Ad

Ad

21 May 2014

ຍຶດສັດປ່າ​ຫວງ​ຫ້າມ​ເປັນ​ຈຳນວນ​ຫລາຍ



      ​ເຈົ້າໜ້າ​ທີ່​ກອງ​ກວດກາ​ປ່າ​ໄມ້ ​ເມືອງ​ໄຊ​ພູ​ທອງ ​ແຂວງ​ສະ ຫວັນ​ນະ​ເຂດ ລາຍ​ງານ​ໃຫ້​ຮູ້ວ່າ: ພາຍຫລັງ​ໄດ້​ຮັບ​ແຈ້ງ​ຈາກ​ພົນ ລະ​ເມືອງ​ວ່າ​ມີ​ການ​ລັກລອບ​ຊື້- ຂາຍ​ສັດປ່າ​ຫວງ​ຫ້າມ​ເປັນ​ຈຳ ນວນ​ຫລາຍ​ຢູ່​ຕະຫລາດ​ສົ່ງ​ເສີມ​ກະສິກຳ​ເປັນ​ສິນຄ້າ​ເມືອງ​ໄຊ​ພູ​ທອງ, ​ເຈົ້າໜ້າ​ທີ່​ຈຶ່ງ​ໄດ້​ນຳ​ກຳ ລັງ​ລົງ​ກວດກາ ​ແລະ ພົບ​ເຫັນ​ມີ​ການ​ຊື້-ຂາຍ​ສັດປ່າ​ຫວງ​ຫ້າມ​​ແທ້ ຈຶ່ງ​ໄດ້​ຢຶດສັດປ່າ​ດັ່ງກ່າວ ເຊິ່ງປະກອບ​ມີ​ແລນ 5 ​ໂຕ, ງູ​ສິງ 2 ​ໂຕ, ນົກ 15 ​ໂຕ ​ແລະ ​ເສືອ​ລາຍ​ເມກ ​ແລະ ​ໄດ້​ນຳ​ຕົວ​ຜູ້​ກະທຳ​ຜິດ​ມາ​ສຶກສາ​ອົບຮົມ​ຕາມ​ກົດໝາຍ, ສ່ວນ​ສັດປ່າ​ທັງ​ໝົດ​ແມ່ນ​ໄດ້​ນຳ​ໄປ​ປ່ອຍ​ຄືນ​ສູ່​ທຳ​ມະ​ຊາດ​ໃນ​ວັນ​ດຽວ​ກັນ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ  ຮອງ​ເຈົ້າ​ເມືອງ​ໄຊ​ພູ​ທອງ ພ້ອມ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ.

No comments:

Post a Comment