Ad

Ad

11 March 2014

ປກສ ເມືອງສີສັດຕະນາກ ມອບຊັບຄືນເຈົ້າຂອງເດີມ.



         ໃນທ້າຍອາທິດຜ່ານມາ ນີ້ ຢູ່ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທ່ານ ພັນໂທ ທອງສະຫວັດ ແສນສຸວາດຮອງຫົວໜ້າກອງ  ບັນຊາການ ປກສ ເມືອງດັ່ງກ່າວ ໄດ້ມອບຊັບສິນທີ່ຖືກກຸ່ມຄົນບໍ່ດ ລັກເອົາມາ ຄືນໃຫ້ກັບເຈົ້າຂອງເດີມພາຍຫຼັງເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້ ແລະ ກຳລັງ ເລັ່ງສະຫຼຸບສຳນວນຄະດີຜູ້ຕ້ອງຫາສົ່ງໃຫ້ ໄອຍະການສັ່ງຟ້ອງສານ ເພື່ອຕັດສິນລົງ ໂທດຕາມລະບຽບກົດໝາຍ.
            ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 31 ທັນວາ 2013 ຜ່ານ ມາເວລາປະມານ 18 ໂມງ ທ້າວ ພອນມະລິດາ ຫຼື ດຳ ອາຍຸ 29 ປີ ອາຊີບກຳມະກອນ ຢູ່ບ້ານ ຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຂີ່ລົດຈັກອອກຈາກ ບ້ານເພື່ອຊອກລັກເຄື່ອງຕາມຫ້ອງແຖວ, ມາຮອດ ບໍລິເວນ ບ້ານທົ່ງກາງ ໄດ້ເຫັນຫ້ອງແຖວປະມານ 5 ຫ້ອງ, ຜູ້ກ່ຽວກໍ
ໄດ້ລົງມືງັດຫ້ອງແຖວ ແລ້ວໄປລັກຊັບໄດ້ແທັບເລັດ 1 ໜ່ວຍ, ຄອມ 1 ໜ່ວຍ ແລະ ແອັມ 1 ໜ່ວຍ ແລ້ວຫຼົບໜີ, ຈາກນັ້ນ
ໃນວັນທີ 16 ມັງກອນ 2014 ຜູ້ກ່ຽວກໍຊອກເຄື່ອນໄຫວແບບເກົ່າ ຊຶ່ງໄດ້ມາລັກຊັບຢູ່ຫ້ອງແຖວເຂດບ້ານທົ່ງກາງ ກ່ອນ ຈະມີພົນລະເມືອງດີພົບເຫັນ ແລະ ແຈ້ງເຈົ້ ໜ້າທີ່ຈັບຕົວຜູ້ກ່ຽວມາດຳເນີນຄະດີ .
           ຜ່ານການສືບສວນ-ສອບສວນ ຜູ້ຕ້ອງຫາໄດ້ຮັບສາລະພາບວ່າ: ໄດ້ເຄີຍເຄື່ອນໄຫວລັກຊັບຕາມ ຫ້ອງແຖວມາແລ້ວ 5 ຄັ້ງ ແລະ ເຄີຍຕ້ອງໂທດມາແລ້ວ 4 ຄັ້ງໃນ ຂໍ້ຫາລັກຊັບພົນລະເມືອງໂດຍ ພາຍຫຼັງທີ່ໄດ້ຊັບສິນກໍໄດ້ເອົາໄປຂາຍ ເອົາເງີນໄປຊື້ຢາບ້າມາເສບ, ຊຶ່ງພາຍຫຼັງການຮັບສາລະພາບ ເຈົ້າໜ້າທີ່ກໍໄດ້ຈັດກຳລັງ ແລະ ສາມາດເກັບກູ້ຊັບສິນຈຳນວນ ໜຶ່ງທີ່ຖືກລັກໄປເພື່ອນຳມາຄືນ ໃຫ້ ກັບເຈົ້າຂອງເດີມ.
          ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ເມືອງຂອງຕົນສາມາດຈັບຕົວກຸ່ມໄວລຸ້ນທີ່ ເຄື່ອນໄຫວຊີງຊັບຂອງພົນລະເມືອງຄື: ທ້າວ ເພັດດາລາ ບຸດດາຄຳ ຫຼື ແອັດ ອາຍຸ 18 ປີ ຢູ່ບ້ານ ສາລະຄຳໃຕ້ ເມືອງ ຫາດຊາຍ ຟອງ, ທ້າວ ໄພທອງ ຫຼື ເມົ້າ ອາຍຸ 18 ປີ ຢູ່ບ້ານ ທ່າພະລານ ໄຊ ເມືອງສີສັດຕະນາກ ນະຄອນ ຫຼວງວຽງຈັນມາດຳເນີນຄະດີ, ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຜູ້ຕ້ອງຫາທັງ ສອງໄດ້ຮັບສາລະພາບວ່າ: ໄດ້ ເຄື່ອນໄຫວຊີງຊັບຂອງພົນລະ ເມືອງມາແລ້ວ 12 ຄັ້ງ, ໂດຍໄດ້ຂີ່ລົດຈັກໄປຕາມເສັ້ນທາງຕ່າງໆ ເພື່ອຊອກຫາເປົ້າໝາຍທີ່ເປັນ ເພດຍິງກ່ອນຈະລົງມືດຶງກະເປົາ ແລະ ສາຍຄໍ ຄື: ຄັ້ງລ່າສຸດ ເມື່ອ ທ້າຍເດືອນມັງກອນຜ່ານມານີ້ ທັງສອງໄດ້ດຶງກະເປົາຂອງປະ ຊາຊົນ ຢູ່ເຂດໜ້າຕະຫຼາດບ້ານ ທົ່ງພານທອງ ຊຶ່ງໄດ້ເງີນກ່ວາ 2 ແສນບາດ ແລະ ສາຍຄໍຄຳ ກ່ອນຈະຫຼົບໜີໄປ ແລະ ຈາກນັ້ນກໍຖືກເຈົ້າໜ້າທີ່ຈັບຕົວ ມາດຳເນີນຄະດີໄດ້ ຊຶ່ງພາຍຫຼັງການສືບສວນ ເຈົ້າໜ້າທີ່ຍັງສາມາດຈັບຜູ້ຮ່ວມ ໃນຂະບວນການຄື: ທ້າວ ອາ ຫຼາງ ອາຍຸ 17 ປີ ຢູ່ບ້ານ ແກ້ງປາຢ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 2 ມີນາ 2014 ເພື່ອມາດຳເນີນຄະດີຕື່ມອີກ.

No comments:

Post a Comment