົ່ງເສີມຄວາມກ້າວ ໜ້າແມ່ຍິງ ແລະ ເດັກນ້ອຍ. ນອກ ຈາກນີ້ບົດບາດຂອງແມ່ຍິງລາວກໍພົ້ນເດັ່ນໃນເວທີສາກົນຄື:
ຄະ ນະຜູ້ແທນສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມກອງປະຊຸມລະດັບສາກົນກ່ຽວກັບແມ່ຍິງ
ແລະ ການພັດທະນາແບບຍືນຍົງ ທີ່ປັກກິ່ງ ສປ. ຈີນ ເມື່ອທ້າຍປີ 2011 ຜ່ານມາ ແລະ ມີຖະແຫລງການ
ກ່ຽວກັບແມ່ຍິງ ແລະ ການພັດ ທະນາແບບຢືນຍົງ. ຊຶ່ງລາວໄດ້ມີຄຳເຫັນໃນຫົວຂໍ້:
“ບົດຮຽນ ແລະ ປະສົບການກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງລາວ ເພື່ອກ້າວໄປເຖິງການພັດ
ທະນາແບບຍືນຍົງ”. ໃນກອງປະຊຸມດັ່ງກ່າວ ໄດ້ມີການມອບລາງວັນມິດຕະພາບຂອງແມ່ຍິງ
15 ປະເທດ ແລະ ໜຶ່ງໃນນັ້ນມີສະຫະພັນແມ່ຍິງລາວ ແລະ ໃຫ້ກຽດຂຶ້ນຮັບລາງວັນ ໂດຍແມ່ນ
ທ່ານນາງ ສີໃສ ລືເດດມູນສອນປະທານສູນກາງສະຫະພັນ ແມ່ຍິງລາວ ຊຶ່ງເປັນຫົວໜ້າຄະ ນະຜູ້ແທນລາວເຂົ້າຮ່ວມກອງ
ປະຊຸມດັ່ງກ່າວ ແລະ ພ້ອມ ນັ້ນ, ຮອງປະທານສູນກາງສະຫະ ພັນແມ່ຍິງລາວ ກໍໄດ້ເຂົ້າຮ່ວມກອງປະຊຸມໂລກ
ກ່ຽວກັບແມ່ຍິງ ແລະ ກິລາ ຄັ້ງທີ 5 ເມື່ອປີ
2012 ທີ່ ລອດແອັງເຈີລິດ, ສະຫະລັດອາເມລິກາ ແລະ ເຂົ້າຮ່ວມກອງປະ ຊຸມແມ່ຍິງໂລກການລ້ຽງລູກດ້ວຍນົມແມ່
ຄັ້ງທີ 1 ທີ່ນິວແດນລີ, ປະເທດອິນເດຍ ເມື່ອເດືອນ ທັນວາ 2012 ຜ່ານມາ. ຊຶ່ງກອງປະຊຸມໄດ້ຕີລາຄາຜົນໄດ້ຮັບ
ໃນການປະຕິບັດ ກິດຈະກຳຜ່ານມາ ແລະ ວາງທິດທາງແຜນການຮ່ວມກັນໃນຕໍ່ໜ້າ. ກອງປະຊຸມຍັງໄດ້ແລກປ່ຽນທັດສະນະກ່ຽວ
ກັບການສົ່ງເສີມຄວາມສະເໝີ ພາບລະ ຫວ່າງຍິງ-ຊາຍ ເພື່ອສ້າງເງື່ອນໄຂໃຫ້ແມ່ຍິງໄດ້ປະ
ກອບສ່ວນເຂົ້າໃນທຸກຂົງເຂດວຽກງານ, ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງທີ່ເຮັດວຽກໃນແຕ່ລະຂະແໜງການສາມາດຕໍ່ລອງກັບບັນດານາຍຈ້າງ
ເພື່ອຮຽກຮ້ອງສິດໃນການດູແລສຸຂະພາບຂອງແມ່ຍິງໃນເວລາຖືພາ, ພັກຜ່ອນ ໃນເວລາເກີດລູກ
ແລະ ໄດ້ສຶບ ຕໍ່ລ້ຽງລູກດ້ວຍນົມແມ່ແຕ່ 6 ເດືອນ ຈົນເຖິງ 2 ປີຄື: ການລາພັກຫຼັງເກີດລູກເຖິງ
6 ເດືອນ ແລະ ການສ້າງສະຖານທີ່ລ້ຽງເດັກໃນບ່ອນເຮັດວຽກໃຫ້ຮັບປະ ກັນດີ.
No comments:
Post a Comment