Ad

Ad

21 May 2014

ສານ​ແຂວງ​ຫົວພັນ​ຕັດສິນ​ລົງ​ໂທດ​ພະນັກງານ​ລັດ 10 ຄົນຍ້ອນ​ສໍ້​ລາດ​ບັງ​ຫລວງ



     ​ເມື່ອ​ວັນ​ທີ 16 ພຶດສະພາ​ຜ່ານ​ມານີ້, ສານ​ປະຊາຊົນ​ແຂວງ​ຫົວ ພັນ ​ໄດ້​ຕັດສິນ​ລົງ​ໂທດ​ນາງ ອາ​ລຸນ​ໄຊ ​ແກ້ວມະນີ ອາຍຸ 31 ປີ ອະດີດ​ພະນັກງານ​ວິຊາ​ການ​ຫ້ອງ ການ​ການ​ເງິນ​ເມືອງ​ຊຳ​ເໜືອ, ທ້າວ ສົມ​ມິດ​ຕາ ​ແກ້ວ​ປະ​ເສີດ ອາຍຸ 32 ປີ ອະດີດ​ພະນັກ ງານ​ວິຊາ​ການ​ຫ້ອງການ​ງົບປະມານ ພະ​ແນ​ກການ​ເງິນ​ແຂວງ​ຫົວພັນ, ທ້າວ ທ່ອນ​ສີ ບຸນ​ລື​ວີ ອາຍຸ 54 ປີ ອະດີດ​ຫົວໜ້າ​ຫ້ອງ ການ​ງົບປະມານ ພະ​ແນ​ກການ​ເງິນ​ແຂວງ​ຫົວພັນ, ທ່ານ​ນາງ ວອນ​​ໃຈ ເຮືອງ​ພິດາ ອາຍຸ 30 ປີ ອະດີດ​ພະ ນັກງານ​ຫ້ອງ​ງົບປະ ມານພະ​ ແນ​ກການ​ເງິນ​ແຂວງ​ຫົວພັນ, ທ້າວ ຄອນ​ໄຈ ວິ​ຫ້າ​ຄຳ​ໄຊ ອາຍຸ 49 ປີ ອະດີດ​ຫົວໜ້າ​ຫ້ອງການ​ສຶກສາ​ເມືອງ​ຊຳ​ເໜືອ, ທ້າວ ທອງພັນ ຄຳ​ມີ​ໄຊ ອາຍຸ 44 ປີ ອະດີດ​ພະນັກງານ​ຫ້ອງການ​ສຶກ ສາ​ເມືອງ​ຊຳ​ເໜືອ, ນາງ ວັນ​ພອນ ທອງ​ທະວີ ອາຍຸ 32 ປີ ພະ ນັກງານ​ການ​ເງິນ ຫ້ອງການ​ສຶກ ສາ​ເມືອງ​ຊຳ​ເໜືອ​, ທ່ານ​ນາງ ​ໄຄ​ຄຳ ອູ່​ທອງຄຳ ອາຍຸ 34 ປີ ອະ ດີດ​ພະນັກງານ​ສຶກສາ​ເມືອງ​ຊຳ​ເໜືອ, ທ່ານ ຄຳ​ຜາຍ ນັນທະ​ວົງ​ດວງ​ສີ ອາຍຸ 47 ປີ ອະດີດ​ຫົວ ໜ້າ​ຫ້ອງການ​ການ​ເງິນ​ເມືອງ​ຫົວ
​ເມືອງ ​ແລະ ທ້າວ ອຸດອນ ຄຳ​ມີ​ໄຊ ອາຍຸ 30 ປີ ອະດີດ​ຮອງ​ຫົວ ໜ້າ​ຫ້ອງການ​ການ​ເງິນ​ເມືອງ​ຫົວ​ເມືອງ ​ໄດ້​ຖືກ​ສານ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ນັບ​ແຕ່ 6-10 ປີ ​ໂດຍ​ພວກ​ກ່ຽວ​ມີ​ຄວາມ​ຜິດ​ຖານສໍ້​ໂກງ​ຊັບ​ສິນ​ຂອງ​ລັດ​ຜູ້​ຫລາຍ​ຮ້ອຍລ້ານ​ກີບ ດ້ວຍ​ຮູບ​ການ​ຕື່ມ​ໂຕ​ເລກ​ໃສ່​ໃນ​ແຜນ​ງົບປະມານ​ຂອງ​ຫ້ອງການ​ສຶກສາ​ບັນດາ​ເມືອງ ​ເຊິ່ງ​ເປັນ​ການ​ກະທຳ​ທີ່​ຜິດ​ຕໍ່​ກົດ ໝາຍ​ອາຍາ ທັງ​ເປັນ​ການ​ສ້າງ​ຜົນ​ສະທ້ອນ​ອັນ​ບໍ່​ດີ​ມາສູ່​ສັງຄົມ ເຮັດ​ໃຫ້​ຊັບ​ສິນ​ຂອງ​ລັດ​ຖືກ​ເສຍ​ຫາຍ​ຢ່າງ​ຫລວງຫລາຍ.
       ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ວັນ​ທີ 20 ພຶດສະພາ​ນີ້, ສານ​ປະຊາຊົນ​ນະຄອນຫລວງ​ວຽງ​ຈັນ​ໄດ້​ເປີດ​ປະຊຸມ​ສານ ​ເພື່ອ​ຕັດສິນ​ຄະດີ​ນາງ ດອນ​ໄຊ ອາຍຸ 30 ປີ ອາຊີບ​ຄ້າຂາຍ ຢູ່​ບ້ານ​ຜາ​ແຫ້ງ ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ ​ໃນ​ຂໍ້​ຫາ​ສໍ້​ໂກງ​ຊັບ​ພົນ ລະ​ເມືອງ ​ແລະ ການ​ຫາ​ຄວາມ​ບໍ່​ຈິງ​ໃສ່​ຜູ້​ອື່ນ​ໂດຍ​ມີ​ໂຈດ​ທາງ​ແພ່ງ 5 ຄົນ ທີ່​ຖືກ​ເສຍ​ຫາຍ​ມາ​ຮ້ອງ​ຟ້ອງ​ສານ ​ເຊິ່ງຜູ້​ຕ້ອງ​ຫາ​ໄດ້​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ໃນ​ວັນ​ທີ 16 ​ເມສາ 2013 ມີ​ມູນ​ຄ່າ​ເສຍ​ຫາຍ 200 ກວ່າ​ລ້ານ​ກີບ ​ແລະ ຈາກ​ການ ຄົ້ນຄວ້າ​ຂໍ້​ມູນ​ຫລັກ​ຖານ ​ແລະ ຄຳ​ສາລະພາບ​ຂອງ​ຜູ້​ຕ້ອງ​ຫາ ເຫັນ​ວ່າ​ເປັນ​ການ​ກະທຳ​ຜິດ​ໃນ​ສະຖານ​ສໍ້​ໂກງ​ຊັບ​ພົນລະ​ເມືອງ ​ໂດ​ຍມີ​ເຈດ​ຕະນາ ສານ​ຈຶ່ງ​ຕັດ ສິນ​ລົງ​ໂທດ​ຕັດ​ອິດ​ສະລະ​ພາບ​ຈຳ​ຄຸກ 2 ປີ 6 ​ເດືອນ ພ້ອມ​ປັບ​ໄໝ​ເງິນ 4 ລ້ານ​ກີບ ​ແລະ ຕັດ​ອິດ​ສະລະ​ພາບ 1 ປີ ປັບ​ໄໝ​ເງິນ 3 ​ແສນ​ກີບ ​ໃນ​ຄຳ​ຜິດ​ຫາ​ຄວາມ​ບໍ່​ຈິງ​ໃຫ້​ຜູ້​ອື່ນ. ພ້ອມ​ນີ້ ຍັງ​ໃຫ້​ຜູ້​ຕ້ອງ​ຫາ​ໃຊ້​ແທນ​ເງິນ​ທີ່​ຜູ້ກ່ຽວ​ຕົວະ​ໄປ​ແມ່ນ 200 ລ້ານ​ກີບ ຄືນ​ໃຫ້​ກັບ​ຜູ້​ເສຍ​ຫາຍ.

No comments:

Post a Comment